ລິ້ງ ສຳຫລັບເຂົ້າຫາ

ວັນພຸດ, ໒໙ ມີນາ ໒໐໒໓

ຄຳເຫັນ ຂອງ ປ. ທຣໍາ ພາໃຫ້ ຄາດຄະເນກັນ ກ່ຽວກັບ ການມາຢາມ ຂອງ ປ. ປະເທດຈີນ


ຮູບ poster ຂອງນິດຕະຍະສານຈີນ ສະແດງໃຫ້ເຫັນ ປະທານາ ທິບໍດີ Donald Trump ຢູ່ບ່ອນຂາຍໜັງສືພິມ ໃນນະຄອນ Shanghai ປະເທດຈີນ.

ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ໄດ້​ກ່າວ​ຢ່າງແຂງຂັນ ​ແຕ່​ກໍບໍ່ຈະ​
ແຈ້ງກ່ຽວ​ກັບ​ເກົາຫລີ​ເໜືອ ກ່ອນ​ໜ້າການ​ຢ້ຽມ​ຢາມ​ຂອງປະທານ​ປະ​ເທດ​ຈີນທ່ານ
Xi Jinping ​ອາທິດ​ນີ້ ທີ່​ພາ​ໃຫ້​ມີ​ການ​ຄາດ​ຄະເນ​ກັນ​ຢ່າງ​ກວ້າງຂວາງ ​ວ່າ ທ່ານ​ອາດ
​ຈະທຳ​ການ​ປ່ຽນ​ແປງ​ນະ​ໂຍບາຍ​ທີ່​ສຳຄັນ ທີ່ອາດ​ຈະ​ນຳ​ໄປ​ສູ່​ການ​ຕໍ່​ລອງ​ຄັ້ງໃຫຍ່​ກັບ
​ຈີນ ຫລື​ເລີ້ມ​ເຮັດ​ສົງຄາມ​ແບບ​ລົງມື​ກ່ອນ.

ໃນ​ການ​ສຳພາດ​ກັບ​ໜັງສືພິມ Financial Times ​ຂອງ​ອັງກິດ ໃນ​ວັນ​ອາທິດ​ທີ່​ຜ່ານ​
ມານີ້ທ່ານ Trump ກ່າວ​ວ່າ ຖ້າ​ຫາກ​ຈີນ​ບໍ່​ແກ້​ໄຂ​ບັນຫາ​ຂອງ​ເກົາຫລີເໜືອ “ພວກ​
ເຮົາ​ຈະ​ເຮັດ​ເອງ.” ທ່ານ​ຍັງ​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ​ຈີນ “​ມີ​ອິດ​ທິພົນ​ຢ່າງ​ໃຫຍ່​ຫຼວງຕໍ່​ເກົາ
ຫລີ​ເໜືອ” ​ແລະ​ໄດ້​ເຕືອນ​ວ່າ ຖ້າ​ຫາກ​ປັກ​ກິ່ງ ​ບໍ່​ຊ່ວຍ​ແກ້​ໄຂ​ບັນຫາ​ຂອງ​ພຽງ​ຢາງ​
ຢ່າງ​ຮີບ​ດ່ວນ ​ຕໍ່​ການ​ສ້າງຄວາ​ມກ້າວໜ້າ ​ໃນຄວາມ​ສາມາດ​ທາງ​ດ້ານ​ນິວ​ເຄລຍ ​
ແລະ​ລູກ​ສອນ​ໄຟ​ຂີ​ປະ​ນາ​ວຸດ​ແລ້ວ “ມັນ​ຈະບໍ່ເປັນ​ຜົນດີ​ແກ່່ຜູ້​ໃດ​ຜູ້​ນຶ່ງ​ເລີຍ.”

ການ​ຍຸຕິໂຄ​ງການ​ນິວ​ເຄລຍຂອງ​ເກົາຫລີ​ເໜືອ ​ແລະ​ປ້ອງ​ກັນ​ບໍ່ໃຫ້ລັດຖະບານ
Kim Jong Un ພັດທະ​ນາ​ຫົວລະ​ເບີດນິວ​ເຄລຍ ທີ່​ສາມາດ​ຕິດຕັ້ງ​ໃສ່​ລູກ​ສອນ
​ໄຟຂ້າມ​ທະວີບ ທີ່​ອາດ​ໂຈມ​ຕີ​ແຜ່ນດິນໃຫຍ່​ຂອງ​ສະຫະລັດນັ້ນ​ຄາດ​ວ່າ​ ຈະເປັນ
​ບັນຫາ​ສຳຄັນ ທີ່​ທ່ານ Trump ​ແລະ​ທ່ານ Xi ຈະ​ສົນທະນາ​ກັນ​ເວ​ລາ​ຜູ້ນຳ​ທັງ​ສອງ
ພົບ​ປະ ກັນ​ຢູ່ບ້ານຕາກ​ອາກາດຂອງ​ປະທານາທິບໍດີ​ Mar-a Lago ຢູ່​ໃນ​ລັດ
Florida ​ໃນ​ວັນ​ພະຫັດ​ຈະ​ມາ​ເຖິງ​ນີ້.

ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ທີ່ເຜີຍແຜ່ໂດຍ ໝັງສືພິມ Rodong Sinmun ຂອງເກົາຫລີເໜືອ.
ຜູ້ຊາຍຄົນນຶ່ງເບິ່ງໂທລະພາບ ທີ່ເຜີຍແຜ່ໂດຍ ໝັງສືພິມ Rodong Sinmun ຂອງເກົາຫລີເໜືອ.

ການ​ຢ້ຽມຢາມ​ຂົງ​ເຂດຫວ່າ​ງມໍ່​ໆມາ​ນີ້​ຂອງ ລັດຖະມົນຕີ​ຕ່າງປະ​ເທດ​ສະຫະລັດ
ທ່ານ Rex Tillerson ​ແລະ​ລັດ​ຖະມົນຕີ​ປ້ອງ​ກັນ​ປະ​ເທດ ທ່ານ James Mattis
ໄດ້​ຊ່ວຍ​ໃຫ້ການ​ຄໍ້າປະກັນ​ ຕໍ່ບັນດາ​ຜູ້ນຳ​ໃນ​ປັກ​ກິ່ງ ​ໂຕ​ກຽວ​ແລະໂຊ​ລ ວ່າ ວໍ​ຊິງ​ຕັນ
ຈະສືບ​ຕໍ່ໃຫ້​ຄວາມ​ສຳຄັນ ​ໃນ​ການ​ເພີ້ມການລົງ​ໂທດ​ດ້ານ​ເສດຖະກິດ ​ເພື່ອ​ກົດ​ດັນ
​ພຽງ​ຢາງໃຫ້​ປ່ຽນ​ການ​ປະພຶດ​ຂອງ​ຕົນ ​ແລະຍອມ​ຢຸດ​ເຊົາຄວາມ​ກະ​ຕືລື​ລົ້ນ ທາງ​
ດ້ານ​ນິ​ວເຄລຍ ​ເພື່ອ​ຮັບ​ເອົາການ​ຊ່ວຍ​ເຫລື​ອດ້ານ​ເສດຖະກິດ ​ແລະການ​ຄ້ຳປະ
ກັນ​ດ້ານ​ຄວາມ​ໝັ້ນຄົງ.

ນອກ​ນັ້ນໃນ​ການ​ທົບ​ທວນດ້ານຄວາມ​ໝັ້ນຄົງ​ແຫ່ງ​ຊາດຂອງ​ສະຫະລັດ​ເມື່ອ​ໄວໆ
ມານີ້​ ກ່ຽວ​ກັບ​ນະ​ໂຍບາຍເກົາຫລີ​ເໜືອ ​ມີ​ລາຍ​ງານ​ວ່າ ໄດ້​ເນັ້ນ​ໜັກ​ຕໍ່ການ​ລົງ​ໂທດ
​ແລະເພີ້​ມກົດ​ດັນ​ຕໍ່ປັກ​ກິ່ງ ​ໂດຍແນ​ເປົ້າ​ໝາຍ​ໃສ່​ທະນາຄານ ​ແລະ​ບໍລິສັດ ​ຕ່າງໆ
ຂອງ​ຈີນຫລາຍ​ຂຶ້ນ ​ທີ່​ເຮັດ​ທຸລະ​ກິດ​ກັບ​ເກົາຫລີ​ເໜືອ.

ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະ ລັດຖະມົນຕີຕ່າງປະເທດເກົາຫລີໃຕ້ ທ່ານ Yun Byung-se.
ລັດຖະມົນຕີຕ່າງປະເທດ ສະຫະລັດ ທ່ານ Rex Tillerson ແລະ ລັດຖະມົນຕີຕ່າງປະເທດເກົາຫລີໃຕ້ ທ່ານ Yun Byung-se.

ມີ​ບໍ່​ຫລາຍຄົນ​ພໍ​ປານ​ໃດ ​ທີ່ຄາດ ທ່ານ Trump ​ແລະ ທ່ານ Xi ຈະ​ບັນລຸ​ການ
ຕົກລົງ​ທີ່​ສຳຄັນ ກ່ຽວ​ກັບ​ເກົາຫລີ​ເໜືອ ລະຫວ່າງ​ການ​ພົບ​ປະກັນ ​ເ​ທື່ອທຳ​ອິດ.
ປັກ​ກິ່ງບໍ່​ເຕັມ​ໃຈ​ມາ​ເປັນ​ເວລາ​ດົນ​ນານ ຈະ​ເຮັດ​ຢ່າງ​ໃດ​ຢ່າງ​ນຶ່ງລົງໄປ​ທີ່​ອາດ​ຈະ​
ເຮັດໃຫ້​ເກົາຫລີ​ເໜືອ​ບໍ່​ມີ​ຄວາມ​ທຸ່ນທ່ຽງ ​ແລະ​ສົ່ງ​ອົບ​ພະຍົບຫລາຍ​ລ້ານ​ຄົນ​ຂ້າມ
​ຊາຍ​ແດນ.

ແລະ​ຍັງ​ມີ​ບັນຫາ​ອື່ນໆ​ອີກ​ຢູ່​ເທິງ​ໂຕະ ​ເຊັ່ນ​ວ່າ​ ຫລຸດຜ່ອນ​ການ​ເຄື່ອນ​ໄຫວ​ແບ​ບ
ຮຸກ​ຮານທາງ​ທະຫານ​ຢູ່​ໃນ​ທະ​ເລ​ຈີນ​ໃຕ້ ກ່ຽວ​ກັບ​ການ​ອ້າງ​ເອົ​າ​ເຂດ​ນໍ້າ​ແດນ​ດິນ
​ທີ່ຍັງ​ເປັນ​ບັນຫາ​ໂຕ້​ແຍ້​ງ ແລະ​ພະຍາຍາມ​ທີ່​ຈະເຮັດ​ໃຫ້​ການ​ຂາດດູນການ​ຄ້າລະ
ຫວ່າງ​ສະຫະລັດ​ກັບ​ຈີນຫລຸດ​ນ້ອຍ​ລົງ ທີ່​ໄດ້​ເປັນ​ການໂຄສະ​ນາ​ທີ່​ສຳຄັນ​ຂອງ​ທ່ານ
Trump​.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

ທ່ານອາດຈະມັກເລື້ອງນີ້ຄືກັນ

XS
SM
MD
LG