ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ​​ຈະ​ພົບປະ​ກັບ ທ. ກິມ ຢູ່​ຫວຽດ​ນາມ​ ໃນ​ວັນ​ທີ 27-28 ກຸມ​ພາ ​ທີ່​ຈະ​ມາ​ເຖິງນີ້


ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດ ຈັບ​ມື​ກັບທ່ານ ກິມ ຈົງ​ອຶນ, ​ຜູ້​ນຳ​ຂອງ​ເກົາຫລີ ລົ​ງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 1 ທີ່​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ ໃນ​ວັນ​ທີ 12, ມິ​ຖຸ​ນາ 2018
ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດ ຈັບ​ມື​ກັບທ່ານ ກິມ ຈົງ​ອຶນ, ​ຜູ້​ນຳ​ຂອງ​ເກົາຫລີ ລົ​ງ​ນາມ​ໃນ​ຂໍ້​ຕົກ​ລົງ​ຢູ່ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ 1 ທີ່​ຈັດ​ຂຶ້ນ​ຢູ່​ສິງ​ກະ​ໂປ ໃນ​ວັນ​ທີ 12, ມິ​ຖຸ​ນາ 2018

ປະ​ທາ​ນາ​ທິ​ບໍ​ດີ​ ດໍ​ໂນ​ລ ທ​ຣຳ​ຂອງສະ​ຫະ​ລັດປະ​ກາດ​ຢູ່​ໃນ​ການ​ກ່າວ​ຄຳ​ປາ​ໄສ​ຕໍ່​ປະ​ເທດ​ຊາດ ​ໃນ​ຄໍ່າຄືນວັນ​ອັງ​ຄານ​ຜ່ານ​ມາ​ວ່າ ທ່ານ​ຈະ​ພົບ​ກັບ​ຜູ້​ນຳ​ຂອງ​ເກົາ​ຫລີ​ເໜືອ ທ່ານ ກິມ ຈົງ​ອຶນ ຢູ່​ຫວຽດ​ນາມ​ ໃນ​ວັນ​ທີ 27-28 ກຸມ​ພາ​ທີ່​ຈະ​ມາ​ເຖິງນີ້.

​ທ່ານ​ກ່າວ​ວ່າ "ໂດຍ​ເປັນ​ສ່ວນ​ນຶ່ງ​ຂອງທາງ​ດ້ານ​ການ​ທູດ​ໃໝ່​ທີ່ກ້າ​ຫານ, ພວກ​ເຮົາ​ຈະສາ​ມາດ​ທີ່​ຈະ​ສືບ​ຕໍ່​ພັກ​ດັນ​ໃຫ້​ມີ​ສັນ​ຕິ​ພາບ​ຢູ່​ໃນ​ແຫລມ​ເກົາ​ຫລີຢ່າງ​ເປັນ​ປະ​ຫວັດ​ການໄດ້.”

​ຢູ່ໃນຄຳ​ປາ​ໄສຂອງ​ທ່ານນັ້ນ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ​ຍັງ​ໄດ້​ຮັບ​ຮູ້​ເຖິງ​ເສັ້ນ​ທາງ ທີ່​ກ້າວ​ໄປ​ເຖິງ​ການ​ລົບ​ລ້າງ​ອາ​ວຸດ​ນີວ​ເຄ​ລຍ​ ແມ່ນ​ຍັງ​ຍາວ​ໄກ ຊຶ່ງ​ທ່ານ​ກ່າວ​ວ່າ "ຍັງ​ມີ​ວຽກ​ຫລາຍ​ອັນ​ ທີ່​ຕ້ອງ​ໄດ້​ເຮັດ ແຕ່​ວ່າ ສາຍ​ພົວ​ພັນ​ລະ​ຫວ່າງ​ຂ້າ​ພະ​ເຈົ້າ ກັບ​ທ່ານ​ກິ​ມ ຈົງ​ອຶນ ​ເປັນ​ການ​ພົວ​ພັນ​ທີ່​ດີ​ຫລາຍ.”

ການ​ປະ​ກາດ​ຢ່າງ​ເປັນ​ທາງ​ການ ​ກ່ຽວ​ກັບ​ກອງ​ປະ​ຊຸມ​ສຸດຍອດ​ຄັ້ງ​ທີ່​ສອງ ລະ​ຫວ່າງ ສະ​ຫະ​ລັດ ກັບ​ເກົາ​ຫລີ​ເໜືອ ແມ່ນ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່​ເກົາ​ຫລີ​ໃຕ້​ສະ​ເຫລີມ ສະ​ຫລອງ​ປີ​ໃໝ່​ຕາມ​ປະ​ເພ​ນີ​ຢູ່​ໃນ​ປະ​ຕິ​ທິນ​ຈັນ​ທະລະ​ຄາດ ຫລື Lunar New Year ຢູ່. ເຖິງ​ແມ່ນ​ວ່າ ຫ້ອງ​ການ​ຕ່າງໆ​ຂອງ​ລັດຖະ​ບານ​ໄດ້ປິດລົງ​ໃນວັນ​ ບຸນ​ແຫ່ງ​ຊາດ​ດັ່ງ​ກ່າວນີ້ ທ່ານ ກິມ ເອືອຍ​ເກີ້ມ (Kim Eui-kyeom), ໂຄ​ສົກ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ເກົາ​ຫລີ​ໃຕ້ ​ກໍ​ຍັງເວົ້າ​ວ່າ ໂຊ​ລ​ຫວັງ​ວ່າ ທັງ​ສອງ​ປະ​ເທດ​ຈະ​ເຮັດ​ໃຫ້​ມີ​ຄວາມ​ກ້າວ​ໜ້າ​ຂຶ້ນ ເມື່ອ​ພວກ​ເພິ່ນ​ພົບ​ປະ​ກັນໃນ​ທ້າຍ​ເດືອນນີ້.

ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

Trump Announces 2nd Summit With North Korea's Kim
please wait

No media source currently available

0:00 0:00:23 0:00

ໃນ​ການ​ກ່າວ​ຕໍ່​ພວກ​ນັກ​ຂ່າວນັ້ນ ທ່ານ ກິມ ເວົ້າ​ວ່າ "ຫວຽດ​ນາມ ແລະ​ສ​ະຫະ​ລັດ ເຄີຍ​ໄດ້​ແນ​ປືນ ແລະ​ມີດ​ໃສ່​ກັນ ແຕ່​ວ່າ​ບັດ​ນີ້ ​ສອງ​ປະ​ເທດນີ້​ ເປັນ​ເພື່ອນ​ມິດ​ກັນ. ພວກ​ເຮົາ​ຫວັງ​ວ່າ ຫວຽດ​ນາມຈະ​ເປັນ​ສະ​ຖານ​ທີ່​ ທີ່​ດີ​ທີ່​ສຸດ ສຳ​ລັບ​ການຈັດ​ກອງ​ປະ​ຊຸມ​ດັ່ງ​ກ່າວ ເພື່ອ​ໃຫ້​ເກົາ​ຫລີ​ເໜືອ ແລະ​ສ​ະ​ຫະ​ລັດ​ໄດ້​ສ້າງ​ປະ​ຫວັດ​ສາດ​ນຳກັນ."

ການ​ປະ​ກາດ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່ຽວ​ກັບ​ເວ​ລາ ແລະ​ສະ​ຖານ​ທີ່​ຂອງກອງ​ປະ​ຊຸມ​ສຸດຍອດນັ້ນ ບໍ່​ເປັນ​ເລື້ອງ​ປະ​ຫລາດ​ໃຈແຕ່​ຢ່າງ​ໃດ​ເລີຍ. ທ່ານ ໄມ​ຄ໌ ພອມ​ພຽວ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ໄດ້​ໃຫ້​ການ​ຢືນ​ຢັນເມື່ອ​ກ່ອນວ່າ ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳຈະ​ພົບ​ປະ​ກັບ​ທ່ານກິມ​ໃນ​ທ້າຍ​ເດືອນ​ກຸມ​ພາ ຢູ່ເອ​ເຊຍ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

XS
SM
MD
LG