ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ທ​ຣຳ ປົດຫົ​ວໜ້າ ​ໜ່ວຍອາ​ລັກ​ຂາ ປະ​ທາ​ນາ​ທິ​ບໍ​ດີ ​ຫຼື Secret Service ອອກ


ຜູ້ອ​ຳ​ນວຍ​ການ​ໜ່ວຍອາ​ລັກ​ຂາປະ​ທາ​ນາ​ທິ​ບໍ​ດີ ​ຫຼື Secret Service ທ່ານ ຣູດອ​ຟ "Tex" ແອ​ລ​ແລັ​ສ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ວໍ​ຊີງ​ຕັນ, 7 ມີ​ນາ 2019.
ຜູ້ອ​ຳ​ນວຍ​ການ​ໜ່ວຍອາ​ລັກ​ຂາປະ​ທາ​ນາ​ທິ​ບໍ​ດີ ​ຫຼື Secret Service ທ່ານ ຣູດອ​ຟ "Tex" ແອ​ລ​ແລັ​ສ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ ທີ່​ວໍ​ຊີງ​ຕັນ, 7 ມີ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ​ພ​ວມ​ຈະ​ປົດ​ຫົວ​ໜ້າ​ໜ່ວຍອາ​ລັກ​ຂາປະ​ທາ​ນາ​ທິ​ບໍ​ດີ​ຫຼື Secret Service ອອກ ຊຶ່ງ​ແມ່ນອົງ​ການ​ທີ່​ປົກ​ປ້ອງ​ທ່ານ​ແລະ​ຄອບ​ຄົວ​ຂອງ​ທ່ານ ແລະ​ບັນ​ດາ​ອະ​ດີດ​ຜູ້​ນຳ​ສະ​ຫະ​ລັດ ທັງ​ຫຼາຍ.

ອົງ​ການ​ຂ່າວ​ຂອງ​ສະ​ຫະ​ລັດ ຫຼາຍ​ອົງ​ການ​ ໄດ້​ລາຍ​ງານ​ໃນ​ວັນ​ຈັນ​ວານ​ນີ້​ວ່າ ທ່ານ​ທ​ຣຳ ໄດ້​ສັ່ງ​ໃຫ້​ຜູ້​ກຳ​ຕຳ​ແໜ່ງ​ຮັກ​ສາ​ການ​ຊົ່ວ​ຄາວ ເປັນ​ຫົວ​ໜ້າ​ທີ່​ປຶກ​ສາ​ຂອງ​ທຳ​ນຽບ​ຂາວ ທ່ານ ມິ​ຄ ໂມ​ລ​ວັນ​ນີ ​ໃຫ້​ປົດ​ຜູ້​ອຳ​ນວຍ​ການ​ຂອງ​ໜ່ວຍອາ​ລັກ​ຂາ Secret Service ທ່ານ ຣູດອ​ຟ "Tex" ແອ​ລ​ແລັ​ສ ອອກ ຜູ້​ທີ່​ທ່ານ​ທ​ຣຳ ໄດ້​ເລືອກ​ເຂົ້າ​ກຳ​ຕຳ​ແໜ່ງ ມາ​ໄດ້ 2 ​ປີແລ້ວ. ຍັງ​ບໍ່​ທັນ​ໄດ້​ມີ​ການ​ປະ​ກາດ​ຕໍ່​ສາ​ທາ​ລະ​ນະ ໃນ​ທັນ​ທີ​ທັນ​ໃດ​ເທື່ອ ກ່ຽວ​ກັບ​ການ​ປົດດັ່ງ​ກ່າວ.

ໂຄ​ສົກ​ປະ​ຈຳ​ທຳ​ນຽບ​ຂາວ ທ່ານ​ນາງ​ຊາ​ຣາ ຮັກ​ກາ​ບີ ແຊນ​ເດີ​ຣ໌​ສ ກ່າວ​ວ່າ “ທ່ານ ແອ​ລ​ແລັ​ສ ​ແມ່ນ​ໄດ້​ເຮັດ​ວຽກ​ດີ​ຫຼາຍ​ໃນ​ອົງ​ການ​ນີ້ ໃນ​ຮອບ 2 ປີ​ຜ່ານ​ມາ​ນີ້, ປະ​ທາ​ນາ​ທິ​ບໍ​ດີ ແມ່ນ​ຂອບ​ໃຈ​ທ່ານ​ໃນ​ການ​ຮັບ​ໃຊ້​ຊາດ​ມາ​ໄດ້​ຫຼາຍກວ່າ 40 ປີ ແລ້ວ​ນັ້ນ. ທ່ານແອ​ລ​ແລັ​ສ ແມ່ນ​ຈະ​ລົງ​ຈາກ​ຕຳ​ແໜ່ງ ໃນ​ໄວໆ​ນີ້.”

ທ່ານ​ນາງ​ຍັງ​ໄດ້​ກ່າວ​ອີກວ່າ ທ່ານ​ທ​ຣຳ ໄດ້​ເລືອກ​ເອົາ​ທ່ານ​ແຈ​ມສ໌ ມູເຣ, ເຈົ້າ​ໜ້າ​ທີ່ໃນ​ໜ່ວຍ​ອາ​ລັກ​ຂາ ​ທີ່​ບຳ​ນານ​ໄປ​ແລ້ວ​ນັ້ນ ​ເຂົ້າ​ເປັນ​ຜູ້​ອຳ​ນວຍ​ການ​ແທນ, ຊຶ່ງ​ຈະ​ເລີ້ມ​ໃ​ນ​ເດືອ​ນ​ພຶດ​ສະ​ພາ​ທີ່​ຈະ​ມາ​ເຖິງ​ນີ້.

ແຕ່​ວ່າ ທ່ານແອ​ລ​ແລັ​ສ ແມ່ນ​ບໍ່ໄດ້​ເຫັນ​ພ້ອມ​ກັບ​ລາຍ​ງານ​ຂອງ​ສື່ມວນ​ຊົນ ໂດຍ​ກ່າວ​ວ່າ ທ່ານ​ໄດ້​ຊາບ​ເລື້ອງ​ນີ້ ມາ​ໄດ້​ຫຼາຍ​ສັບ​ປະ​ດາ​ແລ້ວ. ​ໃນ​ຖະ​ແຫຼງ​ການ​ສະ​ບັບ​ນຶ່ງ ທີ່​ທາງ​ໜ່ວຍອາ​ລັກ​ຂາ​ປະ​ທາ​ນາ​ທິ​ບໍ​ດີ ໄດ້​ນຳ​ອອກເຜີຍ​ແຜ່​ນັ້ນ​ລະ​ບຸ​ວ່າ ທ່ານແອ​ລ​ແລັ​ສ ໄດ້​ກ່າວ​ວ່າ ““ບໍ່​ຄາດ​ເດົາ​ເລີຍ​ທີ່​ວ່າທ່ານ​ໄດ້​ເຫັນ​ລາຍ​ງານ​ຂອງ ສື່ມວນ​ຊົນ​ກ່ຽວ​ກັບ​ເລື້ອງ “​ການ​ປົດຂ້າ​ພະ​ເຈົ້າອອກ​ຈາກ​ຕຳ​ແໜ່ງ. “ຂ້າ​ພະ​ເຈົ້າ​ຄ້ຳ​ປະ​ກັນ​ທ່ານ​ໄດ້ ນີ້​ມັນ​ບໍ່​ແມ່ນ​ກໍ​ລະ​ນີ​ແບບ​ນີ້. ຄວາມ​ຈິງ​ແລ້ວ ແມ່ນ​ໄດ້​ບອກ​ມາ​ກ່ອນ​ໜ້າ​ນີ້ ເປັນ​ຫຼາຍໆ​ສັບ​ປະ​ດາ​ແລ້ວຈາກ​ທາງ​ລັດ​ຖະ​ບານ​ຊຸດ​ນີ້ວ່າ ຄວາມ​ໂປ່ງ​ໃສ ໃນ​ການ​ເປັນ​ຜູ້​ນຳ ແມ່ນ​ຄວນ​ຈະ​ເປັນ​ການ​ໃຫ້​ກຽດ ​ໃນ​ທົ່ວກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພ​ພາຍ​ໃນ​ຂອງ​ສະ​ຫະ​ລັດ.”

ທ່ານແອ​ລ​ແລັ​ສ ໄດ້​ລາຍ​ງານ​ໂດຍກົງ​ຕໍ່​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຮັກ​ສາ​ຄວາມ​ປອດ​ໄພພາຍ​ໃນ ທ່ານ​ນາງເຄີ​ຣ໌​ສເຈັນ ນຽ​ລ​ສັນ ຜູ້​ຊຶ່ງ​ໄດ້​ລາ​ອອກ​ຈາກ​ຕຳ​ແໜ່ງຍ້ອນຖືກ​ກົດ​ດັນ ​ໃນ​ວັນ​ອາ​ທິດ​ຜ່ານ​ມາ​ນີ້ ຫຼັງ​ຈາກ​ທີ່​ໄດ້​ພົບ​ປະ​ກັບ​ທ່ານ​ທ​ຣຳ. ຜູ້​ນຳ​ສະ​ຫະ​ລັດ ໄດ້ສະ​ແດງ​ຄວາມ​ບໍ່​ພໍ​ໃຈ​ຫຼາຍ​ຂຶ້ນ ກ່ຽວ​ກັບ​ຈຳ​ນວນ​ພວກຄົນ​ເຂົ້າ​ເມືອງ​ຜິດ​ກົດ​ໝາຍ​ທີ່​ບໍ່​ມີ​ເອກ​ກະ​ສານ ຈາກ​ອາ​ເມ​ຣິ​ກາ​ກາງ​ນັ້ນ ຫຼັ່ງ​ໄຫຼ​ເຂົ້າ​ມາ​ທາງ​ປະ​ເທດ​ເມັກ​ຊິ​ໂກ ເພື່ອ​ຂໍ​ລີ້​ໄພ ໃນ​ສະ​ຫະ​ລັດ ແລະ​ໄດ້​ກ່າວ​ຕຳ​ໜິ​ຕິ​ຕຽນ​ທ່ານ​ນາງນຽ​ລ​ສັນ ຢູ່​ເລື້ອຍໆ ກ່ຽວ​ກັບ​ວິ​ກິດ​ການ​ຂອງ​ພວກ​ຄົນເຂົ້າ​ເມືອງ​ຕາມ​ຊາຍ​ແດນ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG