ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ຄາດວ່າຈະສ້າງສາຍພົວພັນທີ່ດີກັບ ຜູ້
ນຳເກົາຫຼີເໜືອ ກິມ ຈົງ ອຶນ ໃນກອງປະຊຸມສຸດຍອດໃນສັບປະດານີ້ ທີ່ ຫວຽດນາມ:
ດ້ວຍ ນຽບຂາວ ກ່າວວ່າ ເປົ້າໝາຍຫຼັກຂອງການເຈລະຈານີ້ແມ່ນລົບລ້າງໂຄງການ
ອາວຸດນິວເຄລຍຂອງ ເກົາຫຼີເໜືອ.
“ພວກເຮົາເບິ່ງກັນແບບຊຶ່ງໜ້າ ຕາຕໍ່ຕາ, ຂ້າພະເຈົ້າເຊື່ອວ່າ , ແຕ່ກໍຈະເຫັນມັນຫຼາຍ
ກວ່ານັ້ນໃນອີກ 2-3 ມື້ຕໍ່ໜ້ານີ້,” ຊຶ່ງທ່ານທຣຳ ໄດ້ກ່າວໄວ້ໃນວັນອາທິດວານນີ້.
ທ່ານທຣຳ ໄດ້ກ່າວຕໍ່ບັນດາຜູ້ປົກຄອງລັດທັງຫຼາຍ ໃນງານລ້ຽງສັງສັນທີ່ທຳນຽບຂາວ
ວ່າ “ຂ້າພະເຈົ້າຄິດວ່າ ພວກເຮົາຈະມີເລື້ອງທີ່ໜ້າສົນໃນຫຼາຍ ໃນເວລາ 2 ມື້ເຄິ່ງທີ່
ຫວຽດນາມ. ພວກເຮົາມີໂອກາດທີ່ຈະລົບລ້າງໂຄງການອາວຸດນິວ ເຄລຍທັງໝົດ
ຂອງຂົງເຂດທີ່ອັນຕະລາຍຮ້າຍແຮງນີ້.”
ຜູ້ນຳທັງສອງໄດ້ພົບປະກັນ ໃນເດືອນມິຖຸນາຜ່ານມາ ຫຼັງຈາກທີ່ທ່ານທຣຳໄດ້ປະກາດ
ອອກໄປວ່າ “ມັນຈະບໍ່ມີໂຄງການອາວຸດນິວເຄລຍຈາກເກົາຫຼີເໜືອ ອີກຕໍ່ໄປແລ້ວ.”
ແຕ່ ໃນຂະນະທີ່ທ່ານຈະພົບປະກັບທ່ານກິມ ໃນວັນພຸດແລະວັນພະຫັດ ທີ່ຈະມາເຖິງນີ້
ໃນນະຄອນຫຼວງຮ່າໂນຍ ຂອງຫວຽດນາມ, ມັນມີຫຼັກຖານທີ່ໜັກແໜ້ນພຽງນ້ອຍດຽວ
ເທົ່ານັ້ນ ກ່ຽວກັບ ຂັ້ນຕອນທີ່ໄດ້ເຮັດ ເພື່ອກຳນົດເງື່ອນໄຂທີ່ສະເພາະເຈາະຈົງ ໃນການ
ປົດອາວຸດນິວເຄລຍທີ່ໄດ້ສັນຍາໄວ້ຂອງ ເກົາຫຼີເໜືອ.
ເມື່ອຖືກຖາມ ກ່ຽວກັບ ຂໍ້ກຳນົດຂອງການປົດອາວຸດນິວເຄລຍດັ່ງກ່າວແມ່ນຫຍັງນັ້ນ,
ເຈົ້າໜ້າທີ່ອາວຸໂສຂອງລັດຖະບານຂອງທ່ານ ທຣຳ ໄດ້ປະຕິເສດຕໍ່ການອະທິບາຍເຖິງ
ລາຍລະອຽດຕ່າງໆ ທີ່ອ້າງເຖິງການເຈລະຈາທີ່ກຳລັງດຳເນີນຢູ່ນັ້ນ.
“ພວກເຮົາຍັງຢູ່ໃນລະຫວ່າງກາງ ຂອງການເຈລະຈາກັບເກົາຫຼີເໜືອ ຢູ່ໃນຂະນະນີ້
ແລະຂ້າພະເຈົ້າບໍ່ຢາກທີ່ຈະອະທິບາຍສະຖານະຂອງເຂົາເຈົ້າ ໃນການໃຫ້ສຳພາດກັບ
ສື່ມວນຊົນນັ້ນ ໃນຂະນະທີ່ພວກເຮົາຍັງຢູ່ໃນທ່າມກາງການເຈລະຈານີ້, ຂ້າພະເຈົ້າ
ພຽງແຕ່ເວົ້າໄດ້ວ່າ ພວກເຮົາຈະສົນທະນາກັນໃນເລື້ອງນີ້ ແລະບັນຫາອື່ນໆທັງຫຼາຍ
ໃນສັບປະດານີ້,” ຊຶ່ງເຈົ້າໜ້າທີ່ນັ້ນສູງ ໄດ້ກ່າວໄປ.
ລັດຖະມົນຕີການຕ່າງປະເທດ ທ່ານ ໄມຄ໌ ພອມພຽວ ໄດ້ກ່າວຕໍ່ໂທລະພາບ CNN ໃນ
ວັນອາທິດວານນີ້ວ່າ “ມັນຈະບໍ່ມີການປ່ຽນແປງ” ໃນມາດຕະການລົງໂທດທາງເສດຖະ
ກິດ ສະຫະລັດ ທີ່ແນເປົ້າໃສ່ ເກົາຫຼີເໜືອ ຈົນກວ່າເຂົາເຈົ້າ ຈະຕົກລົງທີ່ຈະ “ພິສູດການ
ປົດອາວຸດນິວເຄລຍໄດ້ຢ່າງເຕັມທີ່.”