ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ປົດເຈົ້າໜ້າທີ່ໆຮັບຜິດຊອບ ກ່ຽວກັບ ນະໂຍບາຍ ລະດັບສູງຂອງທຳນຽບຫ້າແຈ ອອກຈາກຕຳແໜ່ງໃນວັນພຸດວານນີ້, ເປັນສະມາຊິກອາວຸໂສຄົນຫຼ້າສຸດຂອງລັດຖະບານ ທີ່ໄດ້ສູນເສຍວຽກງານ ເຊິ່ງປາກົດວ່າຍ້ອນຄວາມໂມໂຫທີ່ຍັງມີຢູ່ຂອງທ່ານ ທຣຳ ກ່ຽວກັບ ການຟ້ອງຮ້ອງ ແລະ ຢູເຄຣນ.
ລັດຖະມົນຕີຊ່ວຍກະຊວງປ້ອງກັນປະເທດ ທີ່ຮັບຜິດຊອບກ່ຽວກັບນະໂຍບາຍ ທ່ານ ຈອນ ຣູດ ໄດ້ໃຫ້ການຢືນຢັນເມື່ອປີກາຍນີ້ວ່າ ຢູເຄຣນ ໄດ້ທຳຄວາມກ້າວໜ້າພຽງພໍໃນການຕໍ່ສູ້ກັບການສໍ້ລາດບັງຫຼວງ ເພື່ອໃຫ້ໄດ້ຮັບເງິນຊ່ວຍເຫຼືອທາງທະຫານຂອງ ສະຫະລັດ ເກືອບ 400 ລ້ານໂດລາ, ສີ່ເດືອນກ່ອນທີ່ເງິນດັ່ງກ່າວໄດ້ຖືກປ່ອຍຢ່າງແທ້ຈິງ.
ທ່ານ ຣູດ ບໍ່ໄດ້ກ່າວເຖິງ ຢູເຄຣນ ໃນຈົດໝາຍລາອອກຕໍ່ທ່ານ ທຣຳ, ມີແຕ່ເວົ້າວ່າທ່ານມີຄວາມເຂົ້າໃຈ ຈາກລັດຖະມົນຕີປ້ອງກັນປະເທດວ່າທ່ານ ທຣຳ ໄດ້ຂໍໃຫ້ລາວລາອອກຈາກຕຳແໜ່ງ.
ໂຄສົກທຳນຽບຫ້າແຈທ່ານນຶ່ງມີແຕ່ໄດ້ເວົ້າວ່າ “ທ່ານປະທານາທິບໍດີມີໂອກາດ ແລະ ຄວາມສາມາດທີ່ຈະມີທີມງານທີ່ທ່ານຢາກໄດ້ ໃນຕຳແໜ່ງນະໂຍບາຍ” ແລະ “ສາມາດທຳການຕັດສິນໃຈທີ່ຈະຫັນຫາທິດທາງອື່ນ.”
ຫຼັງຈາກລັດຖະສະພາໄດ້ອະນຸມັດເງິນເກືອບ 400 ລ້ານໂດລາໃນການຊ່ວຍເຫຼືອທີ່ຕ້ອງການຢ່າງແຮງໃຫ້ ຢູເຄຣນ ນັ້ນ, ທ່ານ ຣູດ ໄດ້ໃຫ້ການຢືນຢັນໃນເດືອນພຶດສະພາ 2019 ວ່າ ຢູເຄຣນ “ໄດ້ທຳການດຳເນີນການທີ່ສຳຄັນ ເພື່ອປ້ອງກັນ ແລະ ປະຕິຮູບສະຖາບັນ ສຳລັບຈຸດປະສົງການຫຼຸດຜ່ອນການສໍ້ລາດບັງຫຼວງ.” ການໃຫ້ຄຳຢືນຢັນດັ່ງກ່າວແມ່ນຈຳເປັນ ກ່ອນທີ່ເງິນດັ່ງກ່າວຈະສາມາດຖືກປ່ອຍອອກໄດ້.
ແຕ່ການໃຫ້ຄຳຢືນຢັນຂອງທ່ານ ຣູດ ໄດ້ທຳລາຍການຢືນຢັດຂອງທຳນຽບຂາວທີ່ວ່າ ການສໍ້ລາດບັງຫຼວງໃນ ຢູເຄຣນ ແມ່ນບັນຫາທີ່ກຳລັງເກີດຂຶ້ນຢູ່ແມ່ນເຫດຜົນທີ່ຈະສືບຕໍ່ກັກເງິນທຶນນັ້ນໄວ້.
ທຳນຽບຂາວ ໄດ້ຢືນຢັດມາຕະຫຼອດວ່ານີ້ແມ່ນເຫດຜົນ, ແມ່ນກະທັ້ງນັກການທູດລະດັບສູງ ສະຫະລັດ ໄດ້ເລີ່ມທີ່ຈະຮູ້ວ່າ ທ່ານປະທານາທິບໍດີຢາກໃຫ້ ຢູເຄຣນ ດຳເນີນການສືບສວນສອບສວນ ຜູ້ລົງແຂ່ງຂັນເອົາຕຳແໜ່ງປະທານາທິບໍດີສັງກັດພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ເພື່ອເປັນການແລກປ່ຽນກັບການຊ່ວຍເຫຼືອ.
ທ່ານ ຣູດ ໄດ້ກ່າວຕໍ່ບັນດານັກຂ່າວປີກາຍນີ້ວ່າ “ໃນສອງສາມອາທິດຫຼັງຈາກໄດ້ເຊັນການຢືນຢັນນັ້ນ, ຂ້າພະເຈົ້າຮູ້ວ່າການຊ່ວຍເຫຼືອນັ້ນໄດ້ຖືກກັກໄວ້. ຂ້າພະເຈົ້າບໍ່ເຄີຍໄດ້ຮັບການອະທິບາຍທີ່ກະຈ່າງແຈ້ງ ນອກຈາກວ່າມັນມີຄວາມເປັນຫ່ວງ ກ່ຽວກັບ ການສໍ້ລາດບັງຫຼວງໃນ ຢູເຄຣນ.