ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະບານ ທ່ານທຣຳ ຈະເປີດ ທຸກຊ່ອງທາງ ກ່ຽວກັບ ດຳລັດ ຫ້າມເດີນທາງ


ນາງ Beth Kohn ປະທ້ວງ ດຳລັດຫ້າມເດີນທາງ ຂອງ ປ. ທຣຳ ຢູ່ນອກສານອຸທອນເຂດ 9 ທີ່ນະຄອນ ແຊນແຟຣນຊິສໂກ. (7 ກຸມພາ 2017)
ນາງ Beth Kohn ປະທ້ວງ ດຳລັດຫ້າມເດີນທາງ ຂອງ ປ. ທຣຳ ຢູ່ນອກສານອຸທອນເຂດ 9 ທີ່ນະຄອນ ແຊນແຟຣນຊິສໂກ. (7 ກຸມພາ 2017)

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣຳ ກ່າວ​ວ່າ ທ່ານ​ກຳລັງ​ພິຈາລະນາ “ດຳລັດ​ສະ ບັບ​ໃໝ່” ກ່ຽວ​ກັບ​ພວກ​ຄົນ​ເຂົ້າ​ເມືອງ ຫລັງ​ຈາກ​ສານ​ອຸທອນ ໄດ້​ຕັດສິນ​ ຢ່າງ​ເປັນ​ເອກ​ກະ ສັນ ບໍ່​ເຫັນ​ພ້ອມ​ກັບ​ຄຳ​ສັ່ງ​ຫ້າມ​ພວກ​ອົບ​ພະຍົບ ​ແລະ​ປະຊາ​ຊົນ​ຈາກ 7 ປະ​ເທດ​ທີ່​ປະຊາ ຊົນ​ສ່ວນ​ໃຫຍ່ນັບຖື​ສາສະໜາ​ອິສລາມ ​ເຂົ້າມາໃນ​ສະຫະລັດ.

ທ່ານ​ທຣຳ ກ່າວ​ຕໍ່​ພວກ​ນັກ​ຂ່າວ ​ເທິງ​ເຮືອບິນ​ປະຈຳ​ຕຳ​ແໜ່​ງປະທານາທິບໍດີ ​ໃນວັນ​ສຸກ​ວານ​ນີ້ວ່າ ດຳລັດ​ສະບັບ​ໃໝ່ ອາດ​ຈະ​ນຳ​ອອກ​ມາ​ໃຊ້ ​ພາຍ​ໃນ​ວັນ​ຈັນ ຫຼືວັນ​ອັງຄານ​ຈະ​ມານີ້ ຖ້າ​ລັດຖະບານ​ຫາກ​ຕັດ​ສິນ​ໃຈ​ ທີ່​ຈະ​ດຳ​ເນີນ​ການ ໃນ​ທິດທາງນັ້ນ.

ເບິ່ງ: ປ. ທຣຳ ກ່າວກ່ຽວກັບ ດຳລັດຫ້າມເດີນທາງ ເທິງເຮືອບິນ ປະຈຳຕຳແໜ່ງ

Trump: Will Win Court Battle on Travel Ban, Or Offer Other Options
please wait

No media source currently available

0:00 0:00:55 0:00

ທ່ານ​ກ່າວ​ວ່າ ການ​ເຄື່ອນ​ໄຫວ​ທີ່​ວ່າ​ນີ້ ອາດ​ຈະ​ໄວ​ກວ່າ​ການ​ຕໍ່ສູ້ ​ເພື່ອ​ປົກ​ປ້ອງ​ດຳລັດ​ສະ ບັບ​ປັດຈຸບັນທີ່​ກຳລັງ​ຢູ່​ໃນ​ສານ. ທ່ານ​ໃຫ້ການ​ອະທິບາຍ​ວ່າ “ພວກ​ເຮົາ​ຕ້ອງການ​ຄວາມ​ໄວ ຍ້ອນ​ເຫດຜົນ​ທາງ​ດ້ານ​ຄວາມ​ໝັ້ນຄົງ.”

ຫົວໜ້າ​ທີ່​ປຶກສາປະຈຳ​ທຳນຽບຂາວ ທ່ານ Reince Priebus ພະຍາຍາມ​ໃຫ້ຄວາມ​ກະ ຈ່າງ​ແຈ້ງ ​ແກ່​ພວກ​ນັກ​ຂ່າວ​ວ່າ ​ແນວ​ໃດ​ກໍ​ຕາມ ທຸກໆ​ທາງ​ເລືອກ​ ກ່ຽວກັບ​ ການ​ດຳ​ເນີນ​ການ​ຢູ່​ສານ ​ແມ່ນ​ບໍ່​ໄດ້​ມີ​ການ​ຍົກ​ເວັ້ນ ຮວມທັງ​ການ​ຂໍ​ອຸທອນ​ຕໍ່ຄຳ​ຕັດສິນ​ຂອງສານ​ເຂດ 9 ເພື່ອ​ໂຈະ​ເປັນ​ການ​ຊົ່ວຄາວ ​ຕໍ່​ການ​ນຳ​ໃຊ້​ດຳລັດ ຕະຫລອດ​ເຖິງ​ສານ​ສູງ​ສຸດ ຮວມທັງ​ການ​ຕໍ່ສູ້​ຄະ​ດີ ກ່ຽວ​ກັບ​ຜົນ​ດີ​ທີ່​ສົມຄວນ​ຈະ​ໄດ້​ຮັບ​ການ​ຍົກ​ຍ້ອງ.

ເບິ່ງ: ສານອຸທອນ ປະຕິເສດທີ່ຈະຟື້ນຟູ ດຳລັດຫ້າມເດີນທາງ ຂອງ ປ. ທຣຳ

ຂະນະ​ດຽວ​ກັນ ຜູ້​ພິພາກສາ​ທີ່​ບໍ່​ປະສົງ​ອອກ​ຊື່​ທ່ານ​ນຶ່ງຈາກ​ສານ​ອຸທອນ​ເຂດ 9 ​ໄດ້​ຮ້ອງ​ຂໍ​ໃຫ້​ພວກ​ຜູ້​ພິພາກສາ ​ທີ່​ເຮັດ​ວຽກ​ເຕັມ​ເວລາທັງ 25 ທ່ານ ລົງ​ຄວາມ​ເຫັນ​ກ່ຽວ​ກັບ​ວ່າ ການ​ໂຈະ​ດຳລັດ​ໃນ​ການ​ຫ້າມ​ເດີນທາງ​ຂອງ​ປະທານາທິບໍດີ​ເປັນ​ການ​ຊົ່ວຄາວນັ້ນຄວນ​ໄດ້​ຮັບ​ການ​ພິຈາລະນາ​ຄືນ​ໃໝ່ ​ຕໍ່ໜ້າ​ຄະນະ​ຜູ້​ພິພາກສາ 11 ທ່ານ​ຫຼື​ບໍ່ ອີງ​ຕາມ​ຄຳ​ສັ່ງ​ຂອງ​ສານ. ທັງ​ສອງ​ຝ່າຍ​ຂອງ​ຄະດີ​ນີ້ ​ໄດ້​ຖືກຮ້ອງ​ຂໍ​ ໃຫ້ສົ່ງ​ໃຈຄວາມ​ທີ່​ສຳຄັນໆ ​ໃຫ້​ແກ່​ສານ​ພາຍ​ໃນ ​ອາທິດ​ໜ້າ.

​ໃນ​ຕອນ​ເຊົ້າວັນ​ສຸກ​ວານ​ນີ້ ທ່ານ​ທຣຳ ກ່າວ​ວ່າ ທ່ານ​ບໍ່​ມີ “ຄວາມ​ສົງ​ໄສ​ໃດໆ” ທີ່​ທະນາຍ ຄວາມ​ຂອງ​ຝ່າຍ​ລັດຖະບານ​ ຈະ​ສາມາດ​ເອົາ​ຊະນະ​ການ​ຕັດສິນ​ ຂອງສານ​ອຸທອນ​ໄດ້.

​ໃນ​ຂະນະ​ນີ້ ພວກ​ເດີນທາງ​ຊາວ​ຕ່າງປະ​ເທດ ທີ່​ມີ​ວີ​ຊ່າ​ຄົບ​ຖ້ວນ​ສົມບູນຄາດ​ວ່າ ຍັຈະ​ສາ ມາດ​ເຂົ້າມາ​ໃນ​ສະຫະລັດ​ ໄດ້​ຢ່າງ​ບໍ່​ມີ​ອຸບປະສັກ​ໃດໆ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG