ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ເລີ່ມອະນຸຍາດ ໃຫ້ອົບພະຍົບ ເດີນທາງເຂົ້າມາ ສະຫະລັດ


ປະທານາທິບໍດີ ທຣຳ ເປີດຝາປາກກາ ກ່ອນການເຊັນດຳລັດ ກ່ຽວກັບ ຄົນເຂົ້້າເມືອງ ໃນລະຫວ່າງການເດີນທາງ ຢ້ຽມຢາມກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 25 ມັງກອນ, 2017.
ປະທານາທິບໍດີ ທຣຳ ເປີດຝາປາກກາ ກ່ອນການເຊັນດຳລັດ ກ່ຽວກັບ ຄົນເຂົ້້າເມືອງ ໃນລະຫວ່າງການເດີນທາງ ຢ້ຽມຢາມກະຊວງຮັກສາຄວາມປອດໄພພາຍໃນ ສະຫະລັດ ໃນນະຄອນຫຼວງ ວໍຊິງຕັນ. 25 ມັງກອນ, 2017.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ເຊັນດຳລັດສະບັບ ນຶ່ງ ເລີ້ມຮັບເອົາ
ອົບພະຍົບ ເຂົ້າມາໃນປະເທດຄືນອີກ, ແຕ່ໄດ້ກຳນົດການກວດສອບຢ່າງເຄັ່ງຄັດກວ່າ
ເກົ່າຕໍ່ປະຊາຊົນຈາກ 11 ປະເທດທີ່ຖືກລະບຸວ່າ ເປັນໄພຄຸກຄາມຢ່າງສູງຕໍ່ຄວາມໝັ້ນ
ຄົງແຫ່ງຊາດ.

ດຳລັດສະບັບໃໝ່ໄດ້ຖືກປະກາດໃນວັນອັງຄານວານນີ້ ໃນຂະນະທີ່ດຳ ລັດສະບັບ
ກ່ອນໜ້ານັ້ນ ທີ່ຫ້າມບໍ່ໃຫ້ຮັບເອົາພວກອົບພະຍົບເປັນເວລາ 120 ວັນໄດ້ໝົດອາຍຸ.
ອົບພະຍົບທຸກຄົນທີ່ຫວັງວ່າ ຈະເດີນທາງເຂົ້າ ມາໃນສະຫະລັດ ຈະປະເຊີນກັບມາດ
ຕະການກວດສອບຫຼາຍຂຶ້ນກວ່າເກົ່າ, ເຊັ່ນການສະໜອງຂໍ້ມູນ ກ່ຽວກັບ ຊີວະປະ
ຫວັດຫຼາຍກວ່າທີ່ໄດ້ຮຽກຮ້ອງ ກ່ອນໜ້ານີ້, ພາຍໃຕ້ດຳລັດສະບັບໃໝ່.

ປະຊາຊົນຈາກ 11 ປະເທດທີ່ຖືກລະບຸວ່າເປັນໄພຄຸກຄາມ ຈະປະເຊີນກັບການທົບ
ທວນ 90 ວັນໃນໃບສະໝັກຂອງເຂົາເຈົ້າ, ແລະ ຈະຖືກອະນຸຍາດໃຫ້ເດີນທາງເຂົ້າ
ມາສະຫະລັດ ອີງຕາມແຕ່ລະສະຖານະການ ຖ້າການເດີນທາງເຂົ້າປະເທດຂອງເຂົາ
ເຈົ້າ ຫາກຖືວ່າມີຜົນປະໂຫຍດຕໍ່ ປະເທດ, ແລະ ເຂົາເຈົ້າຈະບໍ່ເປັນໄພຂົ່ມຂູ່ຕໍ່ຄົນ
ອາເມຣິກັນ.

ບັນດາເຈົ້າໜ້າທີ່ໄດ້ປະຕິເສດທີ່ຈະບອກຊື່ຂອງ 11 ປະເທດນັ້ນ, ແຕ່ ອົງການຂ່າວ
ຣອຍເທີ ແລະ ຝຣັ່ງ ໄດ້ລະບຸວ່າເປັນປະເທດດຽວກັນກັບ ປະເທດທີ່ໄດ້ຖືກກວດສອບ
ຢ່າງເຄັ່ງຄັດມາແລ້ວ ທີ່ຮູ້ກັນໃນຊື່ການກວດສອບປະຫວັດ ໄດ້ແກ່ປະເທດ ອີຈິບ,
ອີຣ່ານ, ອີຣັກ, ລີເບຍ, ມາລີ, ເກົາຫຼີເໜືອ, ໂຊມາເລຍ, ຊູດານໃຕ້, ຊູດານ, ຊີເຣຍ
ແລະ ເຢເມນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

US Refugee
please wait
Embed

No media source currently available

0:00 0:00:33 0:00

XS
SM
MD
LG