ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ກ່າວວ່າ ການພົບປະ ສຸດຍອດ ກັບເກົາຫຼີເໜືອ ຈະມີຂຶ້ນ ຢູ່ສິງກະໂປ


ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວໃນຂະນະ ທີ່ ທ່ານຢືນຢູ່ກັບ ທ່າໂທນີ ກິມ (ທີສອງຊ້າຍ) ທ່ານກິມ ດອງ ຈູລ (ກາງຂວາ) ແລະທ່ານກິມ ຮັກຊອງ (ຂວາ) ຊາວ​ອາ​ເມຣິກັນ​ສາມ​ຄົນທີ່​ຖືກປ່ອຍ​ໂຕ​ຈາກ​ເກົາ​ຫຼີ​ເໜືອ ວັນທີ 10 ພຶດສະພາ.
ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວໃນຂະນະ ທີ່ ທ່ານຢືນຢູ່ກັບ ທ່າໂທນີ ກິມ (ທີສອງຊ້າຍ) ທ່ານກິມ ດອງ ຈູລ (ກາງຂວາ) ແລະທ່ານກິມ ຮັກຊອງ (ຂວາ) ຊາວ​ອາ​ເມຣິກັນ​ສາມ​ຄົນທີ່​ຖືກປ່ອຍ​ໂຕ​ຈາກ​ເກົາ​ຫຼີ​ເໜືອ ວັນທີ 10 ພຶດສະພາ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້​ປະກາດ​ວ່າ ການພົບປະ​ສຸດ​ຍອດ​
ຂອງທ່ານ ​ກັບຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ຈົງ​ ອຶນ ຈະ​ຈັດ​ຂຶ້ນ​ຢູ່​ສິງກະ​ໂປ​ໃນ​ວັນ​ທີ 12
​ເດືອນ​ມິຖຸນາ ຈະ​ມາ​ເຖິງ​ນີ້.

ປະທານາທິບໍດີ​ທຣໍາ ກ່າວ​ຢູ່​ໃນ​ທວິດ​ເຕີ​ ​ໃນ​ວັນ​ພະຫັດ​ວານ​ນີ້ ​ບໍ່​ເທົ່າ​ໃດ​ຊົ່ວໂມງ ຫຼັງ​
ຈາກທ່ານ​ໄດ້​ຕ້ອນຮັບ​ດ້ວຍ​ຕົນ​ເອງ ​ການ​ກັບ​ຄືນບ້ານ​ຂອງ​ຊາວ​ອາ​ເມຣິກັນ​ສາມ​ຄົນ
​ທີ່​ຖືກປ່ອຍ​ໂຕ​ຈາກ​ເກົາ​ຫຼີ​ເໜືອ ໂດຍກ່າວວ່າ “ພວກ​ເຮົາ​ທັງ​ສອງ ​ຈະ​ພະຍາຍາມ
​ເຮັດ​ໃຫ້​ເປັນ​ໂອກາດທີ່ພິ​ເສດ​ສຸດ​ ສຳລັບ​ສັນຕິພາບ​ໂລກ.”

ໃນລະຫວ່າງ​ພິທີ ຈັດຂຶ້ນ​ຢູ່​ຖານທັບຮ່ວມ ​ແອນ​ດຣູ ຢູ່​ໃນ​ລັດແມຣີ​ແລນ ທີ່ຕັ້ງຢູ່ 25 ກິ
​ໂລ​ແມັດຫ່າງ​ຈາກ​ທຳນຽບຂາວ ປະທານາທິບໍດີທີ່ຕິດຕາມ​ດ້ວຍ​ສະຕີ​ໝາຍເລກ​ນຶ່ງ​
ທ່ານ​ນາງ​ເມລາ​ເນຍ ທຣໍາ ​ໄດ້​ຂຶ້ນໄປເທິງ​ເຮືອບິນ ຂອງ​ທັບ​ອາ​ກາດ C-40 ​ເພື່ອ​ໂອ້​
ລົມ​ຢ່າງ​ສັ້ນໆ​ກັບ​ພວກຜູ້​ຊາຍທັງ​ສາມ​ຄົນ ​ທີ່​ໄດ້​ຖືກ​ຄຸມ​ຂັງ​ຢູ່ ໃນ​ເກົາ​ຫຼື​ເໜືອ.

ຮອງ​ປະທານາທິບໍດີ ທ່ານ​ໄມຄ໌ ​ເພັນ​ສ໌ ​ແລະ​ລັດຖະມົນຕີ​ຕ່າງປະ​ເທດ​ທ່ານ​ໄມຄ໌ ພອມ
ປິ​ໂອ ກໍ​ໄດ້​ຕ້ອນ​ຮັບ​ຊາວ​ອາ​ເມຣິກັນ​ເຊື້ອສາຍ​ເກົາຫຼີ​ທັງສາມ​ຄົນ ​ເວລາ​ເຂົາ​ເຈົ້າ​ອອກ​
ຈາກ​ເຮືອບິນ​ທະຫານ.

Trump Welcomes N. Korean Prisoners Home
please wait

No media source currently available

0:00 0:01:55 0:00

ຫຼັງ​ຈາກຈັບ​ມືແລ້ວ ປະທານາທິບໍດີ ທີ່ຢືນ​ຢູ່ຄຽງ​ຂ້າງ​ກັບ​ຜູ້​ພວກຊາຍ​ສາມ​ຄົນ ກໍໄດ້
ສະ​ແດງ​ຄວາມ​ຂອບ​ໃຈ ​ຕໍ່​ຜູ້ນຳ​ເກົາຫຼີ​ເໜືອ ທ່ານ​ກິມ ທີ່​ໄດ້​ປ່ອຍ​ໂຕ​ເຂົາ​ເຈົ້າ ​ໂດຍ​ກ່າວ​
ວ່າ “ຂ້າພະ​ເຈົ້າ​ຄິດແທ້ໆວ່າ ທ່ານ​ຕ້ອງການ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ “​ເພື່ອ​ຈະນຳ​ເອົາ​ເກົາ​ຫຼີ
ເໜືອ “​ກັບຄືນມາສູ່​ໂລກ​ທີ່​ແທ້​ຈິງ.”

ປະທານາທິບດີທຣໍາ ແລະສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣໍາ ຕ້ອນຮັບ ທ່ານໂທນີ ກິມ ທ່ານກິມ ດອງ ຈູຍ ແລະທ່ານກິມ ຮັກຊອງ ຊາວ​ອາ​ເມຣິກັນ​ສາມ​ຄົນທີ່​ຖືກປ່ອຍ​ໂຕ​ຈາກ​ເກົາ​ຫຼີ​ເໜືອ ວັນທີ 10 ພຶດສະພາ.
ປະທານາທິບດີທຣໍາ ແລະສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣໍາ ຕ້ອນຮັບ ທ່ານໂທນີ ກິມ ທ່ານກິມ ດອງ ຈູຍ ແລະທ່ານກິມ ຮັກຊອງ ຊາວ​ອາ​ເມຣິກັນ​ສາມ​ຄົນທີ່​ຖືກປ່ອຍ​ໂຕ​ຈາກ​ເກົາ​ຫຼີ​ເໜືອ ວັນທີ 10 ພຶດສະພາ.

ປະທານາທິບໍດີ​ທຣໍາ​ໄດ້​ກ່າວເຖິງ​ເປົ້າ​ໝາຍ​ຂອງ​ການ​ເຈາລະຈາຫາລືທີ່​ຈະ​ມີ​ຂຶ້ນ​ກັບ
​ທ່ານ​ກິ​ມ ກໍ​ເພື່ອ​ໃຫ້​ເກົາຫຼີ​ເໜືອຕົກລົງປົດອາວຸດ​ນິວ​ເຄລຍ.

ລັດຖະມົນຕີ​ຕ່າງປະ​ເທດ​ທ່ານ​ພອມປີ​ໂອ ຜູ້​ທີ່​ໄດ້​ເດີນທາງ​ໄປ​ເກົາຫຼີ​ເໜືອ ​ເພື່ອ​ຂໍໃຫ້
ມີການ​ປ່ອຍ​ໂຕ​ຂອງ​ບັນດາ​ຜູ້​ຖືກ​ຄຸມຂັງ ກ່າວ​ວ່າ ການ​ພົບປະ​ສຸດ​ຍອດ​ດັ່ງ​ກ່າວແມ່ນ​
ຈະ​ມີ​ຄວາມ​ລຳບາກ​ກ່ອນ ຖ້າ​ຊາວ​ອາ​ເມຣີກັນ​ຍັງ​ຖືກ​ຄຸມຂັງ​ຢູ່.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG