ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ກັນຍາ ໒໐໒໓

ປ. ທຣຳ ລົງນາມ ສັ່ງໃຫ້ ໂຮງ​ໝໍ ແຈ້ງຄ່າຮັກສາພະຍາບານ ກ່ອນ​ການ​ຮັກ​ສາ


ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ລົງນາມໃນດຳລັດ ຝ່າຍບໍລິຫານ ທີ່ຮຽກຮ້ອງໃຫ້ມີການນຳສະເໜີ ຄ່າໃຊ້ຈ່າຍ ໃນການຮັກສາພະຍາບານຕົວຈິງ ໃນການກວດຂັ້ນພື້ນຖານ ແລະຂັ້ນຕອນຕ່າງໆ ທີ່ຈະເຮັດໃຫ້ລາຄາຕ່ຳ ທີ່ທຳນຽບຂາວ, 22 ມິຖຸນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ລົງ​ນາມ ​ໃນ​ດຳ​ລັດຝ່າຍ​ບໍ​ລິ​ຫານ
ໃນ​ວັນ​ຈັນ​ວານ​ນີ້ ໃນ​ອັນ​ທີ່​ທ່ານ​ເອີ້ນ​ວ່າ “ການ​ເອົາ​ບາດ​ກ້າວລິ​ເລີ້ມ” ທີ່​ຈະ​ເພີ້ມ
“ຄຸນ​ນະ​ພາບ, ລາ​ຄາ​ຍ່ອມ​ເຍົາ ແລະ​ທ່ຽງ​ທຳ” ເຂົ້າໃນລະ​ບົບ​ການ​ຮັກສາ​ສຸ​ຂະ​ພາບ ​
ຂອງສະ​ຫະ​ລັດ.

ດຳ​ລັດ​ດັ່ງ​ກ່າວ ​ຈະ​ບັງ​ຄັບ​ໃຫ້​ໂຮງ​ພະ​ຍາ​ບານ​ຕ່າງໆ ແຈ້ງ​ຄ່າ​ຮັກ​ສາ​ໃຫ້​ຮູ້​ລ່ວງ​ໜ້າ​ ເພື່ອ​ສະ​ແດງໃຫ້ຜູ້​ປ່ວຍ​ຊາບ​ເຖິງ​ຄ່າ​ໃຊ້​ຈ່າຍ​ທີ່​ຈະ​ຕ້ອງ​ຮັບ​ຜິດ​ຊອບ ໃນ​ວິ ​ທີທີ່ທ່ານ​ທ​ຣຳ ເອີ້ນ​ວ່າ ຈະ​ເປັນ​ການ “ຈະ​ແຈ້ງ, ກົງ​ໄປ​ກົງ​ມາ ແລະ​ເຂົ້າ​ເຖິງ​ໄດ້.”

ນີ້​ໝ​າຍຄວາມວ່າ ຈະ​ຕ້ອງ​ໄດ້​ບອກ​ຜູ້​ປ່ວຍ​ໃຫ້​ຊາບແຕ່ຫົວ​ທີ​ວ່າ ​ຈະ​ມີຄ່າ​ໃຊ້​ຈ່າຍຫຼາຍ​ປານໃດ ​ທີ່​ຜູ້​ກ່ຽວ​ຄາດ​ວ່າຈະ​ຕ້ອງ​ຈ່າຍເອງ ​ຈາກ​ຖົງ​ຂອງ​ຜູ້​ກ່ຽວ ແລະຄ່າໃຊ້​ຈ່າຍ​ຈາກ​ບໍ​ລິ​ສັດ​ປະ​ກັນ​ໄພ.

ທ່ານ​ທ​ຣຳ ກ່າວ​ວ່າ ຜູ້​ປ່ວຍ​ຈະ​ສາ​ມາດ​ຊອກ​ຫາທ່ານ​ໝໍຄົນ​ອື່​ນ ຖ້າ​ຫາກວ່າທາງ ​ເລືອກ​ອັນ​ທຳ​ອິດ​ນັ້ນ ​ມີ​ຄ່າ​ໃຊ້​ຈ່າຍ​ສູງ​ເກີນ​ໄປ.

​ທ່ານ​ທ​ຣຳ ​ກ່າວ​ວ່າ “ພວກ​ເຮົາ​ເຊື່ອ​ວ່າ ຊາວ​ອາ​ເມ​ຣິ​ກັນ ແມ່ນ​ມີ​ສິດ​ທີ່​ຈະ​ຊາ​ບ​ເຖິງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ປິ່ນ​ປົວ ກ່ອນ​ທີ່​ຈະ​ເຂົ້າ​ໄປ​ຫາ​ທ່ານໝໍ.”

ປະ​ທາ​ນາ​ທິ​ບໍ​ດີ ໄດ້​ຈົ່ມ​ ​ມາ​ໄດ້​ຫຼາຍ​ທົດ​ສະ​ວັດ​ແລ້ວ ທີ່​ວ່າ ພວກ​ບໍ​ລິ​ສັດ​ປະ​ກັນ​ໄພ​ສຸ​ຂະ​ພາບ​ທັງ​ຫຼາຍ, ພວກວິ່ງ​ເຕັ້ນທັງ​ມວນ ແລະພວກ​ທີ່​ຫາ​ຜົນ​ປະ​ໂຫຍດ​ພິ​ເສດ ທີ່​ບໍ່​ໂປ່ງ​ໃສ ໃນ​ການເປີດ​ເຜີຍ​ເຖິງ​ຄ່າ​ໃຊ້ຈ່າຍແທ້ໆ ຂອງ​ການ​ຮັກ​ສາ​ພະ​ຍາ​ບານ​ຜູ້​ປ່ວຍ, ຊຶ່ງ​ມີ​ຂຶ້ນ​ເລື້ອຍໆ ທີ່​ວ່າມີຄ່າ​ໃຊ້​ຈ່າຍ​ສູງ​ຫຼາຍ ແລະຄ່າອື່​ນໆ​ທີ່ພວກ​ຜູ້ປ່ວຍຄາດ​ບໍ່​ເຖິງ.

“ການ​ຂາດຄວາມ​ໂ​ປ່ງໃສເລື້ອງ​ຄ່າ​ໃຊ້​ຈ່າຍ ແມ່ນ​ໄດ້​ສ້າງ​ຜົນ​ປະ​ໂຫຍດ​ຕໍ່​ອຸດ​ສາ​ຫະ​ກຳ​ຍັກ​ໃຫຍ່ນີ້ຢ່າງ​ຫຼວງ​ຫຼາຍ, ຊຶ່ງ​ເຮັດ​ໃຫ້​ຊາວ​ອາ​ເມ​ຣິ​ກັນ ​ມີ​ຄ່າ​ໃຊ້ຈ່າຍຈຳ​ ນວນ​ຫຼາຍ​ຮ້ອຍ​ພັນ​ລ້ານ​ໂດ​ລາ ໃນ​ແຕ່​ລະ​ປີ.”

ທ່ານ​ທ​ຣຳ ກ່າວ​ວ່າ ທ່ານ​ໄດ້​ເຫັນ​ຄ່າ​ຮັກ​ສາ​ພະ​ຍາ​ບານ ເຊັ່ນ 800 ໂດ​ລາ ສຳ​ລັບ​ນ້ຳ​ເກືອ, 6,000 ໂດ​ລາ ສຳ​ລັບ​ການກວດ​ສອບ​ເລື້ອງ​ພວກຕິດ​ຢາ​ເສບ​ຕິດ ແລະສູງກວ່າ 17,000 ໂດ​ລາ ສຳ​ລັບ​ຫ​ຍິບບາດ​ແຜ​ເທົ່າ​ນັ້ນ.

ອ່ານ​ຂ່າວ​ນີ້​ເພີ້ມ​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG