ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທຣໍາ ບໍ່ປ່ຽນ ​ການຕັດ​ສິນ​ໃຈ ຈະ​ເກັບ​ພາສີ ​ເຫຼັກທີ່ນຳເຂົ້າ ແລະຜະ​ລິດຕະພັນ ອາ​ລູມີ​ນຽມ​​


ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ກ່າວ​ກ່ອນ​ການ​ປະຊຸມ​ ຢູ່​ທຳນຽບຂາວ​ ກັບ ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ​ເບັນຈາ​ມິນ ​​ເນຕັນຢາ​ຮູ.
ປະທານາທິບໍດີ​ດໍ​ໂນ​ລ ທຣໍາ ກ່າວ​ກ່ອນ​ການ​ປະຊຸມ​ ຢູ່​ທຳນຽບຂາວ​ ກັບ ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ​ເບັນຈາ​ມິນ ​​ເນຕັນຢາ​ຮູ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວ​ໃນ​ວັນ​ຈັນ​ວານ​ນີ້​ວ່າສະຫະລັດຈະ
ບໍ່ປ່ຽນ​ການຕັດ​ສິນ​ໃຈ ໃນການທີ່ຈະ​ເກັບ​ພາສີ​ເພີ້​ມ 25 ​ເປີ​ເຊັນ​ ສຳລັບການ​ນຳເຂົ້າ
ເຫລັກ​ກ້າ ​ແລະເກັບພາສີ 10 ​ເປີ​ເຊັນ​ສຳລັບການ​ນຳເຂົ້າ​ຜະ​ລິດຕະພັນອາ​ລູມີ​ນຽມ.

ກ່ອນ​ການ​ປະຊຸມ​ຢູ່​ທຳນຽບຂາວ​ ກັບ ນາຍົກລັດຖະມົນຕີ​ອິສຣາ​ແອ​ລ ທ່ານ​ເບັນຈາ​ມິນ ເນຕັນຢາ​ຮູ ປະທານາທິບໍດີ​ທຣໍາ ​ໄດ້​ສະ​ເໜີແນະວ່າ ​ເມັກ​ຊິ​ໂກແລະ​ກາ​ນາ​ດາ ຈະໄດ້
ຮັບການ​ຍົກ​ເ​ວັ້ນ ຈາກ​ແຜນການ​ເກັບ​ພາສີ ຖ້າ​ຫາກຂໍ້​ຕົກລົງການ​ຄ້າ​ເສລີໃນທະວີບ
​ອາ​ເມຣິກາ​ເໜືອຫຼື NAFTA ສະບັບໃໝ່ທີ່ “ຍຸຕິທຳ” ສາມາດ ບັນລຸກັນໄດ້​.

ປະທານາທິບໍດີ​ທຣໍາ ກ່າວ​ວ່າ “​ເປັນ​ເວລາ​ຫລາຍ​ປີມາແລ້ວທີ່ NAFTA ​ໄດ້ປະ ສົບກັບ
ຄວາມພິນາດ. ພວກ​ເຮົາ​ໄດ້ເຈລະຈາຄືນໃໝ່ ກ່ຽວກັບ NAFTA ດັ່ງ​ທີ່​ຂ້າພະ​ເຈົ້າ​ໄດ້​
ກ່າວໄວ້ວ່າ ຂ້າພະ​ເຈົ້າ​ຈະ​ເຮັດ​ແລະ​ຖ້າ​ຫາກ​ພວກ​ເຮົາ​ບໍ່​ເຮັດ​ຂໍ້​ຕົກ ລົງນີ້ ຂ້າພະ​ເຈົ້າ​ຈະ
​ລົບ​ລ້າງ NAFTA. ​ແຕ່​ຖ້າ​ຫາກ​ຂ້າພະ​ເຂົ້າ​ຈະ​ເຮັດ​ຂໍ້​ຕົກລົງ ​ທີ່​ມີຄວາມຍຸຕິທຳສຳລັບ​
ພວກ​ແຮງ​ງານ ​ແລະ​ປະຊາຊົນ​ອາ​ເມຣິກາແລ້ວ ນັ້ນ​ຈະ​ເປັນ ຂ້າພະ​ເຈົ້າຈະ​ວາດ​ພາບ |
ນຶ່ງ​ໃນ​ຈຸດ​ທີ່​ພວກ​ເຮົາ​ຈະ​ເຈລະຈາ. ມັນ​ຈະ​ແມ່ນ​ການ​ເກັບ​ພາສີ​ເຫລັກ​ກ້າສຳລັບ​ກາ​ນາ​ດາ
​ແລະ​ເມັກ​ຊິ​ໂກ.”

ສາມ​ປະ​ເທ​ດ ຊຶ່ງໃນປັດ​ຈຸ​ບັນ​ ​ກຳລັງ​ເຮັດ​ວຽກ​ເພື່ອ​ທົບທວນຂໍ້ຕົກລົງ NAFTA ແລະ
ໃນ​ຮອບ​ຫລ້າ​ສຸດ​ຂອງການ​ເຈລະຈາ ​ກຳລັງ​ມ້ວນທ້າຍລົງ​ຢູ່​ນະຄອນ​ເມັກ​ຊິ​ໂກຊີຕີ້.

ທ່ານພອລ ຣາຍອັນ ປະທານສະພາຕໍ່າ ພັກຣີພັບບລິກັນ ພົບປະກັບບັນດານັກຂ່າວ ທີ່ລັດຖະສະພາ.
ທ່ານພອລ ຣາຍອັນ ປະທານສະພາຕໍ່າ ພັກຣີພັບບລິກັນ ພົບປະກັບບັນດານັກຂ່າວ ທີ່ລັດຖະສະພາ.

ກາ​ນຕັດສິນ​ໃຈຂອງ​ປະທານາທິບໍດີ​ທຣໍາທີ່​ຈະ​ເກັບ​ພາສີ​ເຂົ້າຢ່າງໜັກສຳລັບການ​ນຳ
ເຂົ້າເຫລັກກ້າ ​ແລະ​ອາ​ລູມີ​ນຽມ ​ໄດ້​ພາໃຫ້ມີ​ການ​ປະນາມ​ຢ່າງ​ແຮງ​ຈາກພັກຣີ ພັບ​ບລິ​
ກັນ​ຂອງ​ທ່ານ​ຈຳນວນ​ນຶ່ງ ​ແລະ​ຈາກ​ຄູ່​ການ​ຄ້າ​ ຂອງສະຫະລັດ ຢູ່ໃນ​ທົ່ວ​ໂລກ. ພວກ​ນັກ
ວິ​ເຄາະ​ໄດ້​ເຕືອນ​ວ່າການ​ເກັບ​ພາສີ​ນີ້ ຈະ​ກໍ່ໃຫ້ເກີດຜົນກະທົບຕໍ່​ ​ພັນທະ​ມິດ​ສະຫະລັດ
​ຫລາຍ​ໆ​ປະ​ເທດ.

​ໃນ​ການ​ບໍ່​ເຫັນ​ພ້ອມ​ກັບ​ທຳນຽບຂາວ​ທີ່​ບໍ່​ຄ່ອຍ​ມີ ປະທານ​ສະພາ​ຕໍ່າ ທ່າ​ນ​ພອ​ລ ຣາຍອັນ
​ແລະ​ສະມາຊິກ​ພັກຣີພັບ​ບລິກກັນ​ທີ່ສຳຄັນຈຳວນວນນຶ່ງ ກຳລັງ​ພະຍາ​ຍາມ​ຊັກ​ຊວນໃຫ້​ປະທານາທິບໍດີ​ທຣໍາປ່ຽນໃຈ​ແລະ​ບໍ່​ໃຫ້ເກັບ​ພາສີດັ່ງກ່າວ. ທ່ານ ຣາຍອັນ ​ແລະບຸກ​ຄົນ
​ອື່ນໆ​ກ່າວ​ວ່າ ການ​ເກັບ​ພາສີ​ນີ້ ຈະ​ສ້າງຄວາມເສຍຫາຍ​ໃຫ້​ແກ່​ຜູ້​ບໍລິ​ໂພ​ກ ​ເພາະວ່າ​ເຂົາ​
ເຈົ້າ​ອາດຈະ​ເຮັດໃຫ້ບັນດາທຸລະ​ກິດ ຂຶ້ນລາຄາສິນຄ້າ ​ແລະບໍ່ໃຫ້ຄວາມສຳຄັນ ຕໍ່ຜົນຮັບ
ໃນທາງບວກ​ໃດໆກ່ຽວກັບການ​ຫລຸດ ພາສີ​ຂອງ​ພັກຣີພັບ​ບລິ​ກັນ ​ຫວ່າງ​ມໍ່​ໆ​ມານີ້ທີ່​ມີ​ຕໍ່
ເສດຖະກິດ​ສະຫະລັດນັ້ນ.

ນາຍົກລັດຖະມົນຕີການາດາ ທ່ານເຈີສຕິນ ທຣູໂດ ລໍຖ້າກ່າວຕໍ່ຫົວໜ້າຫ້ອງການ App ທີ່ເມືອງແຊນ ແຟຣນຊິສໂກ ລັດຄາລີຟໍຣເນຍ.
ນາຍົກລັດຖະມົນຕີການາດາ ທ່ານເຈີສຕິນ ທຣູໂດ ລໍຖ້າກ່າວຕໍ່ຫົວໜ້າຫ້ອງການ App ທີ່ເມືອງແຊນ ແຟຣນຊິສໂກ ລັດຄາລີຟໍຣເນຍ.

​ບໍລິສັດ​ເຮັດ​ລົດຈັກ ຮາ​ເລ-​ເດ​ວິດ​ສັນ ມີ​ສຳນັກງານ​ໃຫຍ່​ຢູ່​ລັດ​ຂອງທ່ານຣາຍອັນ ​ໄດ້
​ຕົກເປັນ​ເປົ້າ ​ໃນ​ການ​ຕອບ​ໂຕ້ຂອງຢູໂຣບ ​ຕໍ່ແຜ​ນການ ເກັບ​ພາສີ​ເຫລັກກ້າ ​ແລະ​ອາ​ລູ
ມີ​ນຽມຂອງ​ປະທານ​າທິບໍດີ​ທຣໍາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG