ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣໍາ ໂຈມຕີ ເຢຍຣະມັນວ່າ ເປັນນັກໂທດ ຮັດເຊຍ ກ່ອນໜ້າກອງ ປະຊຸມສຸດ ຍອດເນໂຕ້


ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວຕໍ່ເລຂາທິການໃຫຍ່ ອົງການເນໂຕ້ ທ່ານເຈັນສ໌ ສະ​ໂຕ​ລ​ເຕັນ​ເບີກ ທີ່ກອງປະຊຸມເນໂຕ້ ຢູ່ນະຄອນບຣັສເຊີລສ໌.
ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ກ່າວຕໍ່ເລຂາທິການໃຫຍ່ ອົງການເນໂຕ້ ທ່ານເຈັນສ໌ ສະ​ໂຕ​ລ​ເຕັນ​ເບີກ ທີ່ກອງປະຊຸມເນໂຕ້ ຢູ່ນະຄອນບຣັສເຊີລສ໌.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ​ໄດ້ກ່າວໂຈມຕີຢ່າງແຮງ ​ຕໍ່​ເຢຍ ຣະມັນ
ໃນຕອນ​ເລີ້ມ​ຕົ້ນກອງ​ປະຊຸມ​ສຸດ​ຍອດ​ປະຈຳ​ປີ​ອົງການ​ເນ​ໂຕ້​ທີ່ນະຄອນ ບຣັສ​ເຊີ​ລສ໌
​ເພາະວ່າໃຫ້ການ​ສະໜັບສະໜູນ ຕໍ່ຂໍ້​ຕົກລົງສ້າງທໍ່ສົ່ງແກັສໄປຍັງເຂດທະເລ​ບອລຕິກ
ກັບຣັດ​ເຊຍ ໂດຍກ່າວ​ຫາ​ເຢຍຣະມັນ​ວ່າ ເປັນ “ນັກໂທດ” ຂອງຣັດ​ເຊຍ.

ໃນລະຫວ່າງ​ການ​ປະຊຸ​ມ​ຢ່າງຮ້ອນແຮງ ທີ່​ຮັບ​ປະທານ​ອາຫານ​ເຊົ້າໄປພ້ອມ ​ກັບເລຂາ
​ທິການ​ໃຫຍ່​ອົງການ​ເນ​ໂຕ ທ່ານ​ເຈັນ​ສ໌ ສະ​ໂຕ​ລ​ເຕັນ​ເບີກ ​ໃນ​ວັນ​ພຸຸດມື້​ນີ້ ປະທານ​າທິບໍ
ດີ​ທຣໍາກ່າວ​ວ່າ ​ເຢຍຣະມັນ​ຈ່າຍເງິນ​ຫຼາຍພັນ​ລ້ານ​ໂດ​ລາ​ໃຫ້​ແກ່ຣັດ​ເຊຍ ​ແລະ “ພວກ​
ເຮົາຕ້ອງ​ໄດ້​ປ້ອງກັນ​ເຂົາ​ເຈົ້າ​ເພື່ອຕໍ່ຕ້ານຣັດ​ເຊຍ.”

ນອກນັ້ນ ປະທານາທິບໍດີ​ທຣໍາ ຍັງ​ກ່າວ​ວ່າ ​ເປັນເລື້ອງ "ບໍ່​ເໝາະ​ສົມ​ທີ່​ສຸດ” ທີ່ ສະຫະລັດ
​ໄດ້​ຈ່າຍເງິນ​ຫຼາຍ​ເກີນ​ໄປ​ເພື່ອ​ປ້ອງ​ກັນ​ຢູ​ໂຣບກວ່າ​ສະມາຊິກ​ອົງການ​ເນ​ໂຕ້​ອື່ນໆ ໂດຍ
ໄດ້ກ່າວຢ້ຳເຖິງການຕໍ່ວ່າຢູ່ເລື້ອຍໆ ທີ່​ໄດ້​ຍົກ​ຂຶ້ນ​ມາເວົ້າເມື່ອ​ ​ບໍ່​ເທົ່າ​ໃດ​ມື້​ທີ່​ຜ່ານ​ມາທັງ
ຢູ່ໃນການໃຫ້ຄວາມເຫັນ​ ແລະ​ການ​ຂຽນ​ລົງ​ຂໍ້ຄວາມ​ລົງໃນທວິດ​ເຕີ້. ທ່ານ​ໄດ້ທວງໃຫ້
ສະມາຊິກຂອງອົງການ​ເນ​ໂຕ້ ອອກ​ເງິນ​ຫຼາຍ​ຂຶ້ນ​ເພື່ອ​ປ້ອງ​ກັນ​ກຸ່ມພັນທະ​ມິດ ທີ່​ໄດ້ເປັນ
​ອົງການ ການຮ່ວມມືທາງທະຫານທີ່ ສຳຄັນສຸດຂອງ​ປະ​ເທດ​ຕາ​ເວັນ​ຕົກ ຫຼັງ​ຈາກສົງ
ຄາມ​ໂລກ​ຄັ້ງ​ທີສອງ.

ທ່ານສະ​ໂຕລ​ເຕັນ​ເບີ​ກ ​ໄດ້​ຕອບ​ໂຕ້ຄືນ ໂດຍ​ຢ້ຳວ່າ​ສະມາຊິກ​ອົງການ​ເນ​ໂຕ້​ໄດ້​ມີ​
ຄວາມ​ສາມາດ​ເຮັດ​ວຽກ​ຮ່ວມ​ກັນ​ເຖິງ​ແມ່ນ​ວ່າ​ເຂົາ​ເຈົ້າ​ມີ​ຄວາມ​ເຫັນທີ່ແຕກ​ຕ່າງ​ກັນ.

ການ​ແລກປ່ຽນ​ຄວາມເຫັນທີ່ວ່ານີ້ ແມ່ນໄດ້ກຳນົດ​ນໍ້າ​ສຽງ​ທີ່ຄາດໝາຍ​ໄວ້​ແລ້ວ​ສຳລັບ
ວັນທີ່ເຄັ່ງຕຶງ ສຳລັບ​ກອງ​ປະຊຸມ​ກັບບັນດາ​ຜູ້ນຳພັນທະ​ມິດທາງ​ທະຫານດັ່ງກ່າວ.

ປະທານາທິບໍດີ​ທຣໍາຄາດ​ວ່າ​ ຈະ​ສືບຕໍ່ປະ​ເຊີນ​ໜ້າກັບອົງການ​ພັນທະ​ມິດເນ​ໂຕ້ ກ່ຽວ​
ກັບການ​ໃຊ້​ຈ່າຍທາງທະຫານ​ຂອງ​ເຂົາ​ເຈົ້າ ລະຫວ່າງ​ກອງ​ປະຊຸມ​ສຸດ​ຍອດ ທີ່​ມີ​ຂຶ້ນ
​ທ່າມກາງ​ຄວາມ​ສຳພັນ ​ທີ່ເຄັ່ງຕຶງ ລະຫວ່າງ​ ປະທານາທິບໍດີ​ສະຫະລັດ ​ແລະ​ພັນທະ​ມິດ
​ທີ່ໃກ້​ຊິດ​ທີ່​ສຸດຂອງ​ສະຫະລັດຕາມທີ່ເຄີຍມີມາ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG