ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທຣໍາ ຄັດຄ້ານການໃຫ້ເງິນງວດໃໝ່ແກ່ ຫ້ອງການໄປສະນີ ເພາະມັນຈະເຮັດໃຫ້ ການປ່ອນບັດ ເລືອກຕັ້ງທາງໄປສະນີ ເພີ້ມຂຶ້ນ


ພະນັກງານທີ່ຍາມບ່ອນປ່ອນບັດ ໃສ່ເຄື່ອງປ້ອງກັນຕົນເອງບໍ່ໃຫ້ຕິດພະຍາດໃນຂະນະທີ່ນາງຕິດຕາມເບິ່ງກ່ອງໃສ່ບັດລົງຄະແນນສຽງທີ່ສົ່ງມາທາງໄປສະນີຢູ່ນອກສະຖານທີ່ປ່ອນບັດໃນການເລືອກຕັ້ງ ແຕ່ຫົວທີໃນວັນທີ 7 ສິງຫາ, 2020, ຢູ່ເມືອງຫາດຊາຍ Miami, ລັດຟລໍຣິດາ
ພະນັກງານທີ່ຍາມບ່ອນປ່ອນບັດ ໃສ່ເຄື່ອງປ້ອງກັນຕົນເອງບໍ່ໃຫ້ຕິດພະຍາດໃນຂະນະທີ່ນາງຕິດຕາມເບິ່ງກ່ອງໃສ່ບັດລົງຄະແນນສຽງທີ່ສົ່ງມາທາງໄປສະນີຢູ່ນອກສະຖານທີ່ປ່ອນບັດໃນການເລືອກຕັ້ງ ແຕ່ຫົວທີໃນວັນທີ 7 ສິງຫາ, 2020, ຢູ່ເມືອງຫາດຊາຍ Miami, ລັດຟລໍຣິດາ

ປະທານາທິບໍດີສະຫະລັດ, ທ່ານ ດໍໂນລ ທຣໍາ ກ່າວໃນວັນພະຫັດວານນີ້ວ່າ ທ່ານຄັດຄ້ານຕໍ່ຂໍ້ຮຽກຮ້ອງຂອງພັກເດໂມແຄຣັດເພື່ອເອົາເງິນຫລາຍຕື້ໂດລາ ຢູ່ໃນການໃຊ້ຈ່າຍເງິນງວດໃໝ່ ໃຫ້ແກ່ຫ້ອງການບໍລິການໄປສະນີຂອງສະຫະລັດ ເພາະວ່າ ມັນຈະເຮັດໃຫ້ການລົງຄະແນນສຽງຜ່ານທາງໄປສະນີສະດວກ ຂຶ້ນ ສໍາລັບການເລືອກຕັ້ງແຫ່ງຊາດໃນເດືອນພະຈິກຈະມາເຖິງນີ້ ຊຶ່ງທ່ານໄດ້ ກ່າວ ອ້າງ ໂດຍບໍ່ມີຫລັກຖານວ່າ ຈະນໍາໄປສູ່ການລົງຄະແນນສຽງ ທີ່ຫລອກລວງ ແລະສໍ້ໂກງຕໍ່ທ່ານນັ້ນ.

ທ່ານ ທຣໍາໄດ້ກ່າວຕໍ່ອົງການຂ່າວທຸລະກິດຟອກສ໌ (Fox) ວ່າ “ດຽວນີ້ ພວກ ເຂົາຕ້ອງການເງິນນັ້ນ ເພື່ອຈະເຮັດໃຫ້ຫ້ອງການໄປສະນີເຮັດວຽກໄດ້ ເພື່ອວ່າ ມັນຈະເອົາບັດລົງຄະແນນສຽງ ຫລາຍຕໍ່ຫລາຍລ້ານໃບໄດ້ໝົດເລີຍ. ແຕ່ວ່າ ຖ້າພວກເຂົາບໍ່ມີສອງຢ່າງນັ້ນ, ກໍໝາຍຄວາມວ່າ ເຈົ້າກໍຈະບໍ່ມີການລົງຄະແນນ ສຽງຜ່ານໄປສະນີແບບທົ່ວໄປໄດ້ ເພາະວ່າ ພວກມັນບໍ່ໄດ້ຮັບການປະກອບໃຫ້ ກຽມພ້ອມ ເຮັດເຊັ່ນນັ້ນໄດ້.”

ທ່ານທຣໍາ ເວົ້າວ່າ “ສອງຢ່າງທີ່ວ່ານັ້ນ ກໍຄື (ເງິນ 25 ຕື້ໂດລາ) ສໍາລັບຫ້ອງ ການໄປສະນີ ແລະ 3.5 ຕື້ໂດລາ ສໍາລັບການສົ່ງບັດລົງຄະແນນສຽງທາງໄປ ສະນີ. ຖ້າຫາກພວກເຮົາບໍ່ຕົກລົງກັນໄດ້ ກໍໝາຍຄວາມວ່າ ພວກເຂົາບໍ່ສາມາດມີເງິນນັ້ນໄດ້ ຊຶ່ງກໍໝາຍຄວາມວ່າ ພວກເຂົາບໍ່ສາມາດມີການລົງຄະແນນສຽງ ຜ່ານທາງໄປສະນີແບບທົ່ວໄປໄດ້. ມັນຕັ້ງບໍ່ສາມາດເກີດຂຶ້ນໄດ້.”

ການເຈລະຈາຂອງທໍານຽບຂາວ ກັບພວກສະມາຊິກລັດຖະສະພາສັງກັດພັກເດ ໂມແຄຣັດທີ່ເປັນຝ່າຍກົງກັນຂ້າມນັ້ນ ລວມມີການໃຫ້ງົບປະມານແກ່ຫ້ອງການ ໄປສະນີ ພ້ອມກັບຊຸດໃຫ້ເງິນຊ່ວຍເຫລືອທີ່ໃຫຍ່ກວ່າເກົ່າ ແກ່ພວກຄົນງານທີ່ ຂາດວຽກເຮັດງານທໍາ, ຄອບຄົວຄົນອາເມຣິກັນ, ທຸລະກິດແລະລັດຖະບານຂອງ ລັດ ແລະທ້ອງຖິ່ນທີ່ໄດ້ຮັບຜົນກະທົບຈາກການລະບາດຢ່າງໜັກຂອງໄວຣັສໂຄ ໂຣນາທີ່ບໍ່ສາມາດສະກັດກັ້ນໃຫ້ຫລຸດຜ່ອນລົງໄດ້ຢູ່ໃນສະຫະລັດ.

ແຕ່ວ່າການເຈລະຈາໄດ້ແຕກຫັກລົງໃນນຶ່ງອາທິດກ່ອນນັ້ນ ກ່ຽວກັບການໃຫ້ເງິນ ງົບປະມານ ແກ່ຫ້ອງການໄປສະນີ ແລະການຍືດເວລາໃນການຊ່ວຍເຫລືອ ອັນ ອື່ນກ່ຽວກັບໄວຣັສໂຄໂຣນາ ໂດຍທີ່ພວກເດໂມແຄຣັດໄດ້ຮຽກຮ້ອງໃຫ້ມີການໃຊ້ ຈ່າຍເງິນຫລາຍຂຶ້ນແລະພວກຣີພັບບລິກັນຮຽກຮ້ອງໃຫ້ໃຊ້ຈ່າຍໜ້ອຍລົງ. ການ ດໍາເນີນຄວາມພະຍາຍາມທີ່ຈະມີການເຈລະຈາກັນຄືນອີກບໍ່ປະສົບຜົນສໍາເລັດໃນ ວັນພຸດຜ່ານມານີ້.

ໃນເດືອນມີນາຜ່ານມາ, ທ່ານທຣໍາ ທີ່ສັງກັດພັກຣີພັບບລິກັນ ໄດ້ເວົ້າເຫດຜົນ ອີກອັນນຶ່ງອອກມາ ກ່ຽວກັບການທີ່ທ່ານຄັດຄ້ານການ ລົງຄະແນນສຽງຜ່ານ ທາງໄປສະນີວ່າ ມັນຈະພາໃຫ້ມີການລົງຄະແນນເອົາພວກເດໂມແຄຣັດຫລາຍ ກວ່າ.

ຕອນນັ້ນທ່ານເວົ້າວ່າ ມັນຈະນໍາໄປສູ່ “ລະດັບການລົງຄະແນນສຽງແບບທີ່ວ່າ, ຖ້າທ່ານເຫັນດີນໍາ, ເຈົ້າຈະບໍ່ມີພັກຣີພັບບລິກັນຖືກເລືອກຕັ້ງອີກຈັກເທື່ອ ເລີຍ ຢູ່ໃນປະເທດນີ້.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG