ຫຼາຍກວ່າ 8 ເດືອນມາແລ້ວ ຫລັງຈາກທີ່ທ່ານໄດ້ຖືກຂໍຮ້ອງ ໃຫ້ເປັນຜູ້ນຳພາຄວາມພະຍາຍາມຂອງອົງການສືບລັບສະຫະລັດ ທ່ານຈອນ ແຣດຄລິຟ ໄດ້ປະຕິຍານຊ້ຳແລ້ວຊ້ຳອີກຕໍ່ບັນດາສະມາຊິກສະພາຜູ້ທີ່ມີຄວາມສົງໄສວ່າ ທ່ານຈະບໍ່ຫົວຊານຳການເມືອງຫຼາຍຝ່າຍ ແລະສະໜອງແກ່ປະທານາທິບໍດີ ແລະບັນດາຜູ້ທີ່ອອກນະໂຍບາຍຂັ້ນສູງ “ຄວາມຈິງທີ່ບໍ່ມີການແຕ່ງເຕີມໃດໆ” ບໍ່ວ່າ ພວກເພິ່ນຢາກຈະໄດ້ຍິນຫຍັງກໍຕາມ.
“ສິ່ງທີ່ຜູ້ໃດກໍຕາມຕ້ອງການໃຫ້ອົງການສືບລັບສະທ້ອນໃຫ້ເຫັນນັ້ນ ອັນທີ່ຂ້າພະເຈົ້າຈະເຮັດ ຈະບໍ່ມີຜົນກະທົບຕໍ່ອົງການ” ສະມາຊິກສະພາຕ່ຳສັງກັດພັກຣີພັບບລີກັນ ຈາກລັດເທັກຊັສ ໄດ້ກ່າວຕໍ່ບັນດາສະມາຊິກສະພາ ຖ້າຫາກວ່າ ທ່ານໄດ້ຖືກຮັບຮອງ ໃຫ້ເປັນຜູ້ອຳນວຍການອົງການສືບລັບແຫ່ງຊາດ. ທ່ານກ່າວຕື່ມວ່າ “ມັນຈະບໍ່ເປັນບ່ອນກຳບັງໃຫ້ແກ່ຜູ້ໃດ.”
ເສັ້ນທາງຂອງການພິຈາລະນາຮັບຮອງເອົາ ທ່ານແຣດຄລິຟ ໃນວັນອັງຄານວານນີ້ ຕໍ່ໜ້າຄະນະກຳມະການສືບລັບຂອງສະພາສູງ ຊຶ່ງໂດຍສ່ວນໃຫຍ່ແລ້ວຫ້ອງປະຊຸມແມ່ນເປົ່າຫວ່າງ ຍ້ອນຄວາມເປັນຫ່ວງກ່ຽວກັບໂຣກລະບາດຂອງໄວຣັສໂຄໂຣນານັ້ນ ເຮັດໃຫ້ພິທີນີ້ ບໍ່ທຳມະດາເລີຍ.
ທ່ານແຣດຄລິຟຜູ້ສະໜັບສະໜູນທ່ານທຣຳຢ່າງກະຕືລືລົ້ນ ໃນເບື້ອງຕົ້ນໄດ້ຖືກກົດດັນໃຫ້ຖອນຊື່ຂອງທ່ານອອກຈາກການພິຈາລະນາ ເມື່ອເດືອນສິງຫາປີກາຍນີ້ ຫຼັງຈາກທີ່ ບັນດາສະມາຊິກສະພາສັງກັດພັກເດໂມແຄຣັດ ໄດ້ຕັ້ງຄຳຖາມຕ່າງໆ ກ່ຽວກັບຄວາມໜ້າເຊື່ອຖືຂອງທ່ານນັ້ນ ໂດຍສະເພາະກ່ຽວກັບຂໍ້ກ່າວຫາທີ່ວ່າ ທ່ານໄດ້ເວົ້າໂຍກເຖິງຄວາມສຳເລັດຕ່າງໆ ໃນດ້ານຕໍ່ຕ້ານການກໍ່ການຮ້າຍ ໃນຖານະເປັນໄອຍະການຂອງລັດຖະບານ.
ຫຼາຍທ່ານຍັງໄດ້ສອບຖາມ ເຖິງການປະສົບການນຳອົງການສືບລັບສະຫະລັດຕ່າງໆຂອງທ່ານແຣດຄລິຟ ໂດຍໃຫ້ຂໍ້ສັງເກດວ່າ ການມີສ່ວນພົວພັນໂດຍກົງສ່ວນຫຼາຍຂອງທ່ານນັ້ນ ແມ່ນໃນຖານະເປັນສະມາຊິກຂອງຄະນະກຳມະການສືບລັບຂອງສະພາຕ່ຳ ອັນເປັນບ່ອນນັ່ງທີ່ທ່ານໄດ້ຮັບພຽງປີກາຍນີ້.
ແຕ່ທ່ານທຣຳ ກໍຍັງໄດ້ສະເໜີຊື່ຂອງທ່ານແຣດຄລິຟ ອີກເທື່ອນຶ່ງ ໃນເດືອນກຸມພາຜ່ານມານີ້ ໂດຍເອີ້ນທ່ານວ່າ ເປັນ “ຜູ້ດີເລີດທີ່ມີພອນສະຫວັນອັນຍິ່ງໃຫຍ່!”