ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

ປ. ທຣຳ ກ່າວວ່າ ສຫລ 'ເຕັມໃຈທີ່ຈະເຮັດ ໃນທາງໃດກໍໄດ້' ກ່ຽວກັບ ເກົາຫຼີເໜືອ


ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຢູ່ໃນກອງກອງປະຊຸມ ຖະແຫລງຂ່າວ ກັບ ນາຍົກລັດຖະມົນຕີ ຂອງສະວີເດັນ ທ່ານ ສແຕັບຟານ ໂລຟເວັນ ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ, ວັນທີ 6 ມີນາ 2018.
ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວຢູ່ໃນກອງກອງປະຊຸມ ຖະແຫລງຂ່າວ ກັບ ນາຍົກລັດຖະມົນຕີ ຂອງສະວີເດັນ ທ່ານ ສແຕັບຟານ ໂລຟເວັນ ໃນຫ້ອງກ້ຳຕາເວັນອອກ ຂອງທຳນຽບຂາວ, ວັນທີ 6 ມີນາ 2018.

ປະທານາທິບໍດີ ດໍໂນລ ທຣຳ ໄດ້ກ່າວວ່າ ສະຫະລັດ “ເຕັມໃຈທີ່ຈະເຮັດ ໃນທາງໃດ
ກໍໄດ້”
ໃນການຖະແຫຼງຕອບ ຕໍ່ການພັດທະນາ ລູກສອນໄຟຕິດຫົວລະເບີດນິວເຄລຍ
ຂອງເກົາຫຼີເໜືອ ໂດຍກ່າວຕື່ມອີກວ່າ “ຫວັງວ່າ ມັນຈະໄປໃນທາງທີ່ຖືກຕ້ອງ.”

ຄວາມເຫັນຂອງທ່ານປະທານາທິບໍດີ ໄດ້ມີຂຶ້ນຫຼັງຈາກທີ່ເກົາຫຼີໃຕ້ ໄດ້ກ່າວໃນວັນ
ອັງຄານ ວານນີ້ວ່າ ເກົາຫຼີເໜືອ ເຕັມໃຈທີ່ຈະເລີ່ມການເຈລະຈາ ກັບສະຫະລັດ ກ່ຽວກັບ
ການຍົກເລີກໂຄງການອາວຸດນິວເຄລຍຂອງຕົນ.

ຂໍ້ຄິດເຫັນຕ່າງໆຄັ້ງຫຼ້າສຸດຂອງທ່ານທຣຳ ຕໍ່ຈຸດຢືນຂອງເກົາຫຼີເໜືອ ເຊິ່ງກົງກັນຂ້າມ
ຢ່າງສິ້ນເຊີງ ຕໍ່ການຕອບໃນເມື່ອກ່ອນ ທີ່ຂົ່ມຂູ່ວ່າຈະຕອບໂຕ້ດ້ວຍ “ໄຟ ແລະ ຄວາມ
ຮ້າຍແຮງ”
ຕໍ່ການພັດທະນາອາວຸດ ທີ່ມີອະນຸພາບຮ້າຍແຮງ ຂອງພຽງຢາງ.

“ພວກເຮົາບໍ່ສາມາດປ່ອຍປະໃຫ້ສະຖານະການນັ້ນກາຍເປັນບັນຫາ” ທ່ານທຣຳ ໄດ້
ກ່າວຕໍ່ບັນດານັກຂ່າວ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ບ່ອນທີ່ທ່ານ ໄດ້ເປັນ
ເຈົ້າພາບຕ້ອນຮັບ ນາຍົກລັດຖະມົນຕີ ຂອງສະວີເດັນ ທ່ານສແຕັບຟານ ໂລຟເວັນ
(Stefan Lofven).

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພົບປະກັບ ນາຍົດລັດຖະມົນຕີ ຂອງສະວີເດັນ ທ່ານ ສແຕັບຟານ ໂລຟເວັນ, ຊ້າຍ, ໃນຫ້ອງການໂອໂວລ (Oval) ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມີນາ 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ພົບປະກັບ ນາຍົດລັດຖະມົນຕີ ຂອງສະວີເດັນ ທ່ານ ສແຕັບຟານ ໂລຟເວັນ, ຊ້າຍ, ໃນຫ້ອງການໂອໂວລ (Oval) ຢູ່ທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 6 ມີນາ 2018.

ທ່ານທຣຳ ໄດ້ກ່າວໄປວ່າ “ມັນຈະເປັນສິ່ງທີ່ດີຍິ່ງ ສຳລັບໂລກ” ຖ້າການເຈລະຈາທີ່
ກຳລັງດຳເນີນຢູ່ ລະຫວ່າງໂຊລ ແລະ ພຽງຢາງ ສາມາດຜ່ອນຄາຍຄວາມເຄັ່ງຕຶງໄດ້
ຢູ່ແຫຼມເກົາຫຼີ. ທ່ານຍັງໄດ້ເຕືອນວ່າ ການເຈລະຈາລະຫວ່າງສອງເກົາຫຼີນັ້ນ “ອາດຈະ
ສືບຕໍ່ໄປອີກ ຫຼືມັນອາດຈະບໍ່”
ໃນຂະນະດຽວກັນ ທ່ານຊີ້ໃຫ້ເຫັນວ່າ “ມັນເປັນສະຖາ
ນະການ ທີ່ບໍ່ແນ່ນອນແທ້ໆ.”

ເຈົ້າໜ້າທີ່ອາວຸໂສຂອງສະຫະລັດ ທ່ານນຶ່ງ ໄດ້ກ່າວວ່າ ຄະນະລັດຖະບານຂອງທ່ານ
ທຣຳ ແມ່ນເປີດກວ້າງ ແຕ່ກໍສົງໄສໃນຈຸດປະສົງຂອງພຽງຢາງ ໂດຍຊີ້ໃຫ້ເຫັນວ່າ ເກົາຫຼີ
ເໜືອ ມີປະຫວັດການ ຕະຫຼອດໄລຍະ 27 ປີ ຂອງການລະເມີດ “ທຸກໆຂໍ້ຕົກລົງ ທີ່ພວກ
ເຂົາ ໄດ້ເຄີຍເຮັດມາ ກັບສະຫະລັດ ແລະ ປະຊາຄົມນານາຊາດ.”

As North Offers Talks, US Officials Urge Caution
please wait

No media source currently available

0:00 0:01:41 0:00

​ເຈົ້າໜ້າທີ່ທ່ານນີ້ ກ່າວຖະແຫລງຕື່ມ ໂດຍຂໍສະຫງວນຊື່ ວ່າ “ມັນເປັນດີສຳລັບໝົດທຸກ
ຄົນ ທີ່ຈະມີທັດສະນະຄະຕິ ແລະ ໃຫ້ຫາຍໃຈເຂົ້າເລີກໆ.”

ຜູ້ນຳເກົາຫຼີເໜືອ ທ່ານ ກິມ ຈົງ ອຶນ “ສະແດງທ່າທີວ່າ ບໍ່ສົນໃຈທີ່ຈະຍ່າງໜີຈາກ
ນິວເຄລຍ ຫຼື ໂຄງການລູກສອນໄຟຂີປະນາວຸດ ຂອງລາວ”
ພົນໂທ ໂຣເບີດ ແອສລີ
(Robert Ashley) ຜູ້ອຳນວຍການອົງການສືບລັບປ້ອງກັນປະເທດ ໄດ້ກ່າວບອກ
ຄະນະກຳມະການ ດ້ານການທະຫານ ຂອງສະພາສູງ ໃນວັນອັງຄານວານນີ້. ທ່ານກ່າວ
ຕື່ມວ່າ “ການຍິງລູກສອນໄຟຕື່ມອີກ ແມ່ນເປັນທີ່ແນ່ນອນ ໃນເວລາອັນໃກ້ໆນີ້ ແລະ
ການທົດລອງນິວເຄລຍ ອາດຈະມີຂຶ້ນ ໃນອະນາຄົດ.”

US Koreas Diplomacy
please wait
Embed

No media source currently available

0:00 0:02:03 0:00

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG