ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣຳ ກ່າວວ່າ ມາດຕະການ ລົງໂທດໃໝ່ ຈະກົດດັນ ອີຣ່ານ ໃຫ້ກັບຄືນມາ ເຈລະຈາ


ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ເປັນປະທານ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຕາງໜ້າໃຫ້ແກ່ ປະທານຄົນປັດຈຸບັນ, ຕີຄ້ອນເປີດກອງປະຊຸມ ສະມັດຊາໃຫຍ່ຄັ້ງທີ 73 ຂອງ ສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນ ນິວ ຢອກ, ວັນທີ 26 ກັນຍາ 2018.
ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ, ເປັນປະທານ ສະພາຄວາມໝັ້ນຄົງ ສະຫະປະຊາຊາດ ຕາງໜ້າໃຫ້ແກ່ ປະທານຄົນປັດຈຸບັນ, ຕີຄ້ອນເປີດກອງປະຊຸມ ສະມັດຊາໃຫຍ່ຄັ້ງທີ 73 ຂອງ ສະຫະປະຊາຊາດ ຢູ່ທີ່ສຳນັກງານໃຫຍ່ ໃນນະຄອນ ນິວ ຢອກ, ວັນທີ 26 ກັນຍາ 2018.

ປະທານາທິບໍດີ ສະຫະລັດ ທ່ານ ດໍໂນລ ທຣຳ ໄດ້ກ່າວວ່າ “ອີຣ່ານຈະຕ້ອງ ກັບຄືນມາ
ແລະ ພວກເຂົາເຈົ້າ ຈະຕ້ອງເຈລະຈາ”
ຖ້າຢາກຈະຫລີກເວັ້ນຈາກການຖືກມາດຕະ
ການລົງໂທດ ທາງດ້ານເສດຖະກິດຮອບໃໝ່.

ໃນການຖະແຫລງຕໍ່ບັນດານັກຂ່າວ ຢູ່ນະຄອນນິວຢອກໃນວັນພຸດວານນີ້ ທ່ານ ປະທາ
ນາທິບໍດີ ໄດ້ກ່າວປົກປ້ອງການຕັດສິນໃຈຂອງທ່ານ ທີ່ຖອນໂຕອອກຈາກ ຂໍ້ຕົກລົງ
ລະຫວ່າງ 6 ປະເທດມະຫາອຳນາດ ໃນປີ 2015 ເພື່ອໃຫ້ເຕຫະຣ່ານ ຍົກເລີກໂຄງການ
ນິວເລຄຍ ໃນການແລກປ່ຽນ ກັບການຖອນມາດຕະການລົງໂທດ ທີ່ໄດ້ເຮັດໃຫ້ເສດ
ຖະກິດຂອງຕົນຝືດເຄືອງຢ່າງໜັກ.

ທ່ານທຣຳ ໄດ້ກ່າວວ່າ “ສິ່ງທີ່ເກີດຂຶ້ນກໍຄື ພວກເຂົາເຈົ້າມີພາວະເງິນເຟີ້ໃນທົ່ວປະເທດ
ພວກເຂົາເຈົ້າມີພາວະເງິນເຟີ້ ຊຶ່ງເງິນຂອງພວກເຂົາເຈົ້າ ແມ່ນບໍ່ມີລາຄາເລີຍ. ທຸກສິ່ງ
ທຸກຢ່າງກໍຜິດພາດໄປໝົດ.”

ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໃສ ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ່ 73 ຢູ່ສຳນັກງານໃຫຍ່ ໃນນະຄອນ ນິວ ຢອກ, ວັນທີ 25 ກັນຍາ 2018.
ປະທານາທິບໍດີ ດໍໂນລ ທຣຳ ກ່າວຄຳປາໃສ ທີ່ກອງປະຊຸມສະມັດຊາໃຫຍ່ ສະຫະປະຊາຊາດ ຄັ້ງທີ່ 73 ຢູ່ສຳນັກງານໃຫຍ່ ໃນນະຄອນ ນິວ ຢອກ, ວັນທີ 25 ກັນຍາ 2018.


ທ່ານເວົ້າອີກວ່າ “ໃນຈຸດໃດນຶ່ງ ຂ້າພະເຈົ້າຄິດວ່າ ພວກເຂົາເຈົ້າ ກໍຢາກຈະກັບ ຄືນມາ
ແລະ ເວົ້າວ່າ ພວກເຮົາເຮັດສິ່ງໃດສິ່ງນຶ່ງໄດ້ບໍ. ງ່າຍແທ້ໆເລີຍ ຂ້າພະເຈົ້າພຽງແຕ່ບໍ່
ຢາກໃຫ້ພວກເຂົາເຈົ້າ ມີອາວຸດນິວເຄລຍ.”

ໃນການຖະ​ແຫຼງ ​ຕໍ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ໃນ​ຕຍອນ​ເຊົ້າ​ຂອງວັນດຽວ
ກັນນັ້ນ ທ່ານ ທຣຳ ໄດ້ໃຊ້ຄຳເຫັນສ່ວນໃຫຍ່ຂອງທ່ານ ໃນຫົວຂໍ້ ການ ຫ້າມແຜ່ຜາຍ​
ອາ​ວຸດນິວເຄລຍ ເພື່ອມາຕິຕຽນອີຣ່ານ ໂດຍການຕີລາຄາ ລັດຖະ ບານຂອງອີຣ່ານ ວ່າ
ເປັນລັດຖະບານ ທີ່ “ສະໜັບສະໜູນການກໍ່ການຮ້າຍ ຊັ້ນນຳຂອງໂລກ.”

ທ່ານໄດ້ກ່າວອ້າງວ່າ “ການຮຸກຮານຂອງອີຣ່ານມີແຕ່ເພີ້ມຂຶ້ນ” ຫຼັງຈາກມີຂໍ້ຕົກລົງ
ນິວເຄລຍ ປີ 2015 ທີ່ຮູ້ຈັກກັນໃນ​ຊື່ ແຜນການປະຕິບັດງານຮ່ວມ ຮອບດ້ານ ຫຼື
JCPOA ທີ່ໄດ້ລົງນາມຮ່ວມກັນໄປແລ້ວນັ້ນ. ລັດຖະບານ ທ່ານທຣຳ ໄດ້ຖອນໂຕອອກ
ຈາກຂໍ້ຕົກລົງດັ່ງກ່າວ ເມື່ອຕົ້ນປີນີ້.

ທ່ານ ທຣຳ ໄດ້ຢືນຢັນຊ້ຳແລ້ວຊ້ຳອີກ ວ່າ ຂໍ້ຕົກລົງ JCPOA ທີ່ໄດ້ລົງນາມ ໂດຍ ປະທາ
ນາທິບໍດີຄົນກ່ອນ ຄື ທ່ານ ບາຣັກ ໂອບາມາ ໄປແລ້ວນັ້ນ ແມ່ນ “ຂີ້ຮ້າຍຫຼາຍ ຂ້າງດຽວ”
ຊຶ່ງອີຣ່ານໄດ້ຮັບຜົນປະໂຫຍດ ຈາກຂໍ້ຕົກລົງນີ້.

ທ່ານ ທຣຳ ເວົ້າວ່າ “ພວກເຂົາເຈົ້າຕ້ອງການເງິນສົດ. ພວກເຮົາໄດ້ເອົາໃຫ້ ພວກເຂົາ
ເຈົ້າ.”

ທ່ານທຣຳ ກ່າວຕື່ມວ່າ ອີຣ່ານ ເປັນ “ລະບອບທີ່ມີປະຫວັດການປະພຶດແນວນີ້ ຕ້ອງ
ບໍ່ອະນຸຍາດໃຫ້ມີອາວຸດນິວເຄລຍ ຢູ່​ໃນ​ຄວາມຄອບຄອງ”
ແລະ ໄດ້ເຕືອນ ວ່າ
ວໍຊິງຕັນ ຈະສືບຕໍ່ວາງມາດຕະການລົງໂທດ ທີ່ໜັກຂຶ້ນກວ່າເກົ່າ ຕໍ່ເຕຫະຣ່ານ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG