ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ລມຕ ປ້ອງກັນປະເທດ ສະຫະລັດ ເວົ້າຢອກ ທີ່ປຶກສາ ດ້ານຄວາມໝັ້ນຄົງແຫ່ງຊາດ ຄົນໃໝ່


ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ຈິ​ມ ​ແມັດ​ຕິ​ສ ຕ້ອນຮັບເອກອັກຄະລັດຖະທູດ ຈອນ ບອລຕັນ (ຊ້າຍ) ທີ່ສະເໜີໂດຍປະທານາທິບໍດີດາໂນລ ທຣໍາ ໃຫ້ເປັນທີ່ ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຄົນໃໝ່.
ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ຈິ​ມ ​ແມັດ​ຕິ​ສ ຕ້ອນຮັບເອກອັກຄະລັດຖະທູດ ຈອນ ບອລຕັນ (ຊ້າຍ) ທີ່ສະເໜີໂດຍປະທານາທິບໍດີດາໂນລ ທຣໍາ ໃຫ້ເປັນທີ່ ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຄົນໃໝ່.

ລັດຖະມົນຕີ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ທ່ານ​ຈິ​ມ ​ແມັດ​ຕິ​ສ ບໍ່ໄດ້​ຢ້ານ​ຕໍ່ການໃຊ້ຄຳ​ເວົ້າ​

ແບບອ້ອມແອ້ມ ​ແລະ ​ໃນ​ການ​ຕ້ອນຮັບ ​ແກ່ທີ່​ປຶກສາ​ດ້ານຄວາມ​ໝັ້ນຄົງແຫ່ງ​ຊາດ​ຄົນ​
ໃໝ່​ ຂອງ​ປະທານາທິບໍດີດໍໂນລ ​ທຣໍາ ​ໃນ​ວັນ​ພະຫັດ​ວານ​ນີ້.

ຫຼັງ​ຈາກ​ໄດ້​ຈັບ​ມື​ກັນ​ກັບ​ທ່ານ​ຈອນ ບອລຕັນ ​ແລະ​ນຳພາ​ທ່ານ​ຍ່າງ​ຂຶ້ນ​ຂັ້ນໄດ​ໄປ​ຫາ​ທຳ
ນຽບຫ້າ​ແຈ ທ່ານແມັດ​ຕິ​ສ ບໍ່​ໄດ້​ລໍ​ຖ້າໃຫ້​ເສຍ​ເວລາ​ຈຶ່ງ​ໄດ້​ປ່ອຍ​ຄຳ​ເວົ້າ​ນຶ່ງ​ອອກ​ມາ.

ທ່ານ​ແມັດ​ຕິ​ສ ກ່າວ​ຕໍ່​ທ່ານ​ບອລ​ຕັນ ຜູ້​ທີ່​ຫົວດ້ວຍ​ຄວາມ​ມ່ວນ​ຊື່ນ ​ໃນ​ຂະນະ​ທີ່ ພວກ
ທ່ານຍ່າງ​ຜ່ານ​ປະຕູ​ທຳນຽບຫ້າ​ແຈ​ວ່າ “ຂ້າພະ​ເຈົ້າ​ໄດ້​ຍິນ​ວ່າ​ທ່ານ​ເປັນຜີ​ທີ່​ກັບຊາດ
ມາເກີດໃໝ່ ​ແລະ​ຂ້າພະ​ເຈົ້າ​ຕ້ອງການ​ພົບ​ປະ​ກັບ​ທ່ານ​.”

​ການພົບ​ປະ​ທີ່ໄດ້​ມີການຄາດຫວັງເປັນຢ່າງສູງ ແມ່ນເປັນ​ເທື່ອ​ທຳ​ອິດຂອງ​ບຸກຄົນທັງ
ສອງ. ​ໃນ​ວັນ​ອັງຄານ​ທີ່​ຜ່ານ​ມານີ້ ທ່ານ​ແມັດ​ຕິ​ສ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ທີ່​ທຳນຽບຫ້າ​
ແຈ​ວ່າ ທ່ານ​ບໍ່​ເຄີຍ ​ໄດ້​ພົບ​ກັບ​ທ່ານ​ບອລຕັນ​ມາ​ກ່ອນ ​ແຕ່ ​ທ່ານ​ບໍ່​ຄາດວ່າ ຈະເກີດ
ຄວາມ​ຫຍຸ້ງຍາກ​ໃດໆໃນ​ການທີ່ຈະສ້າງຄວາມ​ສຳພັນ​ເພື່ອເຮັດວຽກ​ງານນຳ​ກັນ.

ທ່ານ​ແມັດ​ຕິ​ສ ກ່າວ​ໃນ​ເວລາ​ນັ້ນ​ວ່າ "ບໍ່​ມີ​ການ​ເກງ​ໃຈ​ກັນ ບໍ່​ມີ​ຄວາມ​ເປັນ​ຫ່ວງ​ຫຍັງ
​ໝົດ. ​ມັນ​ຈະ​ເປັນ​ຄູ່​ຮ່ວມ​ງານ. ພວກ​ເຮົາ​ຈະ​ດຳ​ເນີນການ​ໄປ​ໜ້າ.”

ທ່ານ​ບອລຕັນ ຜູ້​ທີ່​ໄດ້​ເປັນຮອງ​ລັດຖະມົນຕີ​ຕ່າງປະ​ເທດ ຮັບຜິດຊອບກ່ຽວກັບການ
​ຄວບ​ຄຸມ​ອາວຸດ ​ແລະ​ຄວາມໝັ້ນຄົງ​ສາກົນ ​ແຕ່​ປີ 2001 ຫາ​ປີ 2005 ​ແມ່ນເບິ່ງກັນ​ວ່າ
​ເປັນ​ຜູ້​ທີ່ມີນະໂຍບາຍແບບບໍ່ມີການຜ່ອນຜັນ​ແລະ​ເປັນ​ນັກ​ແຊກ​ແຊງ ​ກ່ຽວກັບ​ນະ​ໂຍ
ບາຍການ​ຕ່າງປະ​ເທດ ​ແລະ​ປ້ອງ​ກັນ​ປະ​ເທດ. ອະດີດ​ເອກ​ອັກຄະ​ລັດຖະທູດ​ສະຫະ
ລັດ ປະຈຳສະຫະ​ປະຊາ​ຊາດ ໃຫ້ການສະໜັບສະໜູນ​ຕໍ່ ການຮຸກ​ຮານຂອງສະຫະລັດ ເຂົ້າໄປໃນປະເທດ​ອີຣັກ​ໃນ​ປີ 2002 ​ແລະ​ໄດ້​ຮຽກ ຮ້ອງ​ໃຫ້​ເອົາມາດຕະການ​ທາງ​ທະ
ຫານ​ ຕໍ່​ອີຣ່ານ ​ແລະ​ເກົາຫຼີ​ເໜືອ.

​ມີ​ຄຳ​ຖາມຂຶ້ນ​ມາ​ກ່ຽວ​ກັບ​ວ່າ ທ່ານ​ແມັດ​ຕິ​ສ ​ແລະ​ທ່ານ​ບອລຕັນ ຈະ​ສາມາດ​ເຮັດ​ວຽກ​
ຮ່ວມ​ກັນ​ໄດ້​ຢ່າງ​ມີປະສິດທິຜົນຫຼືບໍ່ ໃນເມື່ອທ່ານບອລຕັນ ມີ​ຊື່​ສຽງ​ວ່າ ​ມັກ ໃຊ້ກຳລັງ​
ທະຫານ​ກ່ຽວກັບ​ເລື່ອງ​ປ້ອງ​ກັນ​ປະ​ເທ​ດ ​ໃນ​ຂະນະ​ທີ່​ທ່ານ​ແມັດ​ຕິ​ສ ​ໄດ້​ກ່າວ​ຢ້ຳຊໍ້າ​
ແລ້​ວຊໍ້າ​ອີກ ​ເຖິງ​ຄວາມຈຳເປັນທີີ່ຈະປ່ອຍໃຫ້ດ້ານ​ການ​ທູດເປັນຜູ້ນຳ
ທາງ.

ທ່ານແມັດຕິສໄດ້​ກ່າວ​ຕໍ່​ບັນດາ​ນັກ​ຂ່າວໃນ​ຕົ້ນ​ອາທິດ​ນີ້​ວ່າ “ຂ້າພ​ະ​ເຈົ້າ​ຫວັງ​ວ່າ​ຈະມີ
ທັດສະນະບາງຢ່າງທີ່​ແຕກ​ຕ່າງກັນກ່ຽວກັບໂລກ. ແຕ່​ນັ້ນກໍ​ເປັນ​ເລື້ອງ​ທຳ​ມະ​ດາ​ໃນ​ສິ່ງ​
ທີ່​ທ່ານຕ້ອງ​ການ ນອກຈາກວ່າ​ທ່ານ​ຕ້ອງການທີ່ຈະ​ຄິດ​ຮ່ວມ​ກັນ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

Mattis Bolton
please wait
Embed

No media source currently available

0:00 0:00:13 0:00

XS
SM
MD
LG