ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່າວວ່າ “ເບິ່ງຄືວ່າທ່ານຄົງຈະບໍ່ຈຳເປັນ”
ທີ່ຈະຕ້ອງພົບປະກັບ ໄອຍະການພິເສດ ທ່ານຣໍເບີຣຕ ມອລເລີ ຜູ້ທີ່ທຳການສືບສວນ
ສອບສວນ ກ່ຽວກັບຂໍ້ກ່າວຫາວ່າ ຄະນະໂຄສະນາຫາສຽງເພື່ອເປັນປະທານາທິບໍດີ
ຂອງທ່ານທຣຳ ໄດ້ມີສາຍພົວພັນກັບຣັດເຊຍ.
ທ່ານທຣຳ ໄດ້ໃຫ້ຄຳເຫັນດັ່ງກ່າວ ໃນວັນພຸດວານນີ້ ໃນລະຫວ່າງ ກອງປະຊຸມຖະແຫລງ
ຂ່າວ ຫຼັງຈາກທີ່ໄດ້ພົບປະກັບ ນາຍົກລັດຖະມົນຕີ ຂອງປະເທດນໍເວ ທ່ານນາງ ເອີນາ
ໂຊເບີກ (Erna Solberg).
ທ່ານໄດ້ກ່າວຢ້ຳ ເຖິງຄຳຖະແຫລງຂອງທ່ານ ທີ່ວ່າ “ບໍ່ມີການສົມຮູ້ຮ່ວມຄິດ” ກັບ
ຣັດເຊຍ ແລ້ວກ່າວຕື່ມ “ເບິ່ງຄືວ່າຄົງຈະບໍ່ຈຳເປັນ ທີ່ເຈົ້າຈະໄດ້ຮັບການສຳພາດ
ເລີຍ.”
ທ່ານທຣຳ ເວົ້າວ່າ “ມີການສົມຮູ້ຮ່ວມຄິດ ແຕ່ແທ້ຈິງແລ້ວ ມັນແມ່ນລະຫວ່າງພັກ
ເດໂມແຄຣັດ ກັບ ຣັດເຊຍ” ແລະກ່າວຕື່ມອີກວ່າ “ການດຳເນີນການເພື່ອຊອກຫາ
ຄວາມຜິດ ແມ່ນຍັງສືບຕໍ່ໄປ.”
ອີງຕາມລາຍງານ ທ່ານມອລເລີ ໄດ້ບົ່ງບອກ ບັນດາທະນາຍຄວາມຂອງທ່ານ ທຣຳ
ວ່າ ທີມງານຂອງທ່ານຢາກຈະສຳພາດ ທ່ານປະທານາທິບໍດີ ອັນເປັນສ່ວນນຶ່ງ ຂອງ
ການສືບສວນສອບສວນ. ທ່ານທຣຳ ໄດ້ເອີ້ນການສືບສວນນີ້ ວ່າ ເປັນ “ເລື່ອງຫລອກ
ລວງ ຂອງພັກເດໂມແຄຣັດ.”
ມາເຖິງປັດຈຸບັນນີ້ ຜົນທີ່ອອກມາຂອງການສືບສວນ ໄດ້ເຮັດໃຫ້ມີການຟ້ອງອະດີດ
ປະທານ ຄະນະໂຄສະນາຫາສຽງ ທ່ານພອລ ມານາຟອຕ ແລະໄດ້ຮັບການຍອມຮັບ
ຜິດ ຈາກອະດີດທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ທ່ານໄມເກີລ ຟລິນ.
ທີມງານຂອງທ່ານມອລເລີ ໄດ້ສຳພາດບັນດາຜູ້ຊ່ວຍຂອງທ່ານທຣຳ ຈຳນວນນຶ່ງ ທີ່
ລວມມີ ລູກເຂີຍຂອງທ່ານທຣຳ ທ່ານຈາເຣດ ຄຸສເນີຣ ແລະ ອະດີດຫົວໜ້າຄະນະ
ທີ່ປຶກສາ ທ່ານໄຣນສ໌ ພຣີບັສ (Reince Priebus).
ເມື່ອຕອນເຊົ້າວັນພຸດວານນີ້ ທ່ານທຣຳ ໄດ້ເອີ້ນການສືບສວນດັ່ງກ່າວວ່າ “ການຊອກ
ຫາຄວາມຜິດ ທີ່ໃຫຍ່ທີ່ສຸດ ໃນປະຫວັດສາດຂອງອາເມຣິກາ.”
ທ່ານທຣຳ ຍັງໄດ້ຕຳໜິຢ່າງແຮງ ຕໍ່ ສະມາຊິກສະພາສູງສັງກັດພັກເດໂມແຄຣັດ ຈາກ
ລັດຄາລີຟໍເນຍ ທ່ານນາງ ດາຍແອນ ຟາຍສໄຕນ໌ ໂດຍເອີ້ນທ່ານນາງວ່າ “ເຮັດແບບ
ລັບໆລໍ້ໆ ທີ່ບໍ່ເປັນທຳ” ຍ້ອນວ່າເມື່ອວັນອັງຄານຜ່ານມານີ້ ທ່ານນາງ ໄດ້ເປີດເຜີຍ
ສຳນວນຂອງການສຳພາດ ໃນເດືອນສິງຫາ ກັບຫົວໜ້າບໍລິສັດນຶ່ງ ທີ່ໄດ້ນຳອອກມາ
ເປີດເຜີຍເອກກະສານທີ່ມີເລືອງຂໍ້ກ່າວຫາຕ່າງໆນາໆ ກ່ຽວກັບ ຄະນະໂຄສະນາ
ຫາສຽງ ຂອງທ່ານທຣຳ ແລະຣັດເຊຍ.