ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ສະເໜີ ບໍ່ໃຫ້ໃຊ້ ອຸປະກອນຕ່າງໆ ທີ່ເຮັດໃຫ້ປືນ ຮ້າຍແຮງຂຶ້ນຕື່ມ

ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງພິທີ ການມອບຫລຽນກ້າຫານ ດ້ານຄວາມປອດໄພ ຂອງມະຫາຊົນ ໃນຫ້ອງການທາງທິດຕາເວັນອອກ ຂອງທຳນຽບຂາວ, ວັນທີ 20 ກຸມພາ 2018, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງພິທີ ການມອບຫລຽນກ້າຫານ ດ້ານຄວາມປອດໄພ ຂອງມະຫາຊົນ ໃນຫ້ອງການທາງທິດຕາເວັນອອກ ຂອງທຳນຽບຂາວ, ວັນທີ 20 ກຸມພາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ຫຼັງຈາກທີ່ໄດ້ມີການແນະນຳ ໃຫ້ຫ້າມໃຊ້ອຸປະກອນຕ່າງໆ ທີ່ສາມາດເຮັດໃຫ້ປືນມີ
ອະນຸພາບຮ້າຍແຮງຂຶ້ນຕື່ມແລະການຮຽກຮ້ອງໃຫ້ກວດປະຫວັດຢ່າງເຂັ້ມງວດຫຼາຍຂຶ້ນ
ຂອງພວກຜູ້ຊື້ປືນ ແລ້ວນັ້ນ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແມ່ນຈະເປັນ
ເຈົ້າພາບຈັດ “ກອງປະຊຸມຮັບຟັງ” ໃນວັນພຸດມື້ນີ້ ກັບບັນດານັກຮຽນ ພໍ່ແມ່ ແລະນາຍຄູ
ຜູ້ທີ່ໄດ້ຕົກເປັນຜູ້ເຄາະຮ້າຍ ຈາກການຍິງສັງຫານໝູ່ ຢູ່ໃນອາເມຣິກາ.

ອຸປະກອນນ້ອຍໆ ຮູ້ຈັກກັນດີ ທີ່ເອີ້ນວ່າ "ບ້ຳ ສຕັອກສ໌ bump stock" ແມ່ນຕິດຕັງໃສ່ປືນຍາວຍິງເທື່ອລະລູກ ແລ້ວເຮັດໃຫ້ຍິງໄດ້ໄວຂຶ້ນ ຢູ່ທີ່ຮ້ານຂາຍປືນ Gun Vault ແລະ ສະໜາມຍິງປືນ, ໃນເມືອງ South Jordan ລັດ Utah, ວັນທີ 4 ຕຸລາ 2017.

ລວມຢູ່ໃນກຸ່ມເຂົ້າຮ່ວມໃນກອງປະຊຸມ ກໍແມ່ນພວກນັກຮຽນ ຈາກໂຮງຮຽນມັດທະຍົມ
ມາຣຈໍຣີ ສໂຕນແມນ ດັກກລັສ (Marjory Stoneman Douglas) ໃນເມືອງພາກແລນ
(Parkland) ລັດຟລໍຣີດາ ບ່ອນທີ່ອະດີດນັກຮຽນຂອງໂຮງຮຽນນີ້ ເມື່ອວັນພຸດ ສັບປະດາ
ແລ້ວນີ້ ໄດ້ສັງຫານ 17 ຄົນ. ທ່ານທຣຳ ໃນວັນອັງຄານວານນີ້ ໄດ້ໃຊ້ຖ້ອຍຄຳທີ່ກ່າວເຖິງ
ການຍິງສັງຫານ ວ່າ “ການສັງຫານໝູ່ທີ່ຊົ່ວຮ້າຍ.”

ທ່ານປະທານາທິບໍດີ ໄດ້ໃຫ້ຄຳເຫັນຂອງທ່ານຢ່າງກວ້າງຂວາງ ເປັນຄັ້ງທຳອິດ ນັບຕັ້ງ
ແຕ່ໄດ້ມີການສັງຫານໃນລັດຟລໍຣີດາ ໂດຍໄດ້ປະກາດວ່າ “ຄວາມປອດໄພໃນໂຮງຮຽນ
ເປັນບູລິມະສິດອັນດັບສູງ ສຳລັບຄະນະລັດຖະບານຂອງຂ້າພະເຈົ້າ”
ແລະກ່າວຕື່ມວ່າ
ທ່ານຈະພົບປະກັບບັນດາຜູ້ປົກຄອງລັດທັງຫຼາຍ ໃນສັບປະດາໜ້າ ເພື່ອປຶກສາຫາລື
ໃນເລື່ອງນີ້.

ນັກຮຽນປີທີສີ່ ຢູ່ທີ່ໂຮງຮຽນມັດທະຍົມ Marjory Stoneman Douglas ຮ້ອງໄຫ້ ຢູ່ຕໍ່ໜ້າ ໄມ້ກັງເຂນ ແລະ ດາວຂອງ David ສຳລັບຜູ້ເຄາະຮ້າຍ ຖືກຍິງສັງຫານໂດຍ ທ້າວ Meadow Pollack ໃນຂະນະທີ່ ເພື່ອນນັກຮຽນຮ່ວມຊັ້ນ ກຳລັງປອບໃຈລາວ ຢູ່ສະຖານທີ່ໄວ້ອາໄລຕັ້ງຂຶ້ນໂດຍໂຮງຮຽນ ໃນເມືອງພາກແລນ (Parkland) ລັດຟລໍຣີດາ, ວັນທີ 18 ກຸມພາ 2018.

“ພວກເຮົາກຳລັງເຮັດວຽກ ຢ່າງໜັກ ເພື່ອເຮັດໃຫ້ເຫດການຕ່າງໆເຫຼົ່ານີ້ ເປັນທີ່
ເຂົ້າອົກເຂົ້າໃຈ”
ທ່ານທຣຳໄດ້ກ່າວຕໍ່ບັນດາຜູ້ພິທັກສັນຕິລາດ ແລະ ບັນດາພະນັກງານ
ກູ້ໄພອື່ນໆ ໃນລະຫວ່າງພິທີຢູ່ທີ່ທຳນຽບຂາວ. ທ່ານໄດ້ກ່າວຕື່ມວ່າ “ພວກເຮົາຈະນຳ
ມາຊຶ່ງຂໍ້ແກ້ໄຂຕ່າງໆ. ມັນໄດ້ຜ່ານມາຫຼາຍໆປີແລ້ວ ແລະກໍບໍ່ມີຂໍ້ແກ້ໄຂຫຍັງເລີຍ.”

ທ່ານປະທານາທິບໍດີ ໄດ້ເປີເຜີຍຂໍ້ສະເໜີ ກົດລະບຽບຊຸດນຶ່ງ ໂດຍປະກອບມີ ການຫ້າມ
ນຳໃຊ້ອຸປະກອນ ບ້ຳ ສຕັອກສ໌ (bump stocks) ເຊິ່ງເປັນອຸປະ ກອນຕິດຕັ້ງທີ່ອຳນວຍ
ໃຫ້ພວກປືນທີ່ຍິງໄດ້ນຶ່ງລູກແຕ່ລະຄັ້ງ ສາມາດຍິງໄດ້ໄວຂຶ້ນ ທີ່ໄດ້ຖືກນຳໃຊ້ໃນການຍິງ
ສັງຫານ ໃນເມືອງ ລາສ ເວກັສ ລັດເນວາດາ ເມື່ອເດືອນຕຸລາປີກາຍນີ້ ເຊິ່ງໄດ້ສັງຫານ
58 ຄົນ ແລະ ເຮັດໃຫ້ອີກ 851 ຄົນໄດ້ຮັບບາດເຈັບ.

ທ່ານທຣຳໄດ້ກ່າວໃນວັນອັງຄານວານນີ້ ວ່າ “ເມື່ອບໍ່ດົນຜ່ານມານີ້ ຂ້າພະເຈົ້າໄດ້ລົງ
ນາມ ໃນບົດບັນທຶກສະບັບນຶ່ງ ທີ່ຊີ້ນຳໃຫ້ລັດຖະມົນຕີກະຊວງຍຸຕິທຳ ນຳສະເໜີ
ກົດລະບຽບການຫ້າມນຳໃຊ້ທຸກໆອຸປະກອນ ທີ່ຫັນປ່ຽນພວກອາວຸດທີ່ຖືກກົດໝາຍ
ໃຫ້ກາຍເປັນປືນກົນໄດ້”
ແລະກ່າວຕື່ມວ່າ ກົດລະບຽບແບບນີ້ ຈະສະລຸບໄດ້ “ໃນ
ໄວໆນີ້.”

ໂຄສົກທຳນຽບຂາວ ທ່ານນາງແຊຣາ ຮັກກະບີ ແຊນເດີສ໌ (Sarah Huckabee Sanders) ຕອບຄຳຖາມຕ່າງໆ ໃນຂະນະທີ່ບັນດານັກຂ່າວ ຍົກມືຂອງພວກເຂົາເຈົ້າຂຶ້ນ ໃນລະຫວ່າງກອງປະຊຸມຖະແຫລງຂ່າວປະຈຳວັນ ຢູ່ທີ່ທຳນຽບຂາວ, ວັນທີ 20 ກຸມພາ 2018, ໃນນະຄອນຫຼວງ ວໍຊິງຕັນ.

ທຳນຽບຂາວ ຍັງກ່າວອີກວ່າ ຂໍ້ກຳນົດຂອງອາາຍຸນັ້ນ ແມ່ນຈະນຳອອກມາປຶກສາຫາລື
ສຳລັບປືນຍາວຍິງເທື່ອລະລູກ ທີ່ນິຍົມຫຼາຍທີ່ສຸດໃນປະເທດ. ຄະນະລັດຖະບານນີ້ ໄດ້
ຊີ້ແນະວ່າ ຕົນຍິນດີຮັບເອົາການກວດປະຫວັດທົ່ວໄປ ສຳລັບ ພວກເຈົ້າຂອງປືນທັງຫຼາຍ.

ຂໍ້ຄວາມຂອງບົດບັນທຶກ ຍັງລວມມີ ການຕຳນິຕິຕຽນ ທ່ານບາຣັກ ໂອບາມາ ເຊິ່ງເປັນ
ປະທານາທິບໍດີ ຄົນກ່ອນຂອງສະຫະລັດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG