ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ສັ່ງໃຫ້ລະງັບ ການຊ່ອຍເຫຼືອ ແກ່ຢູເຄຣນ ກ່ອນໜ້າ ການກວດກາ ໂດຍພັກເດໂມແຄຣັດ


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ຢູ່ນອກກ່ອງປະຊຸມໃຫຍ່ ສະຫະປະຊາຊາດ ໃນນະຄອນ ນິວຢອກ ຊີຕີ (New York City), ລັດນິວຢອກNew, ວັນທີ 23 ກັນຍາ 2019.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ກ່າວຖະແຫລງ ຢູ່ນອກກ່ອງປະຊຸມໃຫຍ່ ສະຫະປະຊາຊາດ ໃນນະຄອນ ນິວຢອກ ຊີຕີ (New York City), ລັດນິວຢອກNew, ວັນທີ 23 ກັນຍາ 2019.

ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ໄດ້ກ່າວຕໍ່ເຈົ້າໜ້າທີ່ຂອງທ່ານ ໃຫ້ລະງັບ
ການຊ່ວຍເຫຼືອແກ່ຢູເຄຣນມູນຄ່າ 400 ລ້ານໂດລາ ໄວ້ກ່ອນ ຫຼາຍມື້ກ່ອນໜ້າ ທີ່ທ່ານ
ຈະໂທລະສັບໄປລົມກັບຜູ້ນຳຂອງປະເທດດັ່ງກ່າວ ຜູ້ທີ່ເປັນ ໃຈກາງຂອງເລື້ອງນອງນັນ
ລະຫວ່າງລັດຖະສະພາແລະທຳນຽບຂາວ ທີ່ກ່ຽວ ຂ້ອງກັບ ຄຳຮ້ອງທຸກຂອງຜູ້ທີ່ອອກ
ມາໃຫ້ຂໍ້ມູນເລື້ອງພາຍໃນ ຫຼືທີ່ເອີ້ນກັນວ່າ whistleblower.

ລາຍງານຕ່າງໆ ເມື່ອຕອນແລງວັນພຸດຜ່ານມາ ຈາກອົງການຂ່າວເອພີ ໜັງສື ພິມ
ວໍຊິງຕັນໂພສ ແລະ ນິວຢອກໄທມສ໌ ນັ້ນ ຕ່າງ​ກໍໄດ້ອ້າງເຖິງເຈົ້າໜ້າທີ່ອະ ວຸໂສໃນ
ຄະນະລັດຖະບານຫຼາຍທ່ານ ທີ່ກ່າວວ່າ ທ່ານທຣຳໄດ້ໂຈະການໃຫ້ທຶນ ຊ່ອຍເຫຼືອ
ແລະວ່າ ຄຳສັ່ງນັ້ນ ແມ່ນໄດ້ຖືກສົ່ງ​ໄປຫາກະຊວງການຕ່າງປະເທດ ແລະທຳນຽບ
ຫ້າແຈ ໂດຍໃຫ້ການອະທິບາຍວ່າ ທ່ານພວມເບິ່ງວ່າ ເງິນຈຳນວນດັ່ງກ່າວ ຕ້ອງໄດ້
ຖືກນຳໃຊ້ ຫຼືບໍ່.

ເມື່ອຕອນເຊົ້າວັນພຸດຜ່ານມາ ບັນດາຜູ້ນຳ 3 ທ່ານ ໃນຄະນະກຳມະການຂອງສະພາ
ຕ່ຳ ໄດ້ຮຽກຮ້ອງໃຫ້ລັດຖະມົນຕີການຕ່າງປະເທດ ທ່ານໄມຄ໌ ພອມພຽວ ມອບເອກ
ກະສານທັງໝົດ ທີ່ກ່ຽວຂ້ອງກັບໂທລະສັບທີ່ທ່ານທຣຳ ໄດ້ໂທໄປຫາ ປະທານາທິບໍດີ
ຂອງຢູເຄຣນ ທ່ານໂວໂລດີເມຍ ເຊເລັນສກີ.

ບັນດາປະທານຄະນະກຳມະການຂອງ​ສະ​ພາ​ຕ່ຳ ຮັບຜິດຊອບເລື້ອງຄວາມ​ສຳ​ພັນ​ກັບ
ຕ່າງປະເທດ ສືບລັບ ແລະການກວດສອບຂອງສະພາຕ່ຳ ຈາກພັກເດ ໂມແຄຣັດ
ໂດຍມີ ທ່ານແອລລີອັອດ ເອັນໂຈລ ທ່ານແອດຳ ຊີຟ ແລະທ່ານອີໄລຈາ ຄຳມິງສ໌ ໄດ້
ກຳນົດເສັ້ນຕາຍໃສ່ວັນພະຫັດ ອັນເປັນມື້ດຽວກັນ ທີ່ຄະ ນະກຳມະການສືບລັບມີກຳ
ນົດ ຈະຮັບຟັງຄຳໃຫ້ການຈາກຜູ້ຮັກສາການຊົ່ວຄາວ ອຳນວຍການອົງການສືບລັບ
ແຫ່ງຊາດ ທ່ານໂຈເຊັ​ຟ ແມັກກວາຍ​ເອີ (Joseph Maguire) ກ່ຽວກັບເລື້ອງ ຄຳຮ້ອງ
ທຸກຂອງຜູ້ທີ່ໄດ້ອອກມາໃຫ້ຂໍ້ມູນພາຍໃນ ທີ່ ເຊື່ອມໂຍງກັບການໂທລະສັບໄປຫາ
ປະທານາທິບໍດີ ຢູເຄຣນ.

ທ່ານທຣຳ ອີງຕາມການກ່າວກໍແມ່ນວ່າ ທ່ານໄດ້ຊຸກຍູ້ໃຫ້ທຳການສືບສວນສອບສວນ
ທ່ານໂຈ ໄບເດັນ ຜູ້ສະໝັກເປັນປະທານາທິບໍດີ ສັງກັດພັກເດໂມແຄຣັດ ທີ່ມີ​ຄະ​ແນນ
ນຳໜ້າໝູ່ ແລະລູກຊາຍຂອງທ່ານ ທ່ານຮັນເຕີ ຜູ້ທີ່ໄດ້ຮັບໃຊ້ເປັນ ສະມາຊິກຄະນະ
ກຳມະການ ບໍລິສັດແກັສຂອງຢູເຄຣນ.

ສະມາຊິກຄະນະກຳມະການຂອງສະພາຕ່ຳ ສາມທ່ານ ໄດ້ກ່າວໃນໜັງສືສະບັບ ນຶ່ງ
ວ່າ ກະຊວງການຕ່າງປະເທດໄດ້ຍອມຮັບວ່າ ເຈົ້າໜ້າທີ່ອາວຸໂສຂອງທ່ານ ພຽມພຽວ
ໄດ້ຊ່ອຍເຫຼືອໂດຍກົງ ຈັດກອງປະຊຸມ ລະຫວ່າງທະນາຍຄວາມຂອງ ທ່ານທຣຳ ຄື
ທ່ານຣູດີ ຈູລີອານີ ກັບ ບັນດາເຈົ້າໜ້າທີ່ ຂອງຢູເຄຣນ ບໍ່ເທົ່າໃດ ວັນຫຼັງຈາກທີ່ ທ່ານ
ທຣຳໄດ້ໂທໄປແລ້ວນັ້ນ.

ພວກທ່ານທັງສາມໄດ້ຂຽນວ່າ “ການບໍ່ມອບເອກກະສານເຫຼົ່ານີ້ ແລະການບໍ່ຍິນຍອມ
ໄປ​ໃຫ້​ການ​ຕໍ່ຄະນະກຳມະການນັ້ນ ລັດຖະບານທ່ານທຣຳກຳລັງຂັດຂວາງບົດບາດ
ໜ້າທີ່ການກວດສອບ ຂອງລັດຖະສະພາພາຍໃຕ້ລັດຖະທຳມະນູນ ເພື່ອປົກປ້ອງ
ຂະບວນການປະຊາທິປະໄຕ ຂອງປະເທດຊາດພວກເຮົາ.”

ສະມາຊິກສາະພາສູງ ທ່ານຄຣິສ ເມີຟີ ໄດ້ກ່າວຕໍ່ບັນດານັກຂ່າວໃນວັນຈັນວານ ນີ້ ວ່າ
ທ່ານໄດ້ພົບປະກັບທ່ານເຊເລັນສກີ ເມື່ອສອງສາມອາທິດກ່ອນ ແລະວ່າ ລັດຖະບານ
ຂອງຢູເຄຣນໄດ້ເປັນຫ່ວງເລື້ອງການຕັດການຊ່ອຍເຫຼືອນັ້ນວ່າ “ເປັນຜົນມາຈາກການ
ທີ່ ພວກເຂົາເຈົ້າ ບໍ່ຍິນຍອມໃນເວລານັ້ນ ທີ່ຈະທຳການສືບສວນ ສອບສວນ ຄອບຄົວ
ໄບເດັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG