ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ທ່ານ ທ​ຣຳ ເລີ່ມ​ການ​ໂຄ​ສະ​ນາ​ ຫາ​ສຽງ ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ ສະ​ໄໝ​ທີ​ສອງ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ ບ່ອນ​ທີ່​ທ່ານ​ໄດ້​ປະ​ກາ​ດ​ການ​ລົງ​ແຂ່ງ​ຂັນ​ ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ​ໃນ​ປີ 2020 ຂອງ​ທ່ານ. ເມືອງ ອໍ​ແລນ​ໂດ, ລັດ ຟ​ລໍ​ຣິ​ດາ. 18 ມິ​ຖຸ​ນາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ຕໍ່​ຜູ້​ສະ​ໜັບ​ສະ​ໜູນ ບ່ອນ​ທີ່​ທ່ານ​ໄດ້​ປະ​ກາ​ດ​ການ​ລົງ​ແຂ່ງ​ຂັນ​ ເພື່ອ​ດຳ​ລົງ​ຕຳ​ແໜ່ງ​ສະ​ໄໝ​ທີ​ສອງ​ໃນ​ປີ 2020 ຂອງ​ທ່ານ. ເມືອງ ອໍ​ແລນ​ໂດ, ລັດ ຟ​ລໍ​ຣິ​ດາ. 18 ມິ​ຖຸ​ນາ, 2019.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ເລີ່ມ​ການ​ໂຄ​ສະ​ນາ​ຫາ​ສຽງ ເພື່ອ​ດຳ
ລົງຕຳແໜ່ງອີກສະໄໝ ໃນເມືອງ ອໍແລນໂດ, ລັດ ຟລໍຣິດາ, ເຊິ່ງແມ່ນນຶ່ງໃນລັດ ທີ່ທັງ
ສອງພັກການເມືອງມີການສະໜັບສະໜູນທາງການເມືອງໃນລະດັບດຽວກັນ ເຊິ່ງໄດ້
ເຮັດໃຫ້ທ່ານໄດ້ໄຊຊະນະທີ່ກົງກັນຂ້າມກັບການຢັ່ງຫາງສຽງໃນປີ 2016.

ກຸ່ມ​ຄົນ​ຈຳ​ນວນຫຼາຍ​ໄດ້​ຕ້ອນ​ຮັບ​ທ່ານ​ດ້ວຍ​ການ​ຮ້ອງ​ຄຳ​ວ່າ “USA” ໃນ​ຂະ​ນະ​ທີ່​ທ່ານ​
ໄດ້ຟື້ນຟູ “ຂະບວນການ” ທີ່ທ່ານໄດ້ເລີ່ມຂຶ້ນເມື່ອສີ່ປີທີ່ຜ່ານມາ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີໄດ້​ກ່າວ​ຄຳ​ເວົ້າ​ທີ່​ທ່ານ​ໄດ້​ກ່າວ ໃນ​ການ​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ
ປະທານາທິບໍດີ ຄັ້ງທຳອິດຂອງທ່ານວ່າ “ປາກົດວ່າມັນຈະເປັນຫຼາຍກວ່າການໂຄສະ
ນາຫາສຽງທາງການເມືອງທີ່ຍິ່ງໃຫຍ່. ມັນປາກົດວ່າ ຈະເປັນການເຄື່ອນໄຫວທາງການ
ເມືອງທີ່ຍິ່ງໃຫຍ່ຍ້ອນພວກທ່ານ. ມັນເປັນການເຄື່ອນໄຫວທີ່ເຮັດຂຶ້ນດ້ວຍຄົນ ຜູ້ທີ່ເຊື່ອ
ວ່າ ປະເທດໃດນຶ່ງຕ້ອງເບິ່ງແຍງປະຊາຊົນຂອງເຂົາເຈົ້າເອງກ່ອນໝູ່.”

ໃນ​ລະ​ຫວ່າງ​ການ​ສົ່ງ​ເສີມ​ບັນ​ຫາ​ຕ່າງໆ​ຄື ເສ​ດ​ຖະ​ກິດ ແລະ ​ການ​ຮັກ​ສາ​ຄວາມ​ປອດ​
ໄພຕາມເຂດຊາແດນນັ້ນ, ທ່ານປະທານາທິບໍດີຍັງໄດ້ກ່າວປະນາມຄູ່ແຂ່ງພັກເດໂມ
ແຄຣັດວ່າ “ເປັນພວກສັງຄົມນິຍົມ” ແລະ ພວກຫົວຮຸນແຮງ “ນິຍົມຊ້າຍ” ຜູ້ທີ່ໄດ້ພະຍາ
ຍາມທຳລາຍທ່ານ ແລະ ຄອບຄົວຂອງທ່ານ, ແລະ ໄດ້ “ດູຖູກ” ຜູ້ສະໜັບສະໜູນຂອງ
ທ່ານ.

ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ໄດ້​ສະ​ໜັບ​ສະ​ໜູນ​ບັນ​ຫາ​ຕ່າງໆ​ຄື ການ​ຮັກ​ສາ​ຄວາມ​ປອດ​ໄພ​ຢູ່​
ເຂດຊາຍແດນ ແລະ ພາສີການຄ້າ, ແລະ ໄດ້ຕິຕຽນສື່ມວນຊົນ ພ້ອມທັງພັກເດໂມ
ແຄຣັດ ສຳລັບການໃຫ້ຄວາມສຳຄັນກັບບັນຫາ ຣັດເຊຍ ແລະ ບັນຫາອື່ນໆທີ່ກ່ຽວຂ້ອງ
ກັບການເປັນປະທານາທິບໍດີຂອງທ່ານ.

ທ່ານ​ໄດ້​ເວົ້າ​ວ່າ “ບໍ່​ມີ​ໃຜ​ເຄີຍ​ເຮັດ​ສິ່ງ​ທີ່​ພວກ​ເຮົາ​ໄດ້​ເຮັດ​ໃນ​ສອງ​ປີ​ເຄິ່ງ​ທີ່​ຜ່ານ​ມາ.”

ທ່ານ ທິມ ເມີ​ໂທ, ຜູ້​ອຳ​ນວຍ​ການ​ ​ດ້ານການ​ສື່​ສານ ຂອງ​ການ​ໂຄ​ສະ​ນາ​ຫາ​ສຽງ ທ​ຣຳ-
ເພັນສ໌ 2020, ໄດ້ກ່າວຢ້ຳເຖິງບັນທຶກ ກ່ຽວກັບ “ຄຳສັນຍາ ແລະ ການຮັກສາຄຳສັນ
ຍາ” ຂອງທ່ານ ທຣຳ.

ທ່ານ ເມີ​ໂທ ໄດ້​ກ່າວ​ວ່າ “ຕອນ​ທີ່​ທ່ານ​ໄດ້​ເປັນ​ຜູ້​ລົງ​ແຂ່ງ​ຂັນ​ໃນ​ປີ 2016. ທ່ານ​ໄດ້​ສັນ​
ຍາໄວ້ຫຼາຍຢ່າງວ່າ ທ່ານຈະນຳພາ ອາເມຣິກາ ກັບໄປສູ່ຄວາມມີຊື່ສຽງໃນໂລກ. ທ່ານ
ໄດ້ພະຍາຍາມທີ່ຈະປັບປຸງເສດຖະກິດ, ແລະ ທ່ານກໍໄດ້ເຮັດສິ່ງນັ້ນຢ່າງແນ່ນອນ.
ເສດຖະກິດແມ່ນກຳລັງຈະເລີນຮຸ່ງເຮືອງ. ອາເມຣິກາ ແມ່ນໄດ້ກັບຄືນມາສູ່ບ່ອນທີ່
ເໝາະສົມໃນຖານະເປັນຜູ້ນຳຂອງໂລກເສລີ. ແລະ ທ່ານ ປະທານາທິບໍດີ ແມ່ນກຳລັງ
ຈະລົງແຂ່ງຂັນໃນການຮັກສາຄຳໝັ້ນສັນຍານັ້ນໄວ້.”

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG