ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ກ່າວ​ວ່າ ບໍ່​ຮີບ​ຮ້ອນ ທີ່​ຈະ​ໃຫ້​ ເກົາຫຼີ​ເໜືອ ປົດ​ອາ​ວຸດ ​ນິວ​ເຄ​ລຍ


ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ຫ້ອງ​ເຮັດ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ, ທີ່ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 19 ກຸມ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ໃຫ້​ຄຳ​ເຫັນ​ໃນ​ຫ້ອງ​ເຮັດ​ວຽກ​ປະ​ທາ​ນາ​ທິ​ບໍ​ດີ, ທີ່ທຳ​ນຽບ​ຂາວ, ນະ​ຄອນຫຼວງ ວໍ​ຊິງ​ຕັນ. 19 ກຸມ​ພາ, 2019.

ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ໄດ້​ຫຼຸດ​ຄວາມ​ຄາດ​ຫວັງ ສຳ​ລັບ​ກອງ​
ປະຊຸມສຸດຍອດຄັ້ງທີສອງຂອງທ່ານໃນສັບປະດາໜ້າ ກັບຜູ້ນຳ ເກົາຫຼີເໜືອ, ທ່ານ ກິມ
ຈົງ ອຶນ, ແຕ່ກໍໄດ້ທຳນາຍວ່າ “ມັນຈະເປັນສອງສາມວັນທີ່ຕື່ນເຕັ້ນຫຼາຍ.”

ທ່ານ ທ​ຣຳ ໄດ້​ກ່າວ​ວ່າ ທ່ານ​ໄດ້​ລົມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເກົາຫຼີ​ໃຕ້ ທ່ານ ມູນ ແຈ ອິນ
ໃນວັນອັງຄານວານນີ້ ກ່ຽວກັບການເຈລະຈາທີ່ໃກ້ຈະມາເຖິງນີ້ ແລະ ທ່ານກໍຈະໂທ
ຫານາຍົກລັດຖະມົນຕີ ຍີ່ປຸ່ນ ທ່ານ ຊິນໂຊ ອາເບະ ເຊັ່ນກັນໃນວັນພຸດມື້ນີ້.

ທ່ານ ມູນ ໄດ້​ກ່າວ​ຕໍ່​ທ່ານ ທ​ຣຳ ວ່າ ລັດ​ຖະ​ບານ ໂຊ​ລ “ແມ່ນ​ພ້ອມ​ແລ້ວ​ທີ່​ຈະ​ຫຼິ້ນ​ບົດ​
ບາດ ໂດຍການເຊື່ອມຕໍ່ຄືນເສັ້ນທາງລົດໄຟ ແລະ ຫົນທາງ ລະຫວ່າງ ເກົາຫຼີ ແລະ
ເປີດໂຄງການຮ່ວມມືດ້ານເສດຖະກິດລະຫວ່າງ ເກົາຫຼີ ຖ້າຖືກຂໍຮ້ອງ ໂດຍປະທານາ
ທິບໍດີ ທຣຳ ແລະ ໄດ້ກ່າວວ່າ ມັນຈະເປັນວິທີ ທີ່ຈະຫຼຸດຜ່ອນພາລະຂອງ ສະຫະລັດ,”
ອີງຕາມຖະແຫຼງການທຳນຽບສີຟ້າຂອງ ເກົາຫຼີໃຕ້.

ທ່ານ ທ​ຣຳ ຈະ​ພົບ​ປະ​ກັບ​ທ່ານ ກິມ ໃນ​ນະ​ຄອນຫຼວງ ຮາ​ໂນ່ຍ, ປະ​ເທດ ຫວຽດ​ນາມ
ໃນວັນທີ 27 ແລະ 28, ເພື່ອຕິດຕາມເບິ່ງຜົນຂອງກອງປະຊຸມສຸດຍອດຄັ້ງທຳອິດ
ຂອງພວກເພິ່ນ ເມື່ອເດືອນມິຖຸນາປີກາຍນີ້ໃນປະເທດ ສິງກະໂປ.

ນັກ​ວິ​ຈານ​ບາງ​ຄົນ​ໄດ້​ໂຕ້​ແຍ້ງວ່າ ການ​ພົບ​ປະ​ຄັ້ງ​ທຳ​ອິດບໍ່​ໄດ້​ສ້າງ​ໝາກ​ຜົນ​ຫຍັງ ນອກ
ຈາກການຈັບມື ຄັ້ງປະຫວັດສາດ ແລະ ພຽງຢາງ ກໍບໍ່ໄດ້ເອົາບາດກ້າວຫຍັງໃນການ
ກຳຈັດອາວຸດນິວເຄລຍ ແລະ ຄັງລູກສອນໄຟຂີປະນາວຸດຂອງເຂົາເຈົ້າ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG