ປະທານາທິບໍດີດໍໂນລ ທຣຳ ໄດ້ໃຫ້ສັນຍານແບບປະປົນກັນໃນວັນອັງຄານວານນີ້ ກ່ຽວ
ກັບວ່າ ທ່ານມີແຜນທີ່ຈະປິດຊາຍແດນໃນພາກໃຕ້ຂອງສະຫະລັດຕິດກັບເມັກຊິໂກຫຼືບໍ່
ເພື່ອມັບມ້າງ ການຫຼັ່ງໄຫຼເຂົ້າມາ ຂອງພວກຄົນເຂົ້າເມືອງຜິດກົດໝາຍ ທີ່ພະຍາຍາມ
ຢາກຂໍລີ້ໄພຢູ່ໃນສະຫະລັດນັ້ນ.
“ຫຼັງຈາກຫຼາຍໆທົດສະວັດ ເມັກຊິໂກໄດ້ຈັບກຸມຜູ້ຄົນຈຳນວນຫຼວງຫຼາຍ ຢູ່ຊາຍແດນ
ພາກໃຕ້ ສ່ວນໃຫຍ່ມາຈາກກົວເຕມາລາ ຮອນດູຣາສ ແລະແອລຊາລວາດໍ” ນັ້ນຄືຄຳ
ເວົ້າຂອງປະທານາທິບໍດີ ທຣຳ ໄດ້ກ່າວໃນວັນອັງຄານວານນີ້ຢູ່ໃນການສົ່ງຂໍ້ຄວາມ
ທາງທວິດເຕີ ຫຼາຍມື້ຫຼັງຈາກທ່ານ ໄດ້ກ່າວຫາ ເມັກຊິໂກວ່າບໍ່ເຮັດຫຍັງໝົດເພື່ອສະ
ກັດກັ້ນ ການຫຼັ່ງໄຫຼເຂົ້າມາຂອງພວກຄົນເຂົ້າເມືອງສູ່ສະຫະລັດ ແລະໄດ້ຂົ່ມຂູ່ທີ່ຈະ
ປິດຊາຍແດນ ຖ້າຫາກບໍ່ມີການເອົາບາດກ້າວບັງຄັບໃນທັນທີ.
ຍັງບໍ່ທັນມີການຕັດສິນໃຈປິດຊາຍແດນເທື່ອ ແລະປະທານາທິບໍດີທຣຳກ່າວໃນເວ
ລາຕໍ່ມາວ່າ ທ່ານພ້ອມແລ້ວ ທີ່ຈະປິດ ຖ້າຫາກທ່ານຮູ້ສຶກວ່າ ຕ້ອງໄດ້ເຮັດ.
ທ່ານທຣຳກ່າວທີ່ທຳນຽບຂາວວ່າ “ຂ້າພະເຈົ້າພ້ອມແລ້ວຢ່າງເຕັມທີ່ ທີ່ຈະເຮັດ
ເຊັ່ນນັ້ນ.”
ສະພາການຄ້າຂອງສະຫະລັດ ກ່າວໃນວັນຈັນ ທີ່ຜ່ານມານີ້ວ່າ ມີສິນຄ້າ ແລະບໍລິ
ການຜ່ານຊາຍແດນສະຫະລັດກັບເມັກຊິໂກ ໃນມູນຄ່າເກືອບ 1.7 ຕື້ໂດລາໃນແຕ່
ລະມື້ ແລະເກືອບເຄິ່ງລ້ານຄົນ ທີ່ເປັນແຮງງານຖືກຕ້ອງຕາມກົດໝາຍ ພວກນັກຮຽນ
ພວກຊື້ຂາຍ ແລະບັນດານັກທ່ອງທ່ຽວ ພາກັນຂ້າມຢູ່ເສັ້ນແບ່ງຊາຍແດນ ລະຫວ່າງ
ສອງປະເທດ ເຊັ່ນດຽວກັນ.
ປະທານາທິບໍດີທຣຳກ່າວເຖິງຄວາມເປັນໄປໄດ້ທີ່ຊາຍແດນຈະປິດວ່າ “ແນ່ນອນ
ມັນຈະເປັນຜົນກະທົບໃນທາງລົບແກ່ເສດຖະກິດ. ແຕ່ວ່າຄວາມປອດໄພເປັນສິ່ງສຳ
ຄັນກວ່າ. ສຳລັບຂ້າພະເຈົ້າແລ້ວ ຄວາມປອດໄພ ເປັນສິ່ງສຳຄັນກວ່າການຄ້າ.”
ໂຄສົກປະທານາທິບໍດີທຣຳ ທ່ານນາງຊາຣາ ແຊນເດີຣສ໌ ກ່າວວ່າ ພວກເຈົ້າ ໜ້າທີ່
ສະຫະລັດກຳລັງ “ພາກັນເບິ່ງທາງເລືອກທຸກຢ່າງ” ວ່າຈະປິດບັນດາດ່ານຂ້າມຈາກ
ເມັກຊິໂກ ແລະຜົນກະທົບນັ້ນ ຈະແມ່ນຫຍັງ. ທ່ານນາງແຊນເດີຣສ໌ ກ່າວວ່າ ສະພາ
ທີ່ປຶກສາດ້ານເສດຖະກິດຂອງທຳນຽບຂາວ ກຳລັງສຶກສາເຖິງຜົນກະທົບກ່ຽວກັບ
ການປິດດ່ານຂ້າມຊາຍແດນຕ່າງໆ.
ທ່ານນາງກ່າວວ່າ ພວກເຈົ້າໜ້າທີ່ສະຫະລັດເຫັນວ່າເມັກຊິໂກ “ກຳລັງເອົາບາດກ້າວ
ເພີ້ມຂຶ້ນ ແລະມີຄວາມຮູ້ສຶກຮັບຜິດຊອບ ທີ່ໃຫຍ່ຫຼວງຕື່ມຂຶ້ນ” ກ່ຽວກັບປະລິມານຄົນ
ເຂົ້າເມືອງ ທີ່ເພີ້ມຂຶ້ນ ເປັນປະມານ 100,000 ຄົນໃນເດືອນແລ້ວນີ້ ສ່ວນໃຫຍ່ມາ
ຈາກອາເມຣິກາກາງ ຜູ້ທີ່ເຂົ້າມາໃນສະຫະລັດ ເພື່ອຮ້ອງຂໍການລີ້ໄພ ຫລົບໜີຈາກ
ຄວາມທຸກຈົນ ແລະຄວາມຮຸນແຮງ ຢູ່ໃນບ້ານເກີດເມືອງນອນຂອງເຂົາເຈົ້າ.