ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຈະ​ພົບ​ປະ​ກັບ​ທ່ານ ກິມ ວັນ​ທີ 27-28 ກຸມ​ພາ​ທີ່ ຫວຽດ​ນາມ


ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ຈັບ​ມືກັນ ຫຼັງ​ຈາກ​ການ​ເຊັນ​ເອ​ກະ​ສານ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ທີ່​ໂຮງ​ແຮມ ຄາ​ແປ​ລ​ລາ, ເກາະ​ເຊັນ​ໂຕ​ຊາ, ປະ​ເທດ ສິງ​ກະ​ໂປ. 12 ມິ​ຖຸ​ນາ, 2018.
ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ກັບ ຜູ້​ນຳ​ເກົາຫຼີ​ເໜືອ ທ່ານ ກິມ ຈົງ ອຶນ ຈັບ​ມືກັນ ຫຼັງ​ຈາກ​ການ​ເຊັນ​ເອ​ກະ​ສານ ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ ທີ່​ໂຮງ​ແຮມ ຄາ​ແປ​ລ​ລາ, ເກາະ​ເຊັນ​ໂຕ​ຊາ, ປະ​ເທດ ສິງ​ກະ​ໂປ. 12 ມິ​ຖຸ​ນາ, 2018.

ປະ​ທາ​ນາ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ປະ​ກາດ ​ໃນ​ລະ​ຫວ່າງ​ການ​ກ່າ​ວ​ຄຳ​
ປາໄສຕໍ່ປະເທດຊາດ ໃນຄໍ່າຄືນວັນອັງຄານວານນີ້ວ່າ ທ່ານ ກັບ ຜູ້ນຳເກົາຫຼີເໜືອ ທ່ານ
ກິມ ຈົງ ອຶນ ຈະພົບປະກັນ ສຳລັບກອງປະຊຸມສຸດຍອດຄັ້ງທີສອງ ໃນທ້າຍເດືອນນີ້.

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ການ​ພົບ​ປະ​ດັ່ງ​ກ່າວ​ ຈະ​ຈັດ​ຂຶ້ນ​ໃນ​ປະ​ເທດ ຫວຽດ​ນາມ, ວັນ​ທີ
27 ຫາ 28 ກຸມພາ.

ທ່ານ ໄດ້​ກ່າວ​ວ່າ “ໃນ​ຖາ​ນະ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ທູດ​ໃໝ່​ ທີ່​ໂດດ​ເດັ່ນ​ນັ້ນ, ພວກ​ເຮົາ
ຈະສືບຕໍ່ທຳການຜັກດັນຄັ້ງປະຫວັດສາດຂອງພວກເຮົາ ສຳລັບສັນຕິພາບໃນແຫຼມ
ເກົາຫຼີ. ພວກຕົວປະກັນຂອງພວກເຮົາ ໄດ້ເດີນທາງກັບບ້ານແລ້ວ, ການທົດລອງລະ
ເບີດນິວເຄລຍໄດ້ຢຸດລົງແລ້ວ, ແລະ ກໍບໍ່ໄດ້ມີການຍິງລູກສອນໄຟຂີປະນາວຸດດົນເຖິງ
15 ເດືອນແລ້ວ.” ທ່ານເວົ້າວ່າ “ຖ້າຂ້າພະເຈົ້າບໍ່ໄດ້ຖືກເລືອກໃຫ້ເປັນປະທານາທິບໍດີ
ແຫ່ງ ສະຫະລັດ, ຕອນນີ້ພວກເຮົາ, ໃນຄວາມຄິດຂອງຂ້າພະເຈົ້າ, ຄົງຈະເຮັດສົງຄາມ
ຄັ້ງໃຫຍ່ກັບ ເກົາຫຼີເໜືອ ພ້ອມກັບຄວາມເປັນໄປໄດ້ທີ່ປະຊາຊົນຫຼາຍລ້ານຄົນຈະຖືກ
ຂ້າຕາຍ. ຍັງມີວຽກຫຼາຍຢ່າງຕ້ອງໄດ້ເຮັດໃຫ້ແລ້ວສຳເລັດ, ແຕ່ສາຍພົວພັນຂອງຂ້າພະ
ເຈົ້າກັບທ່ານ ກິມ ຈົງ ອຶນ ແມ່ນດີຫຼາຍ. ແລະ ປະທານ ກິມ ກັບຂ້າພະເຈົ້າ ຈະພົບປະ
ກັນອີກຄັ້ງນຶ່ງໃນວັນທີ 27 ແລະ 28 ກຸມພາໃນ ຫວຽດນາມ.”

ທ່ານບໍ່​ໄດ້​ເວົ້າ​ວ່າ ການ​ພົບ​ປະ​ດັ່ງ​ກ່າວ​ ຈະ​ຖືກ​ຈັດ​ຂຶ້ນ​ຢູ່​ເມືອງ​ໃດ.

ການ​ເຈ​ລະ​ຈາ ສະ​ຫະ​ລັດ-ເກົາຫຼີ​ເໜືອ ໄດ້​ເຄື່ອນ​ໄຫວ​ຢ່າງ​ຊັກ​ຊ້າ ນັບ​ຕັ້ງ​ແຕ່​ການ​ພົບ​
ປະຄັ້ງທຳອິດຂອງທ່ານ ທຣຳ ກັບທ່ານ ກິມ ໃນກອງປະຊຸມຄັ້ງປະຫວັດສາດເມື່ອ
ເດືອນມິຖຸນາປີກາຍນີ້ໃນປະເທດ ສິງກະໂປ.

ໃນ​ລະ​ຫວ່າງກອງ​ປະ​ຊຸມ​ສຸດຍອດ​ນັ້ນ, ທ່ານ ທ​ຣຳ ກັບທ່ານ ກິມ ໄດ້​ຕົກ​ລົງ​ວ່າ​ຈະ “ເຮັດ
ວຽກເພື່ອປົດອາວຸດນິວເຄລຍຂອງແຫຼມ ເກົາຫຼີ ໃຫ້ສຳເລັດ.” ແຕ່ທັງສອງຝ່າຍບໍ່ສາ
ມາດທີ່ຈະຕົກລົງກັນໄດ້ ກ່ຽວກັບ ຄວາມໝາຍຂອງສິ່ງດັ່ງກ່າວ ແລະ ວິທີ ຫຼື ເວລາໃດທີ່
ມັນຈະດຳເນີນຂຶ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

Trump Announces 2nd Summit With North Korea's Kim
please wait

No media source currently available

0:00 0:00:23 0:00

XS
SM
MD
LG