ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການເລືອກເອົາ ຜູ້ບໍລິຫານ ExxonMobil ຂອງທ່ານທຣຳ ຈະປະເຊີນກັບ ການຕຳນິ ຈາກພັກ ຣີພັບບລີກັນ

ປະທານບໍລິສັດ ExxonMobil ແລະ ຫົວໜ້າບໍລິຫານງານ ທ່ານ Rex Tillerson ກ່າວຖະແຫລງ ຢູ່ທີ່ກອງປະຊຸມດ້ານພະລັງງານ ໃນນະຄອນ Houston ຂອງລັດ Texas, ວັນທີ 21 ເມສາ 2015.
ປະທານບໍລິສັດ ExxonMobil ແລະ ຫົວໜ້າບໍລິຫານງານ ທ່ານ Rex Tillerson ກ່າວຖະແຫລງ ຢູ່ທີ່ກອງປະຊຸມດ້ານພະລັງງານ ໃນນະຄອນ Houston ຂອງລັດ Texas, ວັນທີ 21 ເມສາ 2015.

ໃນວັນອັງຄານມື້ນີ້ ປະທານາທີຖືກເລືອກໃໝ່ ທ່ານດໍໂນລ ທຣຳ ໄດ້ເລືອກເອົາ ປະທານບໍລິສັດ ExxonMobil ແລະ ຫົວໜ້າບໍລິຫານງານ ທ່ານ Rex Tillerson ຜູ້ທີ່ທ່ານນຳສະເໜີຊື່ ໃຫ້ເປັນລັດຖະມົນຕີການຕ່າງປະເທດ ຂອງທ່ານ.

ທ່ານ Tillerson ທີ່ເປັນເພື່ອນມິດ ກັບປະທານາທິບໍດີ ຂອງຣັດເຊຍ ໄດ້ດຳລົງ
ອາຊີບ ຢູ່ທີ່ບໍລິສັດດັ່ງກ່າວ ມາໄດ້ 41 ປີແລ້ວ.

ນາຍົກລັດຖະມົນຕີ ຂອງຣັດເຊຍ ທ່ານ Vladimir Putin, ຂວາ, ແລະ ທ່ານ Rex Tillerson, ຫົວໜ້າບໍລິຫານງານ ຂອງບໍລິສັດ ExxonMobil ຍິ້ມແຍ້ມ ໃນລະຫວ່າງ ພິທີການລົງນາມ ຢູ່ທີ່ຣີສອດ ຂອງເມືອງ Sochi ຂອງ Russia ໃນເຂດທະເລດຳ ຫຼື Black Sea, ວັນອັງຄານ ທີ 30 ສິງຫາ 2011.

ທ່ານທຣຳ ກ່າວວ່າ ປະສົບການໃນການບໍລິຫານບໍລິສັດ ລະດັບໂລກ ຂອງທ່ານ Tillerson ນັ້ນ ແມ່ນມີຄວາມສຳຄັນສູງ ຕໍ່ຜົນສຳເລັດ ໃນການນຳພາ ກະຊວງ ການຕ່າງປະເທດ.

ທ່ານທຣຳ ໄດ້ກ່າວໃນຖະແຫລງການ ທີ່ເປີດເຜີຍ ໂດຍທີມງານໂອນອຳນາດ ຂອງ
ທ່ານ ທີ່ວ່າ “ຄວາມເດັດດ່ຽວ ປະສົບການທີ່ກວ້າງຂວາງ ແລະ ຄວາມເຂົ້າໃຈ ຢ່າງເລິກເຊິ່ງ ຂອງການເມືອງໃນໂລກ ຂອງທ່ານ Tillerson ຈະເຮັດໃຫ້ທ່ານ ເປັນການເລືອກ ທີ່ດີທີ່ສຸດ ສຳລັບ ລັດຖະມົນຕີການຕ່າງປະເທດ. ທ່ານຈະສົ່ງ ເສີມສະຖຽນລະພາບ ຢູ່ໃນຂົງເຂດ ແລະ ເພັ່ງເລັງໃສ່ ເລື່ອງໃຈກາງຫຼັກ ຂອງ ຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດ.”

ເປັນການຄາດຄິດກັນວ່າ ທ່ານທຣຳ ຈະໄດ້ຮັບຄວາມກົດດັນທີ່ຈະເລືອກເອົາຄົນອື່ນ ເຊັ່ນວ່າ ອະດີດຜູ້ປົກຄອງລັດ Massachusetts ທ່ານ Mitt Romney ເພາະວ່າ ການສະໜັບສະໜູນ ຂອງພັກຣີພັບບລີກັນໃນສະພາສູງ ຕໍ່ທ່ານ Tillerson ນັ້ນ
ປະກົດວ່າ ບໍ່ຄ່ອຍດີປານໃດ.

ສະມາຊິກສະພາສູງ ທ່ານ John McCain ປະທານຄະນະ​ກຳມະການ​ກອງທັບ​ຂອງ​ສະພາ​ສູງ ໄດ້ກ່າວໃນວັນອາທິດຜ່ານມາ ວ່າ ສາຍສຳພັນ ຂອງທ່ານ Tillerson ກັບປະທານາທິບໍດີ ຂອງຣັດເຊຍ ທ່ານ Vladimir Putin “ແມ່ນເປັນເລື່ອງ ທີ່ໜ້າ ເປັນຫ່ວງ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG