ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທຣຳ ​ຄາດ​ວ່າ ການພົບ​ປະ​ ກັບຜູ້ນຳ​ ເກົາຫຼີ​ເໜືອ ຈະມີຂຶ້ນ ໃນ​ເດືອນ​ພຶ​ດສະພາ ຫຼື​ບໍ່​ ກໍຕົ້ນ​ເດືອນ​ມິຖຸນາ


ທະຫານເກົາຫຼີໃຕ້ ຍ່າງຜ່ານໜ້າຈໍໂທລະພາບ ທີ່ເຫັນພາບຂອງ ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ ທຣຳ (Donald Trump) ແລະ ຜູ້ນຳ​ເກົາຫຼີ​ເໜືອ ກິມ ຈົງ​ ອຶນ (Kim Jong Un) ໃນສະຖານີລົດໄຟ ທີ່ໂຊລ, 9 ເມສາ 2018.
ທະຫານເກົາຫຼີໃຕ້ ຍ່າງຜ່ານໜ້າຈໍໂທລະພາບ ທີ່ເຫັນພາບຂອງ ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ ທຣຳ (Donald Trump) ແລະ ຜູ້ນຳ​ເກົາຫຼີ​ເໜືອ ກິມ ຈົງ​ ອຶນ (Kim Jong Un) ໃນສະຖານີລົດໄຟ ທີ່ໂຊລ, 9 ເມສາ 2018.

​ປະທານາທິບໍດີ​ສະຫະລັດ ທ່ານ​ດໍໂນ ທຣຳ ກ່າວ​ວ່າ ທ່ານ​ຄາດ​ວ່າການພົບ​ປະ​ກັບ
ຜູ້ນຳ​ເກົາຫຼີ​ເໜືອ ກິມ ຈົງ​ ອຶນ ​ຈະ​ມີ​ຂຶ້ນ ​ໃນ​ເດືອນ​ພຶ​ດສະພາ ຫຼື​ບໍ່​ ກໍຕົ້ນ​ເດືອນ​ມິຖຸນາ.

ການໃຫ້ຄວາມເຫັນ​ຂອງ​ທ່ານ​ ​ໃນ​ວັນ​ຈັນ​ວານ​ນີ້ ມີ​ຂຶ້ນ​ຫຼັງ​ຈາກ​ທີ່​ທາງ​ເຈົ້າ​ໜ້າ​ທີ່
​ສະຫະລັດ ​ໄດ້​ລະບຸ​ວ່າ ພວກ​ເພິ່ນ​ແມ່ນ​ຢືນຢັນ​ວ່າ ທ່ານກິມ ​ເຕັມໃຈທີ່ຈະຫາລື
ກ່ຽວກັບການປົດອາວຸດນິວເຄລຍ ​ໃນ​ແຫຼມ​ເກົາ​ຫຼີ.

ມັນ​ເປັນ​ຮ່ອງຮອຍທີ່ເປັນຮູບປະທຳເທື່ອທຳອິດ ທີ່​ວ່າ ທ່ານກິມ ​ຍັງເຕັມໃຈທີ່ ​ຈະ​ພົບ​
ປະ​ກັບ​ທ່ານ​ທຣຳ ນັບ​ຕັ້ງ​ແຕ່ ​ເກົາຫຼີ​ເໜືອ ​ໄດ້​ສະ​ເໜີ​ເປັນ​ຄັ້ງ​ທຳ​ອິດ ​ໃຫ້ຈັດ​ກອງ​
ປະຊຸມ​ສຸດ​ຍອດ ​ໃນ​ເດືອນ​ແລ້ວ​ນີ້.

ລາຍ​ລະອຽດ​ຂອງ​ການ​ເຈລະຈາ​ກັນ​ນັ້ນ ​ແມ່ນ​ຍັງ​ບໍ່​ທັນຈະ​ແຈ້ງ​ເທື່ອ ຊຶ່ງ​ຮວມທັງ​
ວັນ​ເວລາ​ທີ່​ແນ່ນ​ອນ ​ແລະ​ວ່າ ຢູ່​ສະຖານ​ທີ່​ແຫ່ງໃດ​ແທ້.

​ແຕ່​ວ່າ​ເຈົ້າ​ໜ້າ​ທີ່​ສະຫະລັດ ​ໄດ້​ກ່າວ​ວ່າ ​ໄດ້​ມີ​ການ​ຕິດ​ຕໍ່​ແບບ​ລັບໆ​ ລະຫວ່າງ​
ວໍຊີ​ງຕັນ ກັບ​ພຽງ​ຢາງ.

ທ່ານ​ທຣຳ ແມ່ນຮຽກຮ້ອງ ສະໝ່ຳສະ​ເໝີ ​ໃຫ້ໂຈະ​ໂຄງການ​ນິວ​ເຄລຍ ​ໃນ​ແຫຼມ​ເກົາຫຼີ.

​ທີ່​ຜ່ານ​ມາ ​ເກົາຫຼີ​ເໜືອ ​ໄດ້​ຄຳ​ໝັ້ນ​ສັນຍາທີ່​ຈະ​ໂຈະໂຄງການ​ນິວ​ເຄລຍຂອງ​ຕົນ ​
ເພື່ອ​ແລກປ່ຽນ​ກັບ​ການ​ຊ່ອຍ​ເຫຼືອ​ດ້ານ​ອາຫານ​ແລະ​ການ​ລົງ​ໂທດ​ທາງ​ດ້ານ​ເສດຖະກິດ. ຄຳໝັ້ນສັນຍາ​ທີ່​ໃຫ້​ໄວ້​ນັ້ນ ​ແມ່ນມີການ​ລະ​ເມີດ​ຢູ່​ເລື້ອຍໆ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສ​າອັງກິດ

XS
SM
MD
LG