ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ໄມໂກລ ໂຄເຮັນ ຜູ້ທີ່ຄັ້ງນຶ່ງ ເຄີຍເປັນນັກແກ້ໄຂບັນຫາທາງການເມືອງຂອງ ທ່ານ ທຣໍາ ຈະຂຶ້ນເປັນພະຍານຢູ່ສານ


ແຟ້ມຮູບ-ທ່ານ ໄມໂຄລ ໂຄເຮັນ ກັບຄືນຂຶ້ນສານສູງຂອງລັດນິວຢອກ, ໃນນະຄອນນິວຢອກ, ວັນທີ 25 ຕຸລາ 2023.
ແຟ້ມຮູບ-ທ່ານ ໄມໂຄລ ໂຄເຮັນ ກັບຄືນຂຶ້ນສານສູງຂອງລັດນິວຢອກ, ໃນນະຄອນນິວຢອກ, ວັນທີ 25 ຕຸລາ 2023.

ທ່ານໄມໂຄລ ໂຄເຮັນ, ຜູ້ທີ່ຖືກຕັດສິນວ່າບໍ່ເວົ້າຄວາມຈິງ, ເຊິ່ງເປັນອະດີດທະນາຍຄວາມ ແລະຄັ້ງນຶ່ງເປັນຜູ້ແກ້ໄຂບັນຫາທາງການເມືອງ ໃຫ້ແກ່ ທ່ານ ດໍໂນລ ທຣໍາ, ມີກຳນົດມາເປັນພະຍານໃນວັນຈັນມື້ນີ້ ເພື່ອໃຫ້ການເປັນພະຍານກ່ຽວກັບອະດີດເຈົ້ານາຍຂອງລາວ ໃນການພິຈາລະນາຄະດີອາຍາຄັ້ງທຳອິດຂອງປະທານາທິບໍດີສະຫະລັດ.

ທ່ານ ໂຄເຮັນ, ອາຍຸ 57 ປີ, ເຄີຍເຮັດວຽກໃຫ້ ທ່ານ ທຣໍາ, ມະຫາເສດຖີອະສັງຫາລິມະຊັບ ໃນນິວຢອກ ນັບຕັ້ງແຕ່ຕົ້ນຊຸມປີ 2000, ກ່ອນທີ່ ທ່ານ ທຣໍາ ຈະກາຍມາເປັນນັກການເມືອງ.

ທ່ານ ໂຄເຮັນ ເຄີຍຮ້ອງຕົນເອງວ່າ “ນັກເລງທີ່ຖືກກໍານົດໄວ້” ຂອງ ທ່ານ ທຣໍາ, ແລະປະເມີນໃນການເປັນພະຍານຂອງສະພາວ່າ ໃນໄລຍະຫຼາຍປີທີ່ຜ່ານມາ ລາວໄດ້ດໍາເນີນການຂົ່ມຂູ່ຄົນ 500 ຄັ້ງ ຕາມຄໍາສັ່ງຂອງ ທ່ານ ທຣໍາ.

ສໍາລັບ ທ່ານ ທຣໍາ, ເມື່ອບໍ່ເທົ່າໃດປີມານີ້ ໃນລະຫວ່າງປີ 2017, ເຊິ່ງເປັນປີທໍາອິດຂອງການເປັນປະທານາທິບໍດີຂອງທ່ານ, ໄດ້ອະທິບາຍວ່າ ທ່ານ ໂຄເຮັນ ເປັນ “ທະນາຍຄວາມທີ່ມີພອນສະຫວັນຫຼາຍ” ແລະເປັນ “ທະນາຍຄວາມທີ່ດີໃນບໍລິສັດຂອງຂ້າພະເຈົ້າ.”

ແນວໃດກໍຕາມ, ທັງໝົດນັ້ນແມ່ນເປັນເລື້ອງໃນອະດີດ, ແລະ ປັດຈຸບັນນີ້ ພວກເຂົາເຈົ້າກຳລັງປະເຊີນກັບການແຂ່ງຂັນທີ່ມີສ່ວນໄດ້ສ່ວນເສຍສູງ ພ້ອມດ້ວຍຜົນສະທ້ອນທີ່ສຳຄັນ, ເສລີພາບສ່ວນຕົວຂອງ ທ່ານ ທຣໍາ ແລະ ຈຸດຢືນຂອງທ່ານທຣຳ ໃນຖານະ ຜູ້ທີ່ຖືກຄາດວ່າເປັນຜູ້ສະໝັກປະທານາທິບໍດີປີ 2024 ຈາກພັກຣີພັບບລີກັນ ໃນການເລືອກຕັ້ງເດືອນພະຈິກທີ່ຈະມາເຖິງນີ້. ທ່ານມີທ່າອ່ຽງທີ່ຈະປະເຊີນກັບປະທານາທິບໍດີ ໂຈ ໄບເດັນ ຈາກພັກເດໂມແຄຣັດ ທີ່ເອົາຊະນະທ່ານ ໃນປີ 2020.

ທ່ານ ທຣໍາ, ຖືກກ່າວຫາໃນການຟ້ອງຮ້ອງ 34 ຂໍ້ຫາກ່ຽວກັບການປອມແປງບັນຊີລາຍການທຸລະກິດຂອງອົງກອນ ທຣໍາ ຂອງທ່ານ ເພື່ອປິດບັງເງິນຊົດເຊີຍຄືນໃຫ້ ທ່ານ ໂຄເຮັນ ກ່ຽວກັບເງິນປິດປາກຈໍານວນ 130,000 ໂດລາ ທີ່ ທ່ານ ໂຄເຮັນ ຈ່າຍໃຫ້ນັກສະແດງຮູບເງົາຜູ້ໃຫຍ່ ນາງ ສຕອມມີ ເດນຽລ. ການຈ່າຍເງິນດັ່ງກ່າວ ແມ່ນເພື່ອບໍ່ໃຫ້ນາງເວົ້າກ່ຽວກັບການກ່າວອ້າງຂອງນາງໃນການນັດພົບກັນນຶ່ງຄືນກັບ ທ່ານ ທຣໍາ ໃນປີ 2006, ໃນຂະນະທີ່ຜູ້ລົງຄະແນນສຽງຄົນອື່ນໆ ທີ່ໄດ້ໄປສະຖານທີ່ເລືອກຕັ້ງ ເພື່ອເລືອກ ທ່ານ ທຣໍາ ເປັນປະທານາທິບໍດີໃນປີ 2016.

ອ່ານຂ່າວຂ້າງລຸ່ມນີ້ເປັນພາສາອັງກິດ

Michael Cohen, a convicted perjurer, a former lawyer and one-time political fixer for Donald Trump, is set to testify on Monday against his ex-boss in the first-ever criminal trial of a U.S. president.

Cohen, 57, worked for Trump, a New York real estate magnate since the early 2000s, before Trump became a politician.

Cohen once called himself Trump’s “designated thug” and estimated in congressional testimony that over the years he had made 500 threats to people at Trump’s behest.

Trump — as recently as 2017 — in the first year of his presidency, described Cohen as “a very talented lawyer” and “a good lawyer at my firm.”

All that is in the past, however, and now they are facing off in a high-stakes match with considerable consequences, Trump’s personal freedom and Trump’s standing as the presumptive 2024 Republican presidential candidate in the November election. He is likely to face President Joe Biden, the Democrat who defeated him in 2020.

Trump is accused in a 34-count indictment of falsifying his Trump Organization business ledgers to hide reimbursement payments to Cohen for a $130,000 hush money payment Cohen made to porn film star Stormy Daniels. The payment was to keep her from talking about her claim of a one-night tryst with Trump

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG