ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ທ່ານ ຣອມນີ ສະມາຊິກສະພາສູງ ຄົນໃໝ່ ສະແດງຄວາມບໍ່ພໍໃຈ ຕໍ່ການເປັນ ປະທານາທິບໍດີ ຂອງທ່ານ ທຣຳ


ຂ້າງຊ້າຍ ປະທານາທິບໍດີ ດໍໂນລ ທຣຳ ກຳລັງກ່າວຄຳປາໄສ
ໃນວັນທີ 15 ກຸມພາ ປີ 2018 ແລະ ທ່ານ ຣອມນີ ທີ່ກ່າວ
ຕໍ່ພວກນັກຂ່າວ ຢູ່ທີ່ Trump International Golf Club ໃນເມືອງ Bedminster ລັດ New Jersey, ທີ 19 ພະຈິກ 2016.
ຂ້າງຊ້າຍ ປະທານາທິບໍດີ ດໍໂນລ ທຣຳ ກຳລັງກ່າວຄຳປາໄສ ໃນວັນທີ 15 ກຸມພາ ປີ 2018 ແລະ ທ່ານ ຣອມນີ ທີ່ກ່າວ ຕໍ່ພວກນັກຂ່າວ ຢູ່ທີ່ Trump International Golf Club ໃນເມືອງ Bedminster ລັດ New Jersey, ທີ 19 ພະຈິກ 2016.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ກັບທ່ານ ມິດ ຣອມນີ ທີ່ເສຍໄຊ ໃນ
ການເລືອກຕັ້ງປະທານາທິບໍດີ ໃນປິ 2012 ບໍ່ຖືເອົາເປັນເລື້ອງຮ້າຍແຮງປານໃດ
ໃນຂະນະທີ່ທ່ານ ຣອມນີ ກຳລັງຈະເຂົ້າມາຮັບເອົາບ່ອນນັ່ງໃນສະພາສູງສະຫະລັດ ທີ່ຈະມີຂຶ້ນໃນວັນພະຫັດມື້ນີ້.

ໃນຄໍລໍ້າຄວາມເຫັນຂອງໜັງສືພິມວໍຊິງຕັນພົສນັ້ນ ທ່ານ ຣອມນີ ໄດ້ປະກາດ ໃນວັນ
ພຸດວານນີ້ວ່າ ທ່ານ ທຣຳ “ບໍ່ໄດ້ຍົກໂຕ ຂຶ້ນສູ່ລະດັບ ທີ່ເໝາະສົມ ໃນການດຳລັງຕໍາ
ແໜ່ງ” ໃນໄລຍະທີ່ເປັນປະທານາທິບໍດີມາສອງປີທຳອິດຂອງເພິ່ນ.

ທ່ານ ຣອມນີ ໄດ້ຂຽນລົງວ່າ “ມັນມີຫຼາຍຢ່າງ ທີ່ຄວາມເປັນປະທານາທິບໍດີ ໄດ້ປ່ຽນ
ຮູບໂສມທາງດ້ານບຸກຄະລິກລັກສະນະ ຕໍ່ໜ້າປວງຊົນ. ປະທານາທິບໍດີຄວນທ້ອນ
ໂຮມພວກເຮົາເຂົ້າກັນ ແລະດົນໃຈໃຫ້ພວກເຮົາກະທຳຕາມ ໃຫ້ເປັນຄົນດີກວ່າເກົ່າ. ປະທານາທິບໍດີ ຈະຕ້ອງສະແດງໃຫ້ເຫັນ ຄຸນສົມບັດທີ່ຈຳເປັນ ຂອງຄວາມທ່ຽງທຳ ຄວາມມີອະທິປະໄຕ ແລະການຍົກສູງຄວາມນັບຖືຊື່ງກັນແລະກັນ. ໃນຖານະທີ່ເປັນ
ປະເທດ ພວກເຮົາໄດ້ຮັບພອນອັນປະເສີດ ທີ່ໄດ້ມີປະທານາທິບໍດີ ຜູ້ທີ່ໄດ້ຮຽກຮ້ອງ
ເອົາຂວັນ ແລະກຳລັງໃຈອັນຍິ່ງໃຫຍ່ ຂອງອາເມຣິກາ. ໂດຍການມີປະເທດຊາດທີ່
ຖືກແບ່ງແຍກຢ່າງໃຫຍ່ ມີຄວາມກຽດຊັງ ຄວາມໂມໂຫໂທໂສນີ້ ການນຳພາຂອງປະ
ທານາທິບໍດີ ໃນດ້ານຄຸນນະພາບ ຂອງບຸກຄະລິກລັກສະນະ ແມ່ນເປັນສິ່ງທີ່ຫຼີກລ້ຽງ
ບໍ່ໄດ້.”

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG