ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ປ. ທຣຳ ໝັ້ນໃຈວ່າ ເກົາຫຼີເໜືອ ຄົງຈະບໍ່ ເຮັດແບບ ບໍ່ຮັບຜິດຊອບ ອີກແລ້ວ


ປະທານາທິບໍດີ ດໍໂນລ ທຣຳ ຕອບຄຳຖາມ ພວກນັກຂ່າວ ທີ່ທຳນຽບຂາວ ຮ່ວມກັບ ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີເກີລ ທີ່ມາຢ້ຽມຢາມ. (ວັນທີ 27 ເມສາ 2018)
ປະທານາທິບໍດີ ດໍໂນລ ທຣຳ ຕອບຄຳຖາມ ພວກນັກຂ່າວ ທີ່ທຳນຽບຂາວ ຮ່ວມກັບ ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງແອງເກີລາ ເມີເກີລ ທີ່ມາຢ້ຽມຢາມ. (ວັນທີ 27 ເມສາ 2018)

ພວກຜູ້ນຳຄົນສຳຄັນໆ ຂອງສະຫະລັດ ຕ່າງກໍພາກັນສະແດງຄວາມເຫັນ ໄປໃນແງ່ດີ
ຫຼາຍຂຶ້ນ ທີ່ວ່າ ຫຼາຍໆທົດສະວັດແຫ່ງການເປັນປໍລະປັກຢູ່ໃນແຫຼມເກົາຫຼີແມ່ນໃກ້ຈະ
ສິ້ນສຸດລົງແລ້ວ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວທີ່ກອງປະຊຸມຖະແຫຼງຂ່າວ ຢູ່ທຳ
ນຽບຂາວ ເວລາທ່ານຖືກຖາມ ກ່ຽວກັບ ການພົບປະສຸດຍອດ ຄັ້ງປະຫວັດສາດ ລະ
ຫວ່າງເກົາຫລີເໜືອ ແລະເກົາຫຼີໃຕ້ ໂດຍເວົ້າວ່າ “ຂ້າພະເຈົ້າບໍ່ຄິດວ່າ ລາວເຮັດຫຼິ້ນ ຂ້າພະເຈົ້າບໍ່ຄິດວ່າ ລາວເຮັດຫຼິ້ນ.

Trump Optimistic About Pending Talks with North Korea
please wait

No media source currently available

0:00 0:02:13 0:00

ທ່ານທຣຳ ກ່າວກ່ຽວກັບເລື້ອງນີ້ ໃນຂະນະທີ່ ທ່ານຢືນຄຽງຂ້າງ ນາຍົກລັດຖະມົນຕີ
ເຢຍຣະມັນທີ່ມາຢ້ຽມຢາມ ໂດຍເວົ້າວ່າ “ບໍ່ເຄີຍມາໄກ ຮອດຈຸດນີ້ ຈັກເທື່ອ.”

ທ່ານທຣຳກ່າວຕື່ມວ່າ ສະຫະລັດຈະ “ກຽມການປະຊຸມໃນໄວໆນີ້” ແຕ່ບໍ່ໄດ້ໃຫ້ລາຍ
ລະອຽດ ກ່ຽວກັບວັນເວລາ ໂດຍເວົ້າວ່າ ພວກເຈົ້າໜ້າທີ່ ກຳລັງພິຈາລະນາ ເບິ່ງສະ
ຖານທີ່ສອງຫຼືສາມແຫ່ງ ທີ່ອາດເປັນບ່ອນພົບປະສຸດຍອດ ກັບຜູ້ນຳຂອງເກົາຫຼີເໜືອ
ທ່ານກິມ ຈົງ ອຶນ ໃນທ້າຍເດືອນພຶດສະພາ ຫຼືຕົ້ນເດືອນມີຖຸນາທີ່ຈະມາເຖິງນີ້.

ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ
ຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງ ອຶນ (ຊ້າຍ) ແລະ ປະທານາທິບໍດີ ເກົາຫຼີໃຕ້ ທ່ານມູນ ແຈ ອິນ

ໃນຕອນເຊົ້າວັນສຸກວານນີ້ ທ່ານກິມແມ່ນຜູ້ນຳເກົາຫຼີເໜືອຄົນທຳອິດ ທີ່ໄດ້ໄປຢ້ຽມຢາມ ເກົາຫຼີໃຕ້ ເວລາທ່ານຂ້າມຊາຍແດນໄປຈັບມືກັບປະທານາທິບໍດີເກົາຫຼີໃຕ້ ທ່ານມູນ ແຈ
ອິນ.

ຜູ້ນຳທັງສອງ ໄດ້ຕົກລົງກັນ ທີ່ຈະເຮັດວຽກໄປສູ່ການກຳຈັດອາວຸດນິວເຄລຍທັງໝົດ ຢູ່
ໃນແຫຼມເກົາຫຼີ ແລະປະກາດວ່າ ຈະສືບຕໍ່ການເຈລະຈາຫາລື ເພື່ອຈະເຮັດໃຫ້ສົງຄາມ
ເກົາຫຼີ ສິ້ນສຸດລົງຢ່າງເປັນທາງການ.

ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານຈິມ ແມັດຕິສ
ລັດຖະມົນຕີກະຊວງປ້ອງກັນປະເທດ ສຫລ ທ່ານຈິມ ແມັດຕິສ

ໃນໄລຍະຜ່ານມາ ເກົາຫຼີເໜືອກໍເຄີຍໃຫ້ຄວາມໝັ້ນໝາຍທີ່ຄ້າຍຄືກັນນີ້ກ່ຽວກັບໂຄງ
ການອາວຸດນິວເຄລຍ ແຕ່ບໍ່ສາມາດ ດຳເນີນການ ໄປເຖິງທີ່ສຸດ. ເມື່ອມີການຖາມວ່າ ການໃຫ້ຄວາມໝັ້ນໝາຍຂອງພຽງຢາງໃນເທື່ອນີ້ ເປັນຈິງແທ້ຫຼືບໍ່ນັ້ນ ປະທານາທິບໍດີ
ທຣຳ ກ່າວວ່າ “ພວກເຮົາຈະບໍ່ເຮັດຫຼິ້ນ.”

“ບໍ່ຄືກັນກັບລັດຖະບານຊຸດຜ່ານໆມາ ພວກເຮົາແມ່ນບໍ່ຫຼິ້ນເກມ” ນັ້ນຄືຄຳເວົ້າຂອງ
ປະທານາທິບໍດີທຣຳ ແລະທ່ານກ່າວຕື່ມວ່າ “ລັດຖະບານຊຸດກ່ອນໆ ໄດ້ຖືກໃຊ້ເປັນ
ເຄື່ອງເຊີດ”

ທ່ານກ່າວວ່າ “ພວກເຮົາຈະປຶກສາກັນ ກ່ຽວກັບການແກ້ໄຂ ຖ້າພວກເຮົາບໍ່ເຮັດພວກ
ເຮົາກໍຈະຍ່າງອອກ.” ສ່ວນລັດຖະມົນຕີປ້ອງກັນປະເທດສະຫະລັດທ່ານຈິມ ແມັດຕິສ ກໍໄດ້ສະແດງຄວາມຫວັງອອກມາໃນວັນສຸກວານນີ້ວ່າ ການເຈຈະລາກັບເກົາຫຼີເໜືອ ຈະໃຫ້ດອກອອກຜົນ.

ທ່ານແມັດຕິສ ກ່າວກ່ອນການພົບປະກັບລັດຖະມົນຕີກະຊວງປ້ອງກັນປະເທດໂປແລນ
ທີ່ນຳນຽບຫ້າແຈວ່າ “ຂ້າພະເຈົ້າ ສາມາດບອກພວກທ່ານວ່າ ພວກເຮົາມີຄວາມຫວັງໄປ
ໃນແງ່ດີໃນເວລານີ້ວ່າ ມັນມີໂອກາດ ທີ່ພວກເຮົາບໍ່ເຄີຍມີມາກ່ອນ ນັບແຕ່ປີ 1950 ເປັນ
ຕົ້ນມາ.”

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG