ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໐໕ ຕຸລາ ໒໐໒໓

ປ. ທຣໍາ ເຫັນດີທໍາການ ເຈລະຈາ ຂໍ້ຕົກລົງ NAFTA ຄືນໃໝ່


ທີ່ປຶກສາສະພາການຄ້າແຫ່ງຊາດ, ທ່ານ Peter Navarro (ຂວາ), ຫົວໜ້າເຈົ້າໜ້າທີ່ປະຈໍາທຳນຽບຂາວ, ທ່ານ Reince Priebus (ກາງ) ແລະ ປ. Donald Trump

ປະທານາທິບໍດີ​ທຣໍາກ່າວ​ວ່າ ກາ​ນສົນທະນາ​ທາງ​ໂທລະສັບ​ໃນ​ວັນ​ພຸດ​ທີ່​ຜ່ານ​ມາ​ກັບ
ປະທາ​ນາ​ທິບໍດີ​ເມັກ​ຊິ​ໂກ ທ່ານ Enrique Pena Nieto ​ແລະ​ນາຍົກ​ລັດຖະມົນຕີ​ກາ​
ນາ​ດາ ທ່ານ Justin Trudeau ​ໄດ້​ຊັກ​ຊວນ​ໃຫ້​ທ່ານ​ບໍ່ຖອນ​ສະຫະລັດ​ອອກ​ຈາກ​
ຂໍ້​ຕົກລົງ ແລກປ່ຽນ​ການ​ຄ້າ​ສາມ​ຝ່າຍໃນໄວໆນີ້.

ປະທານາທິບໍດີ​ທຣໍາ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ຢູ່​ໃນ​ທຳນຽບຂາວ​ວ່າ “​ເຂົາ​ເຈົ້າ​ຕ້ອງ
ການ​ໃຫ້​ຂ້າພ​ະ​ເຈົ້າ​ເຈລະຈາຄືນ ຊຶ່ງຂ້າພະ​ເຈົ້າ​ກໍຈະ​ເຮັດ. ຂ້າພະ​ເຈົ້າ​ໄດ້​ຕັດສິນ
​ໃຈວ່າ ​ແທນNAFTA ໄວ້ຊຶ່ງ​ອາດ​ຈະ​ເປັນສ້າງຄວາມສະເທືອນ​ຢ່າງໃຫຍ່​ແກ່​ລະ
​ບົບດັ່ງກ່າວ, ພວກ​ເຮົາ​ຈະທໍາການເຈລະຈາກ​ຄືນ​ໃໝ່.”

ປະທານ​າທິບໍດີ​ທຣໍາ ມື້ວານ​ນີ້​ໂດຍນັ່ງ​ຢູ່​ຄຽງຂ້າງກັບ​ປະທານາທິບໍດີອາ​ເຈນ​ຕີ​ນາ
ທ່ານ Mauricio Macri ກ່າວ​ວ່າ “ຂ້າພະ​ເຈົ້າ​ວ່າ​ຈະ​ລົບ​ລ້າງ NAFTA ​ໃນສອງ​
ສາມມື້ຕໍ່ໜ້າ​ນີ້​.”
​ແຕ່​ທ່ານ​ໄດ້​ກ່າວ​ເພີ້​ມວ່າ “ຖ້າ​ຫາກ​ຂ້າພະ​ເຈົ້າ​ບໍ່​ສາມາດ​ເຮັດ​ຂໍ້​ຕົກ
ລົງ​ທີ່​ທ່ຽງ​ທຳ ​ແກ່​ບັນດາ​ຄົນ​ງານ ​ແລະບໍລິ​ສັດ​ຂອງ​ຂອງ​ພວກ​ເຮົາແລ້ວ ພວກ​ເຮົາ
​ກໍຈະ​ລົບ​ລ້າງ NAFTA.”

ທ່ານ​ໄດ້​ກ່າວ​ຢໍ້າ ຄຳ​ປະກາດທີ່ທ່ານມີມາແຕ່ດົນ​ນານ​ຂອງ​ທ່ານ ຕໍ່​ຂໍ້​ຕົກ​ລົງ​ປີ 1994
ວ່າ “ມັນ​ດີ​ສຳ​ລັ​ບກາ​ນາ​ດາ. ດີສຳລັບເມັກ​ຊິ​ໂກ. ​ແຕ່​ມັນ​ຂີ້ຮ້າຍຫລາຍ​ແກ່​ສະຫະລັດ.”

ປະທານາທິບໍດີ​ສະຫະລັດ​ໄດ້​ອ່ອນ​ນໍ້າ​ສຽງ​ລົງ​ຕໍ່ສິ່ງທີ່ເຫັນວ່າ​ເປັນຂໍ້​ຕົກ​ລົງ​ການ​ຄ້າທີ່ສໍາ
ຄັນ​ທີ່​ສຸດ​ແກ່ອາ​ເມຣິກາທີ່​ໄດ້ຮັບຄງາມຍິນດີນໍາ ບໍ່​ພໍ​ພຽງ​ແຕ່ຢູ່​ທາງໃຕ້ ​ແລະ​ທາງ​ເໜືອ
​ຂອງ​ຊາຍ​ແດນຂອງປະເທດ.

ພະນັກງານອຸດສາຫະກຳເຮັດ ແຜ່ນຮອງບ່ອນຢຽບພື້ນລົດ ທີ່ປະເທດເມັກຊິໂກ.
ພະນັກງານອຸດສາຫະກຳເຮັດ ແຜ່ນຮອງບ່ອນຢຽບພື້ນລົດ ທີ່ປະເທດເມັກຊິໂກ.

ອາຈານ​ສອນວິຊາການ​ເງິນ ​ທີ່​ມະຫາວິທະຍາ​ໄລ Notre Dame, ທ່ານ Jeffrey
Bergstrant, ຜູຸ້​ໃຫ້​ຂໍ້​ສັງ​ເກດ​ວ່າ​ຂໍ້​ຕົກລົງ​ທາງ​ການ​ຄ້ານີ້​ວ່າ “ຂ້າພະ​ເຈົ້າ​ໂຫລ່ງ​ໃຈ
ເພາະມັນບໍ່​ພໍ​ພຽງ​ເຮັດໃຫ້ການ​ເກັບພາສີ​ຫລຸດລົງ ​ແຕ່​ຍັງສ້າງ​ຄວາມທຸ່ນທ່ຽງ​ຢູ່​ໃນ
ຕ່ອງໂສ້ການຜະລິດສິນຄ້າຂອງ​ໂລກ.”

ລົດແກ່ໄມ້ຄັນນຶ້ງ ມຸ້ງໜ້າໄປສູ່ຊາຍແດນການາດາ ຈາເມືອງ Champlain ຂອງລັດ New York ໃນສະຫະລັດ
ລົດແກ່ໄມ້ຄັນນຶ້ງ ມຸ້ງໜ້າໄປສູ່ຊາຍແດນການາດາ ຈາເມືອງ Champlain ຂອງລັດ New York ໃນສະຫະລັດ

ປະທານາທິບໍດີ​ທຣໍາ ​ໄດ້​ຖອນ​ສະຫະລັດ​ອອກ​ຈາກສັນຍາການ​ຄ້າ​ພາຄີ​ຂ້າມ​ມະຫາ
​ສະມຸດ​ປາຊິຟິກ​ ຫຼື TPP ທີ່​ໄດ້​ເຈລະຈາ​ໂດຍ​ຜູ້​ສຳ​ເລັດ​ໜ້າ​ທີ່​ກ່ອນ​ ຄື​ອະດີດ​ປະທາ
ນາທິບໍດີ Barack Obama ​ເຖິງ​ແມ່ນ​ວ່າ​ຂໍ້​ຕົກລົງ​ດັ່ງກ່າວ ຍັງບໍ່​ທັນ​ໄດ້ການຮັບຮອງ
​ໂດຍ​ສະພາຄອນແກຣັດເທື່ອ.

​ຖະ​ແຫລ​ງການຂອງ​ລັດຖະບານ​ເມັກ​ຊິ​ໂກ​ໃນ​ວັນ​ພຸດຜ່ານທາງ​ໂທລະສັບ ລະຫວ່າງ ປະທານາທິບໍດີ​ທຣໍາ ​ແລະ​ທ່ານ Pena Nieto ກ່າວ​ວ່າ​ ຜູ້ນຳ​ທັງ​ສອງ​ເຫັນພ້ອມ​ໃນ
ການຮັກຄວາມ​ສະດວກຂອງ​ການ​ຮັກສາ NAFTA ​ແລະ​ເຮັດ​ວຽກ​ກັບກາ​ນາ​ດາ ​ເພື່ອ​
ໃຫ້​ການ​ເຈລະຈາສຳ​ເລັດຜົນ . ​

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG