ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໑໑ ພຶດສະພາ ໒໐໒໔

ທ່ານ ທຣຳ ໂຄສະນາຫາສຽງຢູ່ 5 ລັດ ໃນວັນອາທິດວານນີ້, ທ່ານ ໄບເດັນ ຢູ່ນະຄອນຟິລາແດລເຟຍ


ກອງເຊຍທີມ ອາເມຣິກັນ ຟຸດບອລ BYU ຖືແປ້ນຮູບຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ແລະ ປະທານາທິບໍດີ ດໍໂນລ ທຣຳ ກ່ອນເລີ່ມການແຂ່ງຂັນ, ເມືອງ ໂປຣໂວ, ລັດ ຢູທາ. 31 ຕຸລາ, 2020.
ກອງເຊຍທີມ ອາເມຣິກັນ ຟຸດບອລ BYU ຖືແປ້ນຮູບຜູ້ລົງແຂ່ງຂັນຈາກພັກເດໂມແຄຣັດ ທ່ານ ໂຈ ໄບເດັນ ແລະ ປະທານາທິບໍດີ ດໍໂນລ ທຣຳ ກ່ອນເລີ່ມການແຂ່ງຂັນ, ເມືອງ ໂປຣໂວ, ລັດ ຢູທາ. 31 ຕຸລາ, 2020.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ແລະ ຜູ້ທ້າຊິງຂອງທ່ານຈາກ ພັກເດໂມແຄຣັດ, ອະດີດຮອງປະທານາທິບໍດີ ໂຈ ໄບເດັນ, ໄດ້ໄປປາກົດຕົວຢູ່ໃນບັນດາລັດການແຂ່ງຂັນໃນວັນອາ ທິດວານນີ້ ເພື່ອເຕົ້າໂຮມບັນດາຜູ້ສະໜັບສະໜູນຂອງພວກເພິ່ນ ກ່ອນການເລືອກຕັ້ງແຫ່ງຊາດທີ່ຈະຈັດຂຶ້ນໃນວັນອັງຄານມື້ອື່ນນີ້ ສຳລັບການດຳລົງຕຳແໜ່ງສີ່ປີໃນທຳນຽບຂາວ.

ທ່ານ ທຣຳ ໄດ້ເລີ່ມການເດີນທາງໄປ 5 ລັດ ດ້ວຍເມືອງ ມາຄອມ ທີ່ຕັ້ງຢູ່ເຂດຊານເມືອງຂອງລັດ ມິຊິແກນ, ເຊິ່ງເປັນລັດທີ່ຕັ້ງຢູ່ທາງເໜືອຂອງພາກຕາເວັນຕົກຕອນກາງ ທີ່ທ່ານໄດ້ຮັບຄະແນນສຽງເກືອບຮອດ 11,000 ຄະແນນ ຢ່າງບໍ່ຄາດຄິດໃນການເອົາຊະນະທ່ານນາງ ຮິລແລຣີ ຄລິນຕັນ ສັງກັດພັກເດ ໂມແຄຣັດ ໃນປີ 2016 ຈົນໄດ້ຊະນະການເປັນປະທານາທິບໍດີ.

ທ່ານ ທຣຳ ຈະປະກົດຕົວອີກສອງຄັ້ງໃນລັດ ມິຊິແກນ ໃນວັນຈັນມື້ນີ້, ລວມທັງການຢຸດແວ່ໂຄສະ ນາຫາສຽງຊໍ້າອີກເປັນຄັ້ງສຸດທ້າຍຈາກສີ່ປີທີ່ຜ່ານມາ, ໃນການໂຮມຊຸມນຸມຕອນເດິກໃນຖານທີ່ໝັ້ນ ແກຣນ ແຣບປິດສ໌ (Grand Rapids) ທີ່ມີຫົວອະນຸລັນິຍົມທີ່ສຸດໃນພາກຕາກວັນຕົກຂອງລັດດັ່ງກ່າວ.

ຈາກລັດ ມິຊິແກນ, ທ່ານ ທຣຳ ໄດ້ອ້າງເຖິງການກັກບໍລິເວນໄວຣັສໂຄໂຣນາ ໃນ ຢູໂຣບ, ໂດຍເອີ້ນມັນວ່າ “ເຂັ້ມງວດ” ແລະ ໄດ້ກ່າວຢໍ້າຄຳໝັ້ນສັນຍາຂອງ ທ່ານວ່າຈະເປີດເສດຖະກິດຂອງປະເທດໄວ້ຄືເກົ່າ.

ໃນບ່ອນທີ່ຈັດຂຶ້ນຢູ່ນະຄອນ ຟິລາແດລເຟຍ ລັດ ເພັນຊິລເວເນຍ ໃນວັນອາ ທິດວານນີ້, ທ່ານ ໄບເດັນ ໄດ້ກ່າວປະນາມການຕອບໂຕ້ຕໍ່ໄວຣັສຂອງລັດຖະບານວ່າ “ລາວແມ່ນໄວຣັສ” ໃນການອ້າງເຖິງທ່ານ ທຣຳ.

ຕໍ່ມາທ່ານ ໄບເດັນ ໄດ້ໃຫ້ຄຳເຫັນ ກ່ຽວກັບ ລາຍງານຂອງເວັບໄຊ້ຂ່າວ Axios ທີ່ວ່າທ່ານປະທາ ນາທິບໍດີໄດ້ກ່າວຕໍ່ຄົນທີ່ທ່ານໄວ້ໃຈວ່າ ທ່ານຈະປະ ກາດໄຊຊະນະໃນຄືນການເລືອກຕັ້ງ ແມ່ນກະທັ້ງທີ່ຜົນການລົງຄະແນນສຽງຂອງຄະນະຜູ້ແທນການເລືອກຕັ້ງແມ່ນບໍ່ຈະແຈ້ງ.

ທ່ານ ໄບເດັນ ໄດ້ກ່າວວ່າ “ທ່ານປະທານາທິບໍດີຈະລັກເອົາການເລືອກຕັ້ງ ນີ້ບໍ່ໄດ້”

ທ່ານ ທຣຳ ໄດ້ກ່າວຕໍ່ບັນດານັກຂ່າວວ່າລາຍງານຂອງ Axios ແມ່ນບໍ່ຖືກຕ້ອງ, ອີງຕາມອົງການຂ່າວ ຣອຍເຕີ, ແຕ່ທ່ານໄດ້ກ່າວວ່າມັນແມ່ນສິ່ງທີ່ຮ້າຍແຮງຫຼາຍທີ່ບັດຄະແນນສຽງຈະຖືກນັບຫຼັງ ຈາກການເລືອກຕັ້ງຂອງວັນອັງຄານ.

ການຢັ່ງຫາງສຽງຫຼ້າສຸດໄດ້ສະແດງໃຫ້ເຫັນທ່ານ ໄບເດັນ ຮັກສາຄວາມໄດ້ປຽບຂອງທ່ານເໜືອທ່ານ ທຣຳ ໃນລັດ ມິຊິແກນ ແລະ ວິສຄອນຊິນ, ແລະ ໜ້ອຍກວ່າໃນລັດ ເພັນຊິລເວເນຍ, ເຊິ່ງຕາມທຳນຽມແລ້ວແມ່ນສາມລັດທີ່ສະໜັບສະໜູນພັກເດໂມແຄຣັດ ທີ່ທ່ານ ທຣຳ ໄດ້ຊະນະຢ່າງ ຫວຸດຫວິດເມື່ອສີ່ປີທີ່ຜ່ານມາ ແຕ່ເປັນລັດທີ່ທ່ານ ໄບເດັນ ຫວັງວ່າຈະຄອບຄອງຄືນ.

ຄວາມສຳຄັນຂອງສາມລັດດັ່ງກ່າວແມ່ນຈະຢືນຢັນວ່າຖ້າທ່ານ ໄບເດັນ ໄດ້ຊະນະທັງໝົດສາມລັດ ແລະ ທຸກລັດທີ່ເຫຼືອທີ່ທ່ານນາງ ຄລິນຕັນ ໄດ້ຊະນະໃນປີ 2016 ນັ້ນ, ທ່ານຈະໄດ້ເປັນປະທາ ນາທິບໍດີ. ປັດຈຸບັນນີ້, ການຢັ່ງຫາງສຽງໄດ້ສະແດງໃຫ້ເຫັນວ່າທ່ານ ໄບເດັນ ນຳໜ້າໃນທຸກລັດ ທີ່ທ່ານນາງ ຄລິນຕັນ ໄດ້ຊະນະ, ເຮັດໃຫ້ມັນເປັນການຍາກຂຶ້ນກວ່າເກົ່າ ສຳລັບທ່ານ ທຣຳ ທີ່ຈະຊະນະສະໄໝທີສອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG