ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທຣຳ ກ່າວວ່າ ບໍ່ໃຫ້ມີຂໍ້ຕົກລົງ ດາກາ ອີກຕໍ່ໄປ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຍົກມືທັກທາຍ ໃນຂະນະທີ່ທ່ານ ແລະ ສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ເດີນທາງຮອດໂບດ ເອປິສໂກປາລ Bethesda-by-the-Sea ທີ່ເມືອງ ປາມ ບີຈ "Palm Beach," ລັດ ຟລໍຣິດາ. 1 ເມສາ, 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ຍົກມືທັກທາຍ ໃນຂະນະທີ່ທ່ານ ແລະ ສະຕີໝາຍເລກນຶ່ງ ທ່ານນາງ ເມລາເນຍ ທຣຳ ເດີນທາງຮອດໂບດ ເອປິສໂກປາລ Bethesda-by-the-Sea ທີ່ເມືອງ ປາມ ບີຈ "Palm Beach," ລັດ ຟລໍຣິດາ. 1 ເມສາ, 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ຮຽກຮ້ອງໃຫ້ຕັ້ງກົດໝາຍຄົນເຂົ້າ
ເມືອງທີ່ເຂັ້ມງວດກວ່າເກົ່າ ໃນວັນອາທິດວານນີ້, ໂດຍປະຕິຍານວ່າ ຈະບໍ່ໃຫ້ການ
ຕົກລົງໃດໆ ສຳລັບຜູ້ທີ່ຕົກຢູ່ພາຍໃຕ້ໂຄງການ ດາກາ “DACA” ອີກຕໍ່ໄປ.

ທ່ານ ທຣຳ ໄດ້ຂຽນໃນ Twitter ເມື່ອຕອນເຊົ້າວັນອາທິດວານນີ້ວ່າ “ເຈົ້າໜ້າທີ່ກວດ
ກາເຂດຊາຍແດນ ຈະບໍ່ໄດ້ຮັບອະນຸຍາດໃຫ້ເຮັດວຽກຂອງເຂົາເຈົ້າຢູ່ເຂດຊາຍແດນ
ຢ່າງເໝາະສົມ ຍ້ອນກົດໝາຍຕະຫຼົກຂອງພວກເສລີນິຍົມ (ພັກເດໂມແຄຣັດ) ເຊັ່ນ
ການຈັບ ແລ້ວ ປ່ອຍ ນັ້ນ.”

ທ່ານໄດ້ຂຽນວ່າ “ມັນເລີ່ມຈະເປັນອັນຕະລາຍຂຶ້ນແລ້ວ. “ຂະບວນລົດ” ກຳລັງມາ.
ພັກຣີພັບບລີກັນ ຕ້ອງໃຊ້ມາດຕະການຂັ້ນຮຸນແຮງສຸດເພື່ອ ຜ່ານກົດໝາຍທີ່ເຂັ້ມງວດ
ດຽວນີ້. ບໍ່ໃຫ້ມີການຕົກລົງສຳລັບ ດາກາ ອີກ.”

ທ່ານໄດ້ຂຽນໃນ Twitter ຕື່ມອີກວ່າ “ຝູງຄົນພວກນີ້ແມ່ນກຳລັງພະ ຍາຍາມທີ່ຈະ
ເອົາລັດເອົາປຽບໂຄງການ ດາກາ. ເຂົາເຈົ້າຢາກເຂົ້າມາມີສ່ວນຢູ່ໃນກົດໝາຍ.”

ຄຳວິຈານໃນໂທພາບຂ່າວ Fox ໃນຕອນເຊົ້າຂອງວັນອາທິດວານນີ້ ໄດ້ໃຊ້ຫົວຂໍ້
ແຖວນຶ່ງ ທີ່ອ້າງອີງເຖິງ “ຂະບວນລົດ” ຂອງຄົນເຂົ້າເມືອງທີ່ຜິດກົດໝາຍເຂົ້າໃນ
ສະຫະລັດ.

ໂຄງການປົກປ້ອງພວກຄົນທີ່ເດີນທາງເຂົ້າມາ ສະຫະລັດ ຕັ້ງແຕ່ຕອນຍັງນ້ອຍຢ່າງ
ຜິດກົດໝາຍ ຫຼື DACA, ໄດ້ຖືກປະກາດເປັນກົດໝາຍພາຍໃຕ້ລັດຖະບານຂອງ
ທ່ານ ໂອບາມາ ແລະ ໄດ້ອະນຸຍາດໃຫ້ພວກ ເດັກນ້ອຍທີ່ຖືກນຳມາ ສະຫະລັດ ຢ່າງ
ຜິດກົດໝາຍນັ້ນຢູ່ໃນປະເທດ ແລະ ຮຽນໜັງສື ແລະ ເຮັດວຽກຢ່າງຖືກຕ້ອງຕາມ
ກົດໝາຍ.

ລັດຖະບານທ່ານ ທຣຳ ໄດ້ປິດໂຄງການດັ່ງກ່າວ ໃນເດືອນກັນຍາປີກາຍນີ້, ແຕ່ໄດ້
ໃຫ້ເວລາລັດຖະສະພາ 6 ເດືອນ ເພື່ອສ້າງແຜນການຖາວອນ ສຳລັບຜູ້ທີ່ໄດ້ຮັບ
ໂຄງການດັ່ງກ່າວນັ້ນ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG