ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາວ່າ ອິສຣາ​ແອ​ລ​ແລະ ປາ​ແລ​ສ​ໄຕ​ນ໌ ອາດມີຂໍ້​ຕົກ​ລົງສັນຕິພາບ​ ນໍາກັນໄດ້

ປະທານາທິບໍດີ ດໍໂນລ ທຣໍາ ຈັບມືກັບຜູ້ນຳປາແລສໄຕນ໌ ທ່ານ Mahmoud Abbas ໃນໄລຍະທີ່ມີການພົບປະກັນທີ່ທໍານຽບຂາວ, ນະຄອນວໍຊິງຕັນ ໃນວັນທີ 3 ພຶດສະພາ 2017
ປະທານາທິບໍດີ ດໍໂນລ ທຣໍາ ຈັບມືກັບຜູ້ນຳປາແລສໄຕນ໌ ທ່ານ Mahmoud Abbas ໃນໄລຍະທີ່ມີການພົບປະກັນທີ່ທໍານຽບຂາວ, ນະຄອນວໍຊິງຕັນ ໃນວັນທີ 3 ພຶດສະພາ 2017

ປະທານາທິບໍດີ ດໍ​ໂນ​ລ ທຣໍາ ອາດ​ຈະ​ໝັ້ນໃຈວ່າ​ທ່ານ​ສາມາດ​ຊ່ວຍໃນ​ການເຈລະຈາ​
ຂໍ້​ຕົກ​ລົງສັນຕິພາບ​ຄັ້ງ​ປະຫວັດສາດ ລະຫວ່າງ​ອິສຣາ​ແອ​ລ ​ແລະ​ປາ​ແລ​ສ​ໄຕ​ນ໌ນັ້ນ​ໄດ້.
​ແຕ່​ບໍ່ຕ້ອງ​ໄປ​ຖາມ​ທ່ານ​ວ່່າ ຂໍ້​ຕົກລົງ​ສັນຕິພາບນັ້ນ​ແມ່ນເປັນ​ໄປ​ຢ່າງ​ໃດ ​ເພາະປະກົດ​
ວ່່າ ທ່ານ​ຈະບໍ່​ບອກໃຫ້​ຮູ້​ດອກ.

ຜູ້ຍິງຄົນນຶ່ງກໍາລັງອ່ານໜັງສືພິມ ໃນຂະນະທີ່ໂທລະພາບສາຍໃຫ້ເຫັນການພົບປະກັນລະຫວ່າງ ປ. ດໍໂນລ ທຣໍາຂອງສະຫະລັດ ແລະທ່ານ Benjamin Netanyahu ນາຍົກລັດຖະມົນຕີອິສຣະແອລ ທີ່ນະຄອນວໍຊິງຕັນຢູ່ຂ້າງຮ້ານຂາຍກາເຟ ຢູ່ນະຄອນ Tel Aviv ຂອງອິສຣະແອລ ໃນວັນທີ 15 ກຸມພາ 2017

ຢູ່ໃນໄລຍະ​ທີ່​ມີການ​ປະຊຸມກັບປະທານາທິບໍດີ ປາ​ແລ​ສ​ໄຕ​ນ໌ ທ່ານ Mahmood
Abbasໃນ​ອາທິດ​ນີ້ ປະທານາທິບໍດີ​ທຣໍາ ​ໄດ້​ສະ​ແດງ​ອອກ​ມາ​ໃຫ້​ເຫັນ​ຄັ້ງ​ແລ້ວ ຄັ້ງ
​ເຫລົ່າ ວ່າ​ທ່ານ​ມີ​ຄວາມ​ຫວັງ ວ່າ ຈະ​ມີ “ຂໍ້ຕົກລົງ” ຫລື ການ​ເຫັນ​ດີ​ນໍາ​ກັນ ຫລື ​ຖ້າ​ຈະ
​ເວົ້າແບບ​ກວ້າງໆ ກວ່າ​ນັ້ນກໍ​ຄື ​ເປັນ​ການຈັດ​ແຈ​ງທີ່​ຈະ​ເຮັດ​ໃຫ້​ເກີດ “ສັນຕິພາບ” ລະ
ຫວ່າ​ງສອງ​ປະ​ທດ​ໄດ້.

ປ້າຍທີ່ຂຽນເປັນພາສາອາຣັບສະໜັບສະໜຸນໃຫ້ຕັ້ງອິສຣະແອລ ແລະປາແລສໄຕນເປັນປະເທດດຽວ.
ປ້າຍທີ່ຂຽນເປັນພາສາອາຣັບສະໜັບສະໜຸນໃຫ້ຕັ້ງອິສຣະແອລ ແລະປາແລສໄຕນເປັນປະເທດດຽວ.

ອັນ​ທີ່​ເຫັນ​ແຈ້ງ​ວ່າ​ຂາດຢູ່​ໃນ​ຄຳ​ຖະ​ແຫລ​ງຂອງປະທານາທິບໍດີ​ທຣໍາ ກໍ​ຄື​ຫລັກ​ຖານ​ອ້າງ
​ອີງ ​ການ​ແກ້​ໄຂ​ທີ່​ແບ່ງ​ເປັນ​ສອງ​ປະ​ເທດ ຫລື​ແນວ​ຄິດທີ່​ໃຫ້ປາ​ແລ​ສ​ໄຕນ໌ ​ຕັ້ງປະ​ເທດ
ຊຶ່ງ​ສະຫະລັດ​ໄດ້​ເຫັນ​ວ່າ​ເປັນຜົນທີ່​ເພິ່ງປາດ​ຖະໜາຂອງ​ການ​ເຈລະ​ຈາ​ສັນຕິພາບ​ຕາ​
ເວັນ​ອອກ​ກາງ.

ການ​ທີ່​ສິ່ງ​ອ້າງ​ອີງ​ນັ້ນຂາດ​ໄປ ບໍ່​ແມ່ນ​ວ່າ​ຈະ​ບໍ່ມີ​ສັງ​ເກດ​ຮູ້.

ກໍາມະກອນຊາວປາແລສໄຕນກໍາລັງສ້າງອາຄານຫລັງນຶ່ງຢູ່ຄຸ້ມ Maale Adumim ຊຶ່ງເປັນເຂດຕັ້ງຖິ່ນຖານໃໝ່ ຢູ່ໃກ້ນະຄອນເຢຣູຊາແລມ ໃນວັນທີ 7 ກຸມພາ 2017
ກໍາມະກອນຊາວປາແລສໄຕນກໍາລັງສ້າງອາຄານຫລັງນຶ່ງຢູ່ຄຸ້ມ Maale Adumim ຊຶ່ງເປັນເຂດຕັ້ງຖິ່ນຖານໃໝ່ ຢູ່ໃກ້ນະຄອນເຢຣູຊາແລມ ໃນວັນທີ 7 ກຸມພາ 2017

ທ່ານ Hanan Ashrawi ສະມາຊິກ​ຂອງ​ຄະນະ​ກໍາມະການ​ບໍລິຫານ​ຂອງ​ອົງການ​ປົດ​
ປ່ອຍ ປາແລັສ​ໄຕ ​ໄດ້​ກ່າວ​ຕໍ່ວີ​ໂອ​ເອວ່າ “ທ່ານໄດ້​ສັງ​ເກດ​ບໍ່ວ່າ ທ່ານ​ທຣໍາບໍ່​ເຄີຍ​ເວົ້າ
ຄໍາ​ວ່າ ປາແລັສ​ໄຕ​ເລີຍ?” “ຂ້າພະ​ເຈົ້າຄິດ​ວ່າ ​ເບິ່ງ​ຈັ່ງ​ນຶ່ງ ທ່ານ​ທຣໍາກໍາລັງໄຂວ່​ຂວາ​
ໄປ​ຈາກ​ນະ​ໂຍບາຍ​ຂອງ​ອາ​ເມຣິກາກ່ຽວກັບ​ມັດ​ຕິໃນ​ການ​ຕັ້ງ​ເປັນ​ສອງ​ປະ​ເທດທີ່​ມີ​ມາ​
ແຕ່ດົນ​ນານນັ້ນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG