ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ປີທຳອິດ ໃນການດໍາລົງ​ຕໍາ​ແໜ່ງ ຂອງ ​ປ. ​ທຣໍາ ເຮັດໃຫ້ ເສດຖະກິດ ເຂັ້ມແຂງ ແຕ່ ສຽງນິຍົມ ຍັງຕໍ່າ


ປະທານ​າ​ທິບໍດີດໍໂນລ ​ທຣໍາ ໂບກມືໃສ່ພວກສະໜັບສະໜຸນທ່ານ ພາຍຫລັງທີ່ໄດ້ໄປເຖິງ ສະໜາມບິນສາກົນ Pittsburgh ໃນວັນທີ 18 ມັງກອນ, 2018.
ປະທານ​າ​ທິບໍດີດໍໂນລ ​ທຣໍາ ໂບກມືໃສ່ພວກສະໜັບສະໜຸນທ່ານ ພາຍຫລັງທີ່ໄດ້ໄປເຖິງ ສະໜາມບິນສາກົນ Pittsburgh ໃນວັນທີ 18 ມັງກອນ, 2018.

ໃນວັນ​ເສົາ​ມື້ອື່ນ​ນີ້ ຈະ​ເປັນ​ວັນ​ຄົບຮອບ 1 ປີ ຂອງ​ການ​ສາບານ​ຕົວ ​ເຂົ້າຮັບ​ຕໍາ​ແໜ່ງ​
ເປັນ​ປະທານ​າ​ທິບໍດີສະຫະລັດຄົນທີ 45 ຂອງ​ປະທານ​າ​ທິບໍດີດໍໂນລ ​ທຣໍາ ຊຶ່ງ​ເປັນ​ມື້
ທີ່​ທ່ານ​ກ່າວຢູ່​ທີ່​ຂັ້ນ​ໃດ​ຂອງລັດຖະສາ​ພາ​ສະຫະລັດ​ວ່າ ທ່ານ​ຈະ "​ຮັກສາຜົນ​ປະ​ໂຫຍດ
​ຂອງອາ​ເມຣິກາໄວ້ກ່ອນໝູ່ໝົດ."

ການ​ດໍາລົງ​ຕໍາ​ແໜ່ງ​ໃນ​ປີທໍາ​ອິດທີ່​ສັບສົນວຸ້ນວາຍຂອງ​ທ່ານ​ທຣໍາ ​ແມ່ນ​ບໍ່ຄື​ກັບ​ການດໍາ
ລົງ​ຕໍາ​ແໜ່ງຂອງ​ປະທານາທິບໍດີ​ຄົນ​ອື່ນໆ ຢູ່​ໃນ​ປະຫວັດສາດ​ທາງການ​ເມືອງ​ຂອງ​ສະ
ຫະລັດໃນ​ສະ​ໄໝມໍ່ໆມານີ້ແລະ​ປີ 2018 ອາດ​ເປັນ​ປີ​ທີ່​ຄື​ກັນກັບ​ປີ​ທີ່​ຜ່ານ​ມາບໍ່ຫລາຍ​ກໍ່
ໜ້ອຍ. ທ່ານປະທາ ນ​າ​ທິບໍດີ ມີ​ທັງ​ໄຊຊະນະ ​ແລະ​ການ​ປລາ​ໄຊຢູ່​ທ່າມກາງ​ສະພາບຂອງ
ພາຍຸຄໍາ​ເວົ້າ ທີ່​ຂຽນລົງ​ໃນທວີ​ດ​ເຕີ ​ແລະໃນບາງເວລາ ທີ່​ໃຊ້​ຖ້ອຍ​ຄໍາ​ທີ່​ຮຸນ​ແຮງ​ນັ້ນ.

ພວກ​ທີ່ຢູ່​ໃນ​ຖານການ​ເມືອງ​ຂອງທ່ານ​ທຣໍາ ປາກົດ​ວ່າ​ ມີ​ຄວາມ​ພໍ​ໃຈ​ຕໍ່ການ​ດໍາລົງ​ຕໍາ
​ແໜ່ງຂອງ​ທ່ານ​ໃນ​ປີ​ທໍາ​ອິດນີ້ ​ໂດຍ​ໄດ້​ຍົກຍ້ອງ​ຄວາມ​ພະຍາຍາມ​ຂອງ​ທ່ານທີ່​ໄດ້​ຕັດ​
ລະບຽບການຕ່າງໆ ທີ່​ວາງ​ອອກ​ໃນ​ສະ​ໄໝທ່ານ​ໂອ​ບາ​ມານັ້ນລົງ ​ແລະ​ກໍ​ໄດ້​ແຕ່ງຕັ້ງ
ໃຫ້​ຜູ້​ພິພາກສານີລ ກໍຊັດ​ຈ໌ (Neil Gorsuch) ​ມາ​ຮັບໜ້າທີ່ຢູ່​ສານ​ສູງ​ສຸດ ​ແລະ​ໄດ້ເຮັດ​
ໃຫ້​ ກໍາລັງ​ປະກອບອາວຸດ​ຂອງ​ພວກ​ລັດ​ອິສລາມ​ຢູ່​ໃນ​ພາກຕາ​ເວັນ​ອອກ​ກາງ​ໃຫ້ຖົດ
ຖອຍລົງ.

ທ່ານ ​ແມັສຊອນ ​ແມດ​ດັອກ (Meshawn Maddock) ຜູ້​ສະໜັບສະໜຸນທ່ານ​ທຣໍາ ຢູ່
​ລັດມິ​ຊິ​ແກນ​ເວົ້າວ່າ "ພວກ​ເຮົາຢາກ​ຄິດ​ວ່າ ​ພວກ​ເຮົາ​ຈະ​ໄດ້​ນັ່ງ​ສະບາຍ ​ແລະ​ເອົາ​ທ່ານ
ທຣໍາ​ໄວ້ໜຸນຫລັງ​ພວກ​ເຮົາ ​ແລະ​ເຮົາ​ກໍ​ມີ​ແຕ່​ເບິ່ງ​ການ​ປະຕິບັດ​ຕາມ​ ຄໍາ​ສັນຍາ​ທີ່​ດີ​ເລີດ
​ທັງໝົດ ທັງ​ປວງ​ທີ່ທ່ານ​ໄດ້​ໃຫ້​ໄວ້​ກັບ​ພວກ​ເຮົາ ​ແລະ​ເບິ່ງ​ປະ​ເທດ​ອາ​ເມຣິກາ​ກັບ​ຄືນ​ມາ
​ຢູ່​ໃນສະພາບທີ່​ດີ​ສຸດ​ຄືນ​ອີກ. ແຕ່​ວ່າ ສິ່ງ​ທີ່​ເກີດ​ຂຶ້ນ ກໍ​ຄື ທ່ານ​ໄດ້​ຖືກ​ໂຈມ​ຕີໃນ​ທັນທີ​ທັນ
​ໃດ​ ນັບ​ແຕ່​ມື້ທໍາ​ອິດ​ທີ່ ທ່ານ​ເຂົ້າຮັບ​ຕໍາ​ແໜ່ງ​ນັ້ນໂລດ."

​ໄຊຊະນະ​ອັນ​ຍິ່ງ​ໃຫຍ່ສຸດທາງ​ດ້ານນິຕິບັດຍັດ​ຂອງ​ທ່ານ ທີ່​ຫາກໍ່ມີ​ຂຶ້ນ​ໃນ​ເດືອນ​ແລ້ວນີ້
ນັ້ນ​ກໍ​ຄືການ​ຮັບ​ຜ່ານຮ່າງ​ກົດໝາຍ ຕັດ​ພາສີ​ຢ່າງ​ຫລວງຫລາຍທີ່​ເປັນ​ບູລິ​ມະ​ສິດ​ຂອງ​ພັກ
ຣີພັບ​ບລິ​ກັນມາ​ໄດ້​ຫລາຍ​ປີ​ແລ້ວນັ້ນ. ທ່ານ​ທຣໍາ ກ່າວ​ຕໍ່ພວກ​ນັກ​ຂ່າວ ຢູ່​ໃນ​ຫ້ອງການ
​ຂອງທ່ານ​ທີ່​ທໍານຽບຂາວ​ໃນ​ຂະນະ​ທີ່​ທ່ານ​ເຊັນ​ຮັບຮອງ​ເອົາຮ່າງ​ກົດໝາຍດັ່ງກ່າວໃນ
​ເດືອນແລ້ວນີ້ວ່າ "ພວກ​ ເຮົາ​ມີ​ຄວາມພູ​ມ​ໃຈ​ຫລາຍ. ມັນ​ຈະ​ເປັນ​ສິ່ງ​ທີ່​ສໍາຄັນ​ຍິ່ງ​ຕໍ່ປະຊາ
ຊົນ​ອາ​ເມຣິກັນ. ມັນ​ຈະ​ດີ​ຫຼາຍ ​ທີ່​ສຸດ​ສໍາລັບ​ເສດຖະກິດ."

ທີ່​ຈິງ​ແລ້ວ, ມີ​ສັນຍານ​ຫລາຍ​ອັນ​ທີ່​ສະ​ແດງ​ໃຫ້​ຮູ້​ວ່າເສດຖະກິດ​ຖີບຕົວສູງຂຶ້ນ ​ແລະ​ການ​
ຢັ່ງຫາງ​ສຽງປະຊາຊົນກໍ​ສະ​ແດງ​ໃຫ້​ເຫັນ​ວ່າ ມີ​ຄົນ​ເຫັນ​ດີ​ນໍາ​ທ່ານເພີ້ມຂຶ້ນ ຕໍ່​ການ​ຮັບ​ມື​
ດ້ານ​ນີ້ ແລະ​ແມ່ນ​ກະ​ທັງ​ມີ​ການສະໜັບສະໜຸນທີ່​ເພີ້ມຂຶ້ນຢ່າງ​ວ່ອງ​ໄວ ​ຕໍ່ການ​ຮັບ​ຜ່ານ
ຮ່າງ​ກົດໝາຍພາສີ ທີ່​ຜູ້​ປ່ອນ​ບັດ​ຫລາຍ​ຄົນ​ທໍາ​ອິດ​ເຫັນ​ວ່າ​ມັນ​ອໍານວຍຜົນ​ປະ​ໂຫຍ​ດ​ໃຫ້
​ແກ່​ພວກ​ຮັ່ງມີຫຼາຍ​ໂພດ. ​

​ໄຊຊະນະ​ໃນ​ດ້ານ​ພາສີ ປາກົດ​ວ່າ​ຊ່ວຍ​ທ່ານ​ທຣໍາ ກະ​ຕຸ້ນ​ໃຫ້​ພັກຣີພັບ​ບລິ​ກັນມາໜຸນ
ຫຼັງ​ທ່ານ ​ແມ່ນ​ແຕ່​ພວກ​ທີ່​ເຄີຍ​ບໍ່ມັກ​ການ​ນໍາພາ​ຂອງ​ທ່ານ​ໃນ​ອະດີດ​ນັ້ນ ກໍ​ຫັນ​ມາສະໜັບ
ສະໜຸນທ່ານຄື​ກັນ.

ເບິ່ງວີດິໂອກ່ຽວກັບຂ່າວນີ້ເປັນພາສາອັງກິດ

XS
SM
MD
LG