ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະ​ພາ​ຕ່ຳ ສ​ຫລ ບໍ່​ສາມ​າດເອົາ​ຊະ​ນະ ການ​ໃຊ້​ສິດ​ຢັບ​ຢັ້ງ ຂອງ ​ປ. ທ​ຣຳ


ຄົນ​ພາ​ກັນ​ປະ​ທ້ວງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣໍາ ທີ່​ປ​ະ​ກາດ​​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ທີ່​ນ​ຄອນ​ນິວຢອກ ວັນ​ທີ ກຸ​ມ​ພາ 15, 2019.
ຄົນ​ພາ​ກັນ​ປະ​ທ້ວງ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣໍາ ທີ່​ປ​ະ​ກາດ​​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ທີ່​ນ​ຄອນ​ນິວຢອກ ວັນ​ທີ ກຸ​ມ​ພາ 15, 2019.

ບັນ​ດາ​ສະ​ມາ​ຊິກສະ​ພາ​ຕ່ຳ​ສະ​ຫະ​ລັດ ໃນ​ວັນ​ອັງ​ຄານ​ວານ​ນີ້ ​ບໍ່​ສາ​ມາດ​ເອົາ​ຊະ​ນະ ໃນ​
ການ​ລົງ​ຄະ​ແນນ​ສຽງ ເພື່ອຈະ​ລົ້ມ​ເລີກ​ການ​ປະ​ກາດພາ​ວະ​ສຸກ​ເສີນ​ແຫ່ງ​ຊາດຂອງ​ປະ​
ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ຢູ່ທີ່​ຊາຍ​ແດນໃນ​ພາກ​ໃຕ້​ຂອງ​ປະ​ເທດ.

ພັກ​ເດ​ໂມ​ແຄ​ຣັດ​ທີ່​ຄວບ​ຄຸມ​ສະ​ພາ​ຕ່ຳ ໄດ້ລົງ​ຄະ​ແນນ​ສຽງ 248 ຕໍ່ 181 ເພື່ອ​ລົ້ມ​ເລີກ​
ການ​ໃຊ້​ສິດ​ຍັບ​ຢັ້ງ​ ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ແຕ່​ວ່າບໍ່​ມີຄະ​ແນນພໍ 38 ສຽງ ​ຂອງ​ສຽງ​
ສ່ວນ​ຫຼາຍສອງ​ສ່ວນ​ສາມ ຕາມ​ທີ່​ຕ້ອງ​ການ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ໄດ້​ປະ​ກາດ​ໃນ​ເດືອນ​ກຸ​ພາ ໂດຍ​ອ້າງໃນ​ອັນ​ທີ່​ທ່ານຮ້ອງວ່າ
ຄວາມ​ປອດ​ໄພ​ຊາຍ​ແດນ ແລະ​ວິ​ກິດ​ການ​ມະ​ນຸດ​ສະ​ທຳ ເພື່ອ​ອະ​ນຸ​ຍາດ​ໃຫ້​ທ່ານ​ນຳ​
ໃຊ້​ເງິນ 3 ພັນ 6 ຮ້ອຍ​ລ້ານ​ໂດ​ລາ ຈາກ​ບ່ອນ​ອື່ນ​ໃນ​ໂຄງ​ການຕ່າງໆ​ ຂອງ ລັດ​ຖະ
​ບານ ເພື່ອ​ໃຊ້​ຈ່າຍ​ໃນການ​ສ້າງກຳ​ແພງຢູ່​ຕາມ​ຊາຍ​ແດນ​ສະ​ຫະ​ລັດ ຕິດ​ກັບ ເມັກ
​ຊິ​ໂກ. ການ​ລົງ​ຄະ​ແນນ​ສຽງ​ໄດ້​ອະ​ນຸ​ຍາດ​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ທຳ ການທົບ​
ທວນ​ເບິ່ງບັນ​ຊີລັດ​ຖະ​ບານ​ກາງ​ເພື່ອ​ໃຊ້​ເງິນ​ທີ່​ທ່ານ​ຕ້ອງ​ການ​ສຳ​ລັບ​ການ​ສ້າງ​
ກຳ​ແພງ.

ທັງ​ສະ​ພາຕ່ຳ ​ທີ່​ນຳໂດຍ​ພັກ​ເດ​ໂມ​ແຄ​ຣັດ ແລະ​ສະ​ພາ​ສູງ​ທີ່​ນຳ​ພາ​ໂດຍພັກ​ຣີ​ພັບ
​ບ​ລິ​ກັນ​ ໄດ້ໃຫ້​ການ​ອະ​ນຸ​ມັດ​ຕໍ່ຮ່າງ​ກົດ​ໝາຍ ​ບໍ່​ເຫັນ​ພ້ອມ​ກັບ ​ການ​ເຄື່ອນ​ໄຫວ​ຂອງ​
ທ່ານ ດ້ວຍ​ການ​ປະ​ຕິ​ເສດ ​ໂດຍ​ໃຫ້ຂໍ້​ສັງ​ເກດຫຼາຍ​ຢ່າງແກ່​ປະ​ທາ​ນາ​ທິ​ບໍ​ດີ ໃນ​ການ
​ຕັດ​ສິນ​ໃຈ​ ໃຊ້​ຈ່າຍ​ທີ່​ເຂົາ​ເຈົ້າ​ກ່າວ​ວ່າ ສົມ​ຄວນເຮັດ​ໂດຍ​ສະ​ພາ.

ການໃຊ້​ສິດ​ຢັບ​ຢັ້ງ​ຂອງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣ​ຳ ແມ່ນ​ເປັນ​ເທື່ອ​ທຳ​ອິດ​ຂອງ​ທ່ານ ນັບ
​ແຕ່​ໄດ້​ເຂົ້າ​ກຳ​ຕຳ​ແໜ່ງ​ ໃນ​ປີ 2017.

ໃນ​ຂະ​ນະ​ດຽວ​ກັນ ລັດ​ຖະ​ມົນ​ຕີ​ປ້ອງ​ກັນ​ປະ​ເທດຊົ່ວ​ຄາວ ທ່ານ​ແພ​ຕ​ຣິກ ຊາ​ນາ
ແຮນ ໄດ້​ປະ​ກາດ​ວ່າ ​ທ່ານ​ໄດ້​ອະ​ນຸ​ຍາດ​ໃຫ້​ທະ​ຫານ​ໃຊ້​ເງິນໄດ້​ຫຼາຍ​ເຖິງ 1 ພັນ​
ລ້ານ​ໂດ​ລາ ໃນ​ກອງ​ທຶນກອງ​ທັບເພື່ອ​ເລີ້ມ​ສ້າງ​ການ​ກໍ່​ສ້າງ​ກຳ​ແພງ​ໃໝ່​ຢູ່​ຕາມ ​
ຊາ​ຍ​ແດນ​ສະ​ຫະ​ລັດຕິດ​ກັບເມັກ​ຊິ​ໂກ.

ເງິນ​ຈະ​ຖືກໃຊ້ເພື່ອ​ສະ​ໜັບ​ສະ​ໜູນ​ກະ​ຊວງຮັກສາ​ຄວາມ​ປອດ​ໄພພາຍ​ໃນ​ຂອງ
ສະຫະລັດ ທີ່ຂໍ​ຮ້ອງ​ໃຫ້​ສ້າງກຳ​ແພງຍາວ 91 ກິ​ໂລ​ແມັດ ​ສູງ 5 ແມັດ ມີ​ທາງ​ຍ່າງ ລະ
​ຫວ່າງ​ເມືອງ​ຢູ​ມາ ແລະ​ເມືອງແອ​ລ ປາ​ໂຊ ທີ່​ເປັນພາກ​ສ່ວນ​ຂອງ​ຊາຍ​ແດນ “ໃນ​ການ​
ສະ​ໜັບ​ສະ​ໜູນ​ການ​ປະ​ກາດ​ພາ​ວະ​ສຸກ​ເສີນ​ແຫ່ງ​ຊາດ ​ເມື່ອວັນ​ທີ 15 ກຸມ​ພາ ຢູ່​ຊາຍ
​ແດນທາງ​ພາກ​ໃຕ້ຂອງ​ສະ​ຫະ​ລັດ." ກອງ​ທຶ​ນ​ຍັງ​ຈະ​ໃຊ້​ສ້າງ ແລະປັບ​ປຸງ​ຖະ​ໜົນ​ຫົນ
​ທາງ ແລະ​ຕິດ​ຕັ້ງ​ໄຟ ​ຢູ່​ໃນ​ເຂດດັ່ງ​ກ່າວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG