ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໔ ມັງກອນ ໒໐໒໕

ທ່ານ ທຣຳ ກັບເຈົ້າຂອງໜັງສືພິມ ນິວຢອກ ໄທມສ໌ ໂຕ້ຖຽງກັນ ກ່ຽວກັບ ການໂຈມຕີສື່ມວນຊົນ


ເຈົ້າຂອງໜັງສືພິມ ນິວຢອກ ໄທມສ໌ ທ່ານ ເອ ເຈີ ຊັລສເບີເກີ ກ່າວວ່າ ທ່ານໄດ້ເຕືອນປະທານາທິບໍດີ ດໍໂນລ ທຣຳ ວ່າ ການ
ໂຈມຕີສື່ມວນຊົນຂອງທ່ານ ແມ່ນເປັນ "ອັນຕະລາຍ ແລະ ເປັນ
ໄພຕໍ່ປະເທດຂອງພວກເຮົາ." ທ່ານ ຊັລສເບີເກີ ຢູ່ງານມອບ
ລາງວັນ Matrix 2018. ນະຄອນ ນິວຢອກ. 23 ເມສາ, 2018.
ເຈົ້າຂອງໜັງສືພິມ ນິວຢອກ ໄທມສ໌ ທ່ານ ເອ ເຈີ ຊັລສເບີເກີ ກ່າວວ່າ ທ່ານໄດ້ເຕືອນປະທານາທິບໍດີ ດໍໂນລ ທຣຳ ວ່າ ການ ໂຈມຕີສື່ມວນຊົນຂອງທ່ານ ແມ່ນເປັນ "ອັນຕະລາຍ ແລະ ເປັນ ໄພຕໍ່ປະເທດຂອງພວກເຮົາ." ທ່ານ ຊັລສເບີເກີ ຢູ່ງານມອບ ລາງວັນ Matrix 2018. ນະຄອນ ນິວຢອກ. 23 ເມສາ, 2018.

ປະທານາທິບໍດີ ສະຫະລັດທ່ານ ດໍໂນລ ທຣຳ ໄດ້ກ່າວໃນວັນອາທິດ ວານນີ້ວ່າ ເມື່ອບໍ່
ດົນມານີ້ ທ່ານໄດ້ບອກໜັງສືພິມ ນິວຢອກ ໄທມສ໌ ເຖິງ (New York Times) ວິທີ ທີ່
ທ່ານໄດ້ບັນລະຍາຍກ່ຽວກັບວ່າສື່ຂ່າວທີ່ສຳຄັນເປັນ “ສັດຕູຂອງປະຊາຊົນ,” ແບບໃດ
ແຕ່ໃນທາງກັບກັນແລ້ວ ຫົວໜ້າໜັງສືພິມດັ່ງກ່າວ ໄດ້ເວົ້າວ່າ ທ່ານໄດ້ບອກທ່ານ ທຣຳ
ວ່າ ຄຳເວົ້າຂອງທ່ານແມ່ນ “ການຍຸແຍ່ໃຫ້ໂມໂຫ ແລະ ອັນຕະລາຍຢ່າງຍິ່ງ” ສຳລັບ
ບັນດານັກຂ່າວທົ່ວໂລກ.

ໃນຂໍ້ຄວາມທີ່ຂຽນຢູ່ທວິດເຕີນັ້ນ, ທ່ານ ທຣຳ ໄດ້ອະທິບາຍເຖິງການພົບປະຂອງທ່ານ
ກັບທ່ານ ເອ ຈີ ຊັລສເບີີີເກີ (A.G. Sulzberger) ທີ່ທຳນຽບຂາວເມື່ອວັນທີ 20 ກໍລະ
ກົດທີ່ຜ່ານມາວ່າ “ດີຫຼາຍ ແລະ ໜ້າສົນໃຈ.” ຜູ້ນຳ ສະຫະລັດ ໄດ້ກ່າວວ່າ ທ່ານ “ໄດ້
ໃຊ້ເວລາສ່ວນຫຼາຍເວົ້າເຖິງຈຳນວນຂ່າວປອມ ທີ່ຖືກປະກາດໂດຍ ສື່ມວນຊົນຢ່າງ
ຫຼວງຫຼາຍ ແລະ ວິທີທີ່ຂ່າວປອມ ໄດ້ຖືກຕັ້ງເປັນປະໂຫຍກທີ່ວ່າ “ສັດຕູຂອງປະຊາຊົນ,
ເປັນເລື້ອງເສົ້າໃຈ.”

ຫຼັງຈາກນັ້ນ ໃນຕອນບ່າຍຂອງວັນອາທິດວານນີ້, ທ່ານ ທຣຳ ໄດ້ຂຽນຂໍ້ຄວາມໂຈມຕີສື່
ມວນຊົນໃນທວິດເຕີ, ແລະ ໄດ້ກ່າວເຖິງ “ຄວາມລົ້ມແຫຼວຂອງໜັງສືພິມ ນິວຢອກ
ໄທມສ໌” ກັບ “ໜັງສືພິມ ວໍຊິງຕັນ ພົສ ຂອງບໍລິສັດ ອາມາຊອນ.”

ທ່ານ ຊັລສເບີເກີ, ທີ່ອາດເປັນເຈົ້າຂອງໜັງສືພິມທີ່ສຳຄັນທີ່ສຸດໃນ ສະຫະລັດ ນັ້ນ
ເວົ້າວ່າ ໃນການຮັກສາໄວ້ ຊຶ່ງປະພານີໃນການພົບປະກັບປະທານາທິບໍດີ ສະຫະລັດ
ຂອງໜັງສືພິມ ໄທມສ໌ ທີ່ມີມາດົນນານນີ້, ການສົນທະນາແມ່ນ “ບໍ່ໄດ້ຖືກລາຍງານ
ຢ່າງເປັນທາງການ,” ຕາມຄຳຮ້ອງຂໍຂອງຜູ້ຊ່ວຍຂອງທ່ານ ທຣຳ, ໝາຍຄວາມວ່າມັນ
ບໍ່ໄດ້ມີເຈຕະນາ ທີ່ຈະຖືກຕີພິມເຜີຍແຜ່.

ເຈົ້າຂອງໜັງສືພິມດັ່ງກ່າວໄດ້ເວົ້າວ່າ ດ້ວຍຂໍ້ຄວາມໃນ ທວິດເຕີ ຂອງທ່ານ ທຣຳ
ທີ່ວ່າໃຫ້ເອົາການພົບປະບັນທຶກໄວ້ນັ້ນ, ຂ້າພະເຈົ້າຈຶ່ງໄດ້ຕັດສິນໃຈວ່າ ຈະຕອບສະ
ໜອງ ດ້ວຍການນຳເອົາຄຳອະທິ ບາຍຂອງທ່ານໃນການສົນທະນາ ຈາກບັນທຶກທີ່ທ່ານ
ໄດ້ຈົດໄວ້ນັ້ນ, ພ້ອມກັບອັນທີ່ບັນນາທິການ ຂຽນບົດບັນນາທິການຂອງໜັງສືພິມ ທ່ານ
ເຈມສ ເບັນເນັດ, ຜູ້ທີ່ໄດ້ເຂົ້າຮ່ວມໃນການພົບປະເຊັ່ນກັນອອກມາລາຍງານ.

ທ່ານ ຊັລສເບີເກີ ກ່າວວ່າ “ຈຸດປະສົງຫຼັກ ຂອງຂ້າພະເຈົ້າ ສຳລັບ ການຮັບເອົາການ
ພົບປະນັ້ນ ແມ່ນເພື່ອຍົກບັນຫາ ກ່ຽວກັບ ຄຳເວົ້າຕໍ່ ຕ້ານສື່ມວນຊົນ ທີ່ກຳລັງຕົກເປັນ
ບັນຫາຂອງທ່ານປະທານາທິບໍດີ ຂຶ້ນ ມາເວົ້າ. ຂ້າພະເຈົ້າໄດ້ບອກທ່ານປະທານາທິບໍດີ
ໂດຍກົງວ່າ ຂ້າພະ ເຈົ້າຄິດວ່າ ຄຳເວົ້າຂອງທ່ານບໍ່ແມ່ນແຕ່ສ້າງຄວາມແຕກແຍກເທົ່າ
ນັ້ນ ແຕ່ເປັນອັນຕະລາຍຢ່າງຍິ່ງນຳ.

ເຈົ້າຂອງໜັງສືພິມທ່ານນີ້ເວົ້າວ່າ, “ຂ້າພະເຈົ້າໄດ້ບອກເພິ່ນວ່າ ເຖິງແມ່ນ ວ່າປະໂຫຍກ
“ຂ່າວປອມ” ຈະບໍ່ແມ່ນຄວາມຈິງ ແລະ ເປັນອັນຕະລາຍນັ້ນ, ຂ້າພະເຈົ້າມີຄວາມເປັນ
ຫ່ວງ ກ່ຽວກັບ ການເວົ້າໃຫ້ນັກຂ່າວວ່າ ເປັນ “ສັດຕູຂອງປະຊາຊົນ” ນັ້ນ ຫຼາຍກວ່າ. ຂ້າ
ພະເຈົ້າໄດ້ເຕືອນວ່າ ຄຳເວົ້າທີ່ເປັນການຍຸແຍ່ນີ້ ແມ່ນໄດ້ປະກອບສ່ວນເຂົ້າ ໃນໄພຂົ່ມ
ຂູ່ທີ່ສູງຂຶ້ນ ຕໍ່ບັນດານັກຂ່າວ ແລະ ຈະນຳໄປສູ່ຄວາມຮຸນແຮງ.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG