ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ທ່ານ Trump ​ແລະ​ທ່ານ Netanyahu ​ສະແດງ ຄວາມເປັນເອກກະພາບກັນ ທີ່ ທຳນຽບຂາວ


ປ. Donald Trump ກ່າວ​ໃນ​ກອງ​ປະຊຸມ​ຮ່ວມ ກັບ​ນາຍົກລັດຖະມົນຕີ Israeli ທ່ານ Benjamin Netanyahu ​ໃນ​ຫ້ອງ East Room ທີ່​ທຳນຽບຂາວ,ວໍ​ຊີງ​ຕັນ, 15 ກຸມພາ, 2017.
ປ. Donald Trump ກ່າວ​ໃນ​ກອງ​ປະຊຸມ​ຮ່ວມ ກັບ​ນາຍົກລັດຖະມົນຕີ Israeli ທ່ານ Benjamin Netanyahu ​ໃນ​ຫ້ອງ East Room ທີ່​ທຳນຽບຂາວ,ວໍ​ຊີງ​ຕັນ, 15 ກຸມພາ, 2017.

ນຶ່ງ​ມື້​ຫຼັງ​ຈາກ ປະທານາທິບໍດີ​ສະຫະລັດ ທ່ານ Donald Trump ​ແລະ​ນາຍົກລັດ
ຖະມົນຕີ Israel ທ່ານ Benjamin Netanyahu ໄດ້ສົ່ງ​ສານ​ໃນ​ການສະ​ແດງ​ເຖິງ
ຄວາມ​ເປັນ​ເອກກະພາບ ໃນການ​ພົບ​ປະກັນ​ທີ່​ທຳນຽບຂາວ​ແລ້ວ ຄະນະ​ກຳມະການ
ຂອງສະພາ​ສູງ​ສະຫະລັດ ​ກໍ​ໄດ້​ຮັບ​ຟັງ​ຄຳ​ໃຫ້ການ ກ່ຽວ​ກັບ​ບຸກຄົນ ​ທີ່​ທ່ານ Trump
ສະ​ເໜີແຕ່ງ​ຕັ້ງໃຫ້​ເປັນ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ​ປະຈຳ Israel​.

ຄະນະ​ກຳມະ​ການສາຍ​ພົວພັນ​ກັບ​ຕ່າງປະ​ເທດ​ຂອງ​ສະພາ​ສູງ ມີ​ໝາຍ​ກຳໜົດ​ທີ່​ຈະ​ຈັດ
​ການ​ຊັກ​ຖາມ​ໃນ​ວັນ​ພະຫັດ​ມື້​ນີ້ ຕໍ່ທະນາຍຄວາມ David Friedman ຜູ້​ຊຶ່ງ​ໃຫ້ການ
​ສະໜັບສະໜູນ​ຢ່າງ​ແຂງ​ຂັນ ຕໍ່ການ​ຕັ້ງ​ຖິ່ນຂອງ Israel ​ແລະ​ສະໜັບສະໜູນ​ໃຫ້​ຍ້າຍ
​ສະຖານ​ເອກ​ອັກຄະ​ລັດຖະທູດ​ສະຫະລັດ ​ໃນ Israel ​ໄປ​ຍັງນະຄອນ Jerusalem ຈາກນະຄອນຫຼວງ Tel Aviv.

​ເຊີນ​ຊົມ: ທ່ານ Trump ກ່າວ​ເຖິງ​ການ​ສ້າງ​ຕັ້ງ​ບ້ານ​ເຮືອນ​ຂອງ Israeli

Trump to Netanyahu: 'Hold Back on Settlements for A Little Bit'
please wait

No media source currently available

0:00 0:00:36 0:00

ກຸ່ມອະດີດເອກ​ອັກຄະ​ລັດຖະທູດ​ 5 ທ່ານ ຊຶ່ງ​ກຳ​ຕຳ​ແໜ່​ງ ພາຍ​ໃຕ້ປະທານາທິບໍດີທີ່
ສັງກັດ​ພັກ Republican ​ແລະ Democrat ​ໄດ້​ສົ່ງ​ຈົດໝາຍ​ສະບັບ​ນຶ່ງ ໄປ​ຫາຄະນະ
​ກຳມະການ​ຍຸຕິ​ທຳ ​ໂດຍ​ກ່າວວ່າ ທ່ານ Friedman “ມີ​ທ່າ​ທີ​ຫົວ​ຮຸນແຮງຈັດ.”

ພວກ​ເພິ່ນ ​ໄດ້​ຂຽນ​ວ່າ ທ່ານ Friedman ​ໄດ້​ກ່າວ​ວ່າ ທ່ານ​ບໍ່​ເຊື່ອ​ວ່າ ມັນ​ເປັນ​ການ​ກະທຳ
​ທີ່​ຜິດ​ກົດໝາຍ​ສຳ​ຫຼັບ Israel ທີ່​ຈະ​ຮວມ​ເອົາເຂດກ້ຳ​ຕາ​ເວັນ​ຕົກ​ຂອງ​ແມ່​ນ້ຳ​ຈໍແດັນ​ ຫລື
West Bank ​ເຂົ້າ​ເປັນ​ຂອງ​ຕົນ ​ແລະ​ເອີ້ນ​ການ​ແກ້​ໄຂ​ແບບ​ມີສອງ​ລັດຕໍ່ ບັນຫາ​ຂັດ​ແຍ້​ງ
ລະຫວ່າງ Israel ​ແລະ ປາ​ແລສໄຕນ໌ “​ເປັນ​ການ​ແກ້​ໄຂ​ແບບ​ລວງ ຕາ ​ຕໍ່ບັນຫາ​ທີ່​ບໍ່ໄດ້
ເກີດ​ຂຶ້ນນັ້ນ.”

ລັດຖະບານ​ຂອງທ່ານ Trump ​ໄດ້​ກ່າວ​ວ່າ ການ​ມີ​ທ່ານ Friedman ​ເປັນເອກ​ອັກຄະ​ລັດຖະທູດນັ້ນ ສາຍ​ພົວພັນ​ລະຫວ່າງ​ສະຫະລັດ ​ແລະ Israel ຈະ​ເປັນ “​ແບບຢ່າງ
​ຂອງ​ການ​ຮ່ວມ​ມື​ແລະ​ການ​ເຄົາລົບ​ຊຶ່ງ​ກັນ​ແລະ​ກັນ.”

ທ່ານ Trump ​ໄດ້​ສະ​ເໜີ​ແນະໃນ​ວັນ​ພຸດ​ວານ​ນີ້​ວ່າ ທ່ານ​ແມ່ນ​ເປີດ​ກວ້າງ​ຕໍ່ທາງ​ເລືອກ​
ອື່ນໆ ສຳລັບ​ການ​ແກ້​ໄຂ​ແບບ​ມີ​ສອງ​ລັດ ຊຶ່ງ​ນັ້ນອາດຈະ​ເປັນ​ການ​ປ່ຽນ​ແປ​ງ ​ໃນ​ການດຳ​
ເນີນຄວາມ​ພະຍາຍາມທາງ​ດ້ານ​ການ​ທູດ ທີ່​ມີມາ​ເປັນ​ເວລາ​ຫລາຍໆ​ທົດ​ສະ​ວັດ​ຂອງ
ສະຫະລັດ ​ທີ່ແນ​ເປົ້າ​ໝາຍໃສ່​ການສ້າງຕັ້ງ ລັດ​ປາ​ແລ​ສ​ໄຕ​ນ໌ທີ່​ເປັນ​ເອກ​ກະລາດ​ຄຽງ​ຄູ່
​ກັບ Israel.

Trump, Netanyahu Project Unity, But Back Away from Two-State Solution
please wait

No media source currently available

0:00 0:02:04 0:00

“ຂ້າພະ​ເຈົ້າ​ເບິ່ງ​ການ​ມີ​ສອງ​ລັດ​ຄຽງ​ຄູ່​ກັນ​ ​ແລະ​ການ​ມີ​ລັດດຽວ ​ແລະ​ຂ້າພະ​ເຈົ້າກໍ​ມັກ ​
ໃນອັນ​ທີ່ທັງ​ສອງ​ຝ່າຍ​ມັກ,”
ຊຶ່ງ​ນັ້ນ​ແມ່ນຄຳ​ເວົ້າ​ຂອງ​ທ່ານ Trump ທີ່​ໄດ້​ກ່າວໃນ
ລະຫວ່າງ​ກອງ​ປະຊຸມ​ຖະ​ແຫຼ​ງຂ່າວ ຮ່ວມກັບ​ທ່ານ Netanyahu. ທ່ານ​ຍັງໄດ້ກ່າວ​ຕື່ມ
​ອີກ​ວ່າ“ຂ້າພະ​ເຈົ້າ​ສາມາດ​ຮັບ​ເອົາ​ແບບ​ໃດ​ກໍ​ໄດ້ ຂ້າພະ​ເຈົ້າ​ໄດ້​ຕຶກ​ຕອງຊົ່ວ​ໄລຍະນຶ່ງ
ທີ່​ວ່າການ​ມີ​ສອງ​ລັດນັ້ນ ຈະ​ເປັນ​ທາງ​ອອກ​ທີ່​ງ່າຍ​ສຳ​ຫຼັບ​ທັງ​ສອງ​ຝ່າຍ, ​ແຕ່​ວ່າ ທີ່ຈິງ​
ແລ້ວ ຖ້າ​ຫາກ​ວ່າ Israel ​ແລະ ປາ​ແລ​ສໄຕນ໌ ​ຫາກ​ມີ​ຄວາມ​ຍິນ​ດີ​, ຂ້າພະ​ເຈົ້າ​ກໍ​ຈະ​
ຍິນ​ດີດ້ວຍກັບ​ທາງ​ເລືອກ​ທີ່​ພວກທ່ານ​ທັງ​ສອງ​ມັກທີ່​ສຸດ.”

​ໃນລະຫວ່າງກອງ​ປະຊຸມ​ຖະ​ແຫຼ​ງຂ່າວ​ນັ້ນ ທ່ານ Trump ຍັງ​ຂໍ​ຮ້ອງ​ໃຫ້​ທ່ານ Netan-
yahu“ໂຈະກ່ອນ​ໜ້ອຍ​ນຶ່ງ” ​ກ່ຽວ​ກັບ​ການ​ຂະ​ຫຍາ​ຍການຕັ້ງ​ຖິ່ນ​ຖານ​ໃໝ່​ ​ໃນ​ເຂດຢຶດ
ຄອງ​ຂອງ Israel ​ໃນ​ຂະນະ​ທີ່​ສະຫະລັດ​ຈະ​ເຮັດ​ວຽກ​ ໃນການ​ດຳ​ເນີນ​ຄວາມ​ພະ​ຍາ​ຍາມ
ທີ່​ຈະ​ຟື້ນ​ຟູຂັ້ນ​ຕອນ​ສັນຕິພາບ ​ໃນ​ພາກ​ຕາ​ເວັນ​ອອກ​ກາງນັ້ນ.

ອ່ານ​ຂ່າວ​ນີ້​ເພີ້​ມຕື່ມ​ເປັນ​ພາສາ​ອັງກິດ

​ເຊີນ​ຊົມ : ຂໍ້ຄວາມ​ຂອງ​ທ່ານ Netanyahu ສົ່ງເຖິງ ປາ​ແລສໄຕນ໌

Netanyahu to Palestinians: 'Stop Calling for Israel's Destruction'
please wait

No media source currently available

0:00 0:01:33 0:00

XS
SM
MD
LG