ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ໝູ່ ແລະ ສັດຕູ ຈະບໍ່ສາມາດ ເອົາປຽບ ການຄ້າ ສະຫະລັດ ໄດ້


ປະທານາທິບໍດີ ດໍໂນລ ທຣຳ ກ່າວ ໃນລະຫວ່າງການ
ຖະແຫຼງຂ່າວ ທີ່ກອງປະຊຸມສຸດຍອດ G-7 ໃນພາກພື້ນ ລາ ມາລແບ, ແຂວງ ເກເບັກ, ປະເທດ ການາດາ. 9 ມິຖຸນາ, 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວ ໃນລະຫວ່າງການ ຖະແຫຼງຂ່າວ ທີ່ກອງປະຊຸມສຸດຍອດ G-7 ໃນພາກພື້ນ ລາ ມາລແບ, ແຂວງ ເກເບັກ, ປະເທດ ການາດາ. 9 ມິຖຸນາ, 2018.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມລົງໃນທວິດເຕີ້ ວິຈານຄູ່ຮ່ວມການຄ້າ
ສະຫະລັດ ເພີ່ມເຕີມໃນວັນຈັນມື້ນີ້, ລວມທັງບັນດາພັນທະມິດໃນ ຢູໂຣບ ແລະ
ການາດາ ນຳອັນ ເປັນການກ່າວເພີ່ມໃນການປະກາດຂອງທ່ານວ່າ ສະຫະລັດ ຈະບໍ່
ອົດກັ້ນອີກຕໍ່ໄປ ກັບສິ່ງທີ່ທ່ານໄດ້ເອີ້ນວ່າ “ການລ່ວງລະເມີດດ້ານການຄ້າ.”

ທ່ານ ທຣຳ ໄດ້ກ່າວວ່າ “ເສຍໃຈ, ພວກເຮົາບໍ່ສາມາດປ່ອຍໃຫ້ໝູ່ ຫຼື ສັດຕູຂອງພວກ
ເຮົາ, ເອົາລັດເອົາປຽບພວກເຮົາໃນດ້ານການຄ້າອີກຕໍ່ໄປ. ພວກເຮົາຕ້ອງເອົາກຳມະ
ກອນ ອາເມຣິກັນ ກ່ອນໝູ່.”

ນັ້ນແມ່ນພາກສ່ວນນຶ່ງຂອງຂໍ້ຄວາມຫຼາຍສະບັບ ເຊິ່ງທ່ານປະທານາທິ ບໍດີ ໄດ້ຢືນຢັນ
ວ່າ ສະຫະລັດ “ໄດ້ຈ່າຍເງິນເກືອບວ່າທັງໝົດ ຂອງຄ່າໃຊ້ຈ່າຍໃນອົງການ NATO”
ໃນຂະນະທີ່ປະເທດສະມາຊິກອື່ນໆ ໄດ້ເອົາປຽບ ສະຫະລັດ ໃນດ້ານການຄ້າ.

ທ່ານໄດ້ເວົ້າວ່າ “ພວກເຮົາປົກປ້ອງ ຢູໂຣບ (ເຊິ່ງແມ່ນດີ) ດ້ວຍການສູນເສຍດ້ານການ
ເງິນຢ່າງຫຼວງຫຼາຍ, ແລະ ແລ້ວກໍຖືກກົດຂີ່ທາງການຄ້າ.” ທ່ານເວົ້າວ່າ “ການປ່ຽນແປງ
ກຳລັງຈະເກີດຂຶ້ນ.”

ສະມາຊິກອົງການ NATO, ໂດຍທົ່ວໄປແລ້ວ, ຈະທຳການປະກອບ ສ່ວນດ້ານການ
ເງິນໂດຍກົງ ອີງຕາມຜົນຜະລິດທາງເສດຖະກິດຂອງເຂົາເຈົ້າ, ແລະ ດັ່ງຜົນທີ່ອອກມາ
ຂອງການມີເສດຖະກິດທີ່ໃຫຍ່ທີ່ສຸດຂອງໂລກນັ້ນ ສະຫະລັດ ກໍໄດ້ປະກອບສ່ວນ ໃນ
ຈຳນວນທີ່ຫຼາຍກວ່າປະເທດອື່ນໆ. ເວົ້າໂດຍກົງແລ້ວ, ບັນດາສະມາຊິກອົງການ
NATO ຈະປະກອບສ່ວນເຂົ້າໃນພັນທະມິດ ຜ່ານຂະໜາດຂອງງົບປະມານກອງທັບ
ຂອງເຂົາເຈົ້າ, ແລະ ສະຫະລັດ ກໍມີການໃຊ້ຈ່າຍໃນການປ້ອງກັນປະເທດຫຼາຍກວ່າ
ປະເທດອື່ນໆເຊັ່ນກັນ.

ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໃນ ທວິດເຕີ້ ຈາກປະເທດ ສິງກະໂປ ບ່ອນທີ່ທ່ານໄດ້ເດີນ
ທາງໄປ ເພື່ອເຂົ້າຮ່ວມກອງປະຊຸມສຸດຍອດກັບຜູ້ນຳ ເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ,
ຫຼັງຈາກໄດ້ເຂົ້າຮ່ວມກອງປະຊຸມສຸດຍອດຂອງບັນດາຜູ້ນຳ G-7 ໃນປະເທດ ການາດາ.

ຫຼັງຈາກທ່ານ ທຣຳ ໄດ້ເດີນທາງອອກ, ນາຍົກລັດຖະມົນຕີ ການາດາ ທ່ານ ຈັສຕິນ
ທຣູໂດ ກໍໄດ້ເອີ້ນການຕັດສິນໃຈຂອງທ່ານ ທຣຳ ທີ່ຈະປົກປ້ອງຄວາມໝັ້ນຄົງແຫ່ງ
ຊາດ ໃນການວາງມາດຕະການເກັບພາສີ ອາລູມີນຽມ ແລະ ເຫຼັກກ້ານັ້ນ ແມ່ນການ
“ດູຖູກ” ຍ້ອນປະຫວັດ ສາດອັນຍາວນານທີ່ກອງທັບ ການາດາ ໄດ້ສະໜັບສະໜູນ
ສະຫະລັດ ໃນຄວາມຂັດແຍ້ງຕ່າງໆ.

ທ່ານ ທຣູໂດ ໄດ້ສັນຍາວ່າຈະຕອບໂຕ້ດ້ວຍການເກັບພາສີສິນຄ້າ ສະຫະລັດ ໃນລະ
ດັບທີ່ເທົ່າທຽມກັນ ເລີ່ມຕົ້ນວັນທີ 1 ກໍລະກົດນີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG