ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ໄດ້ສັ່ງໃຫ້ທົບທວນໂດຍເຕັມເບິ່ງອຳນາດ
ຕ່າງໆ ທີ່ໄດ້ມອບໝາຍໃຫ້ ພວກອອກກົດລະບຽບ ທີ່ກຳກັບນຳເລື່ອງທະນາຄານ ແລະອຸດສາຫະກຳການເງິນ ຫຼັງຈາກທີ່ໄດ້ເກີດໄພພິບັດທາງດ້ານການເງິນໃນປີ 2008.
ທ່ານທຣຳ ໄດ້ໄປຢ້ຽມຢາມກະຊວງການເງິນ ໃນວັນສຸກວານນີ້ ເພື່ອເຊັນດຳລັດ 3 ສະ
ບັບ ທີ່ສັ່ງໃຫ້ເລີ້ມຂັ້ນຕອນ ໃນການປະຕິບັດຕາມຄຳໝັ້ນສັນຍາຂອງທ່ານທີ່ໄດ້ໃຫ້ໄວ້
ໃນລະຫວ່າງການໂຄສະນາຫາສຽງຊຶ່ງຈະລຶບລ້າງກົດລະບຽບຕ່າງໆທີ່ທ່ານກ່າວວ່າບໍ່
ເໝາະສົມສຳລັບເສດຖະກິດ.
ປະທານາທິບໍດີທຣຳ ກ່າວໃນຂະນະທີ່ທ່ານເຊັນ ດຳລັດທັງ 3 ວ່າ “ລັດຖະບານຂອງ
ທ່ານທັງໝົດ ແມ່ນເຮັດວຽກ 24 ຊົ່ວໂມງ ເພື່ອຊ່ອຍໃຫ້ຊາວອາເມຣິກັນ ທີ່ກຳລັງດີ້ນ
ຮົນບັນລຸຄວາມຝັນທາງດ້ານການເງິນຂອງພວກເຂົາເຈົ້າແລະມີຄວາມເຊື່ອໝັ້ນຢ່າງ
ແທ້ຈິງ ໃນອະນາຄົດ. ຮ່ວມກັນແລ້ວ ພວກເຮົາ ກໍຈະສາມາດ ຟື້ນຟູຄວາມອຸດົມຮັ່ງມີ
ຂອງປະເທດນີ້ໄດ້.”
ລັດຖະມົນຕີກະຊວງການເງິນ ທ່ານ Steve Mnuchin ໃຫ້ການອະທິບາຍວ່າ ດຳລັດ
2 ສະບັບ ຊຶ່ງໃນທີ່ສຸດແມ່ນຈະພາໃຫ້ມີການແກ້ໄຂທີ່ສຳຄັນໆກ່ຽວກັບຂໍ້ກຳນົດຕ່າງໆ
ຢູ່ໃນກົດໝາຍການປະຕິຮູບຕະຫລາດຮຸ້ນ Dodd-Frank ສະບັບປີ 2010.
ທ່ານ Mnuchin ກ່າວວ່າ “ເປົ້າໝາຍຂອງພວກເຮົາ ກໍຄືເຮັດໃຫ້ຂັ້ນຕອນນີ້ເປັນຂັ້ນ
ຕອນທີ່ສະຫຼາດຂຶ້ນ ມີປະສິດທິຜົນຫຼາຍຂຶ້ນທີ່ສາມາດຫຼຸດຜ່ອນຄວາມສ່ຽງຢ່າງເປັນ
ລະບົບ ທີ່ໄດ້ສ້າງຄວາມເສຍຫາຍຢ່າງຫລວງຫລາຍໃຫ້ແກ່ຊາວອາເມຣິກັນ ໃນລະ
ຫວ່າງທີ່ເກີດວິກິດການດ້ານການເງິນ ໃນປີ 2008.”