ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ແລະເລຂາທິການໃຫຍ່ອົງການ NATO
ທ່ານເຈັນສ໌ ສະໂຕນເຕັນເບີກ ໄດ້ພົບປະກັນທີ່ນະຄອນຫຼວງວໍຊິງຕັນໃນວັນພະຫັດ
ວານນີ້ ທ່າມກາງການຂັດແຍ້ງລະຫວ່າງ ສະຫະລັດແລະບັນດາພັນທະມິດໃນຢູໂຣບ
ກ່ຽວກັບອົງການພັນທະມິດ ປ້ອງກັນປະເທດທີ່ສຳຄັນຂອງປະເທດຕາເວັນຕົກດັ່ງກ່າວ.
ປະທານາທິບໍດີທຣໍາ ໃນອາທິດແລ້ວນີ້ ໄດ້ບອກປະຕິເສດຕໍ່ການຄັດຄ້ານຂອງບັນດາ
ຜູ້ນຳຂອງຢູໂຣບ ແລະໄດ້ຖອນສະຫະລັດ ອອກຈາກສັນຍາລະຫວ່າງປະເທດປີ 2015
ເພື່ອຈຳກັດໂຄງການອາວຸດນິວເຄລຍຂອງອີຣ່ານ. ສາມປະເທດຢູໂຣບທີ່ໄດ້ລົງນາມ
ໃນຂໍ້ຕົກລົງດັ່ງກ່າວ ຄື ອັງກິດ ຝຣັ່ງ ແລະເຢຍຣະມັນ ຍັງສືບຕໍ່ໃຫ້ການສະໜັບສະໜູນ
ແກ່ການຢັບຢັ້ງຂອງອີຣ່ານ ເຖິງແມ່ນວ່າປະທານາທິບໍດີທຣໍາ ໂຕ້ຖຽງວ່າ ຂໍ້ຕົກລົງນີ້ບໍ່
ໄດ້ເຮັດຫຍັງເພື່ອຂັດຂວາງການທົດລອງລູກສອນໄຟຂີປະນາວຸດອີຣ່ານຫຼືການບຸກລຸກ
ທາງທະຫານຂອງຕົນຢູ່ໃນພາກຕາເວັນອອກກາງ.
ທ່ານນາງເຟເດີຣິກກາ ມໍເກີຣີນີ ຫົວໜ້ານະໂຍບາຍການຕ່າງປະເທດຂອງສະຫະພາບ
ຢູໂຣບ ກ່າວໃນຕົ້ນອາທິດນີ້ວ່າ “ພວກເຮົາກຳລັງເຮັດວຽກ ເພື່ອຊອກຫາການແກ້ໄຂ
ທີ່ໄດ້ຜົນ.” ກ່ຽວກັບຂໍ້ຕົກລົງອີຣ່ານ “ພວກເຮົາເວົ້າເຖິງການແກ້ໄຂເພື່ອໃຫ້ຂໍ້ຕົກລົງນີ້
ຍັງມີຜົນບັງຄັບໃຊ້ຕໍ່ໄປ.”ຍິ່ງໄປກວ່ານັ້ນ ປະທານາທິບໍດີທຣໍາຍັງໄດ້ວາງມາດຕະການ
ເກັບພາສີເຫລັກກ້າ ແລະອາລູມີນຽມທີ່ມາຈາກຕ່າງປະເທດ ຮວມທັງຢູໂຣບ ເຖິງແມ່ນ
ວ່າ ຕໍ່ມາທ່ານ ໄດ້ໃຫ້ການຍົກເວັ້ນ ຕໍ່ 28 ປະເທດ ທີ່ເປັນສະມາຊິກສະຫະພາບຢູໂຣບ
ໄປຈົນເຖິງວັນທີ 1 ມິຖຸນາ.
ໃນຕອນຕົ້ນໆຂອງການເປັນປະທານາທິບໍດີຂອງທ່ານ ທ່ານທຣໍາໄດ້ຕ້ອງຕິອົງການ
NATO ຢ່າງແຮງ. ທ່ານໄດ້ໂຕ້ຖຽງວ່າປະເທດອື່ນໆທີ່ຢູ່ໃນກຸ່ມພັນທະມິດ ປ້ອງກັນ
ປະເທດຂອງຕາເວັນຕົກ ເພື່ອຕໍ່ຕ້ານການຮຸກຮານຂອງຣັດເຊຍ ທີ່ໄດ້ສ້າງຂຶ້ນໃນ
ຕອນທ້າຍຂອງສົງຄາມໂລກຄັ້ງທີສອງນັ້ນ ຍັງບໍ່ທັນບັນລຸເປົ້າໝາຍຂອງອົງການ
NATO ໃນການໃຊ້ຈ່າຍ 2 ເປີເຊັນ ຂອງຍອດຜະລິດຮວມທາງດ້ານເສດຖະກິດ
ຂອງແຕ່ລະປະເທດ ສຳລັບໃຊ້ຈ່າຍໃນດ້ານປ້ອງກັນປະເທດ.
ໃນວັນພະຫັດວານນີ້ ເຖິງຢ່າງໃດກໍດີປະທານາທິບໍດີທຣໍາໄດ້ກ່າວຂອບໃຈທ່ານ
ສະໂຕນເຕັນເບີກ ທີ່ີຊຸກຍູ້ໃຫ້ບັນດາສະມາຊິກ ຂອງອົງການ NATO ອະນຸມັດງົບ
ປະມານການໃຊ້ຈ່າຍໃນດ້ານປ້ອງກັນປະເທດເພີ້ມຂຶ້ນ.
ການໃຊ້ຈ່າຍໃນປ້ອງກັນ ໄດ້ເພີ້ມຂຶ້ນ ຢູ່ໃນບາງປະເທດສະມາຊິກ ຂອງອົງການ
NATO ແຕ່ພັນລະມິດກ່າວວ່າ ປັດຈຸບັນນີ້ມີພຽງແຕ່ ກຣິສ ແອັສໂທເນຍ ອັງກິດ
ໂປແລນ ໂຣມາເນຍ ແລະສະຫະລັດ ທີ່ຮວມຢູ່ໃນບັນດາສະມາຊິກ 28 ປະເທດ
ຂອງອົງການ NATO ທີ່ໄດ້ຈ່າຍ 2 ເປີເຊັນ ເຖິງແມ່ນວ່າມີບາງປະເທດຈຳນວນນຶ່ງ
ໄດ້ຈ່າຍເກືອບເຖິງ 2 ເປີເຊັນ.