ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣ​ຳ ແຕ່ງຕັ້ງ​ ທ. ໂມ​ລ​ວາ​ນີ ໃຫ້ເປັນ​ຫົວ​ໜ້າ ທີ່​ປຶກ​ສາ ​ທຳ​ນຽບ​ຂາວ ຮັກສາການແທນ ທ. ແຄລລີ


ຫົວ​ໜ້າ​ຫ້ອງ​ການ​ງົບ​ປະ​ມານ ທ່ານ ​ມິກຄ໌ ໂມ​ລ​ວາ​ນີ ໃຫ້ການ​ຕໍ່ ຄະ​ນະ​ກຳ​ມະ​ການ​ງົບ​ປະ​ມານ ​​ສະ​ພາ​ສູງ, ວັນ​ທີ 13 ກຸມ​ພາ 2018.
ຫົວ​ໜ້າ​ຫ້ອງ​ການ​ງົບ​ປະ​ມານ ທ່ານ ​ມິກຄ໌ ໂມ​ລ​ວາ​ນີ ໃຫ້ການ​ຕໍ່ ຄະ​ນະ​ກຳ​ມະ​ການ​ງົບ​ປະ​ມານ ​​ສະ​ພາ​ສູງ, ວັນ​ທີ 13 ກຸມ​ພາ 2018.

ໄລຍະຂອງການຄາດເດົາທີ່ຍືດເຍື້ອມາ ກໍໄດ້ສິ້ນສຸດລົງ ໃນເມື່ອປະທານາທິບໍດີ ສະ
ຫະລັດ ທ່ານ ດໍໂນລ ທຣຳ ໄດ້ສະເໜີຊື່ ຜູ້ທີ່ຈະເປັນຫົວໜ້າອົງການທີ່ໃຫຍ່ສຸດ ພາຍ ໃນສຳນັກງານດ້ານບໍລິຫານຂອງທ່ານ ໃຫ້ເປັນທີ່ປຶກສາຂອງທຳນຽບຂາວ ຮັກສາ
ການແທນ ທ່ານ ຈອນ ແຄລລີ ນາຍພົນທະຫານມາຣີນ ທີ່ກະສຽນແລ້ວນັ້ນ.

ທ່ານທຣຳ ໄດ້ປະກາດເມື່ອຕອນແລງວັນສຸກວານນີ້ ຜ່ານທາງທວີດເຕີ ວ່າ “ຂ້າພະ
ເຈົ້າພູມໃຈ ທີ່ປະກາດວ່າ ທ່ານ ມິກຄ໌ ໂມລວານີ ຜູ້ອຳນວຍການ ສຳນັກງານຄຸ້ມ
ຄອງ ແລະຮັບຜິດຊອບງົບປະມານ ຫຼືເອີ້ນຫຍໍ້ວ່າ OMB ຈະຖືກແຕ່ງຕັ້ງໃຫ້ເປັນທີ່
ປຶກສາຂອງທຳນຽບຂາວ ຮັກສາການແທນ ທ່ານ ຈອນ ແຄລລີ ນາຍພົນທະຫານ
ມາຣີນ ຜູ້ທີ່ໄດ້ຮັບໃຊ້ປະເທດຊາດ ດ້ວຍຄວາມດີເດັ່ນ.”

ທ່ານ ໂມລເວນີ ອະດີດສະມາຊິກສະພາ ສັງກັດພັກຣີພັບບລີກັນ ຈາກລັດຄາໂຣໄລ
ນາ ໃຕ້ ແລະ ຮູ້ຈັກກັນດີວ່າ ເປັນຜູ້ເກັ່ງກາດໃນດ້ານການເງິນ ນອກຈາກນັ້ນ ຍັງໄດ້
ກຳກັບນຳ ກົມ OMB ແລະຍັງໄດ້ເປັນຫົວໜ້າສຳນັກງານ ປົກປ້ອງດ້ານການເງິນ
ຂອງຜູ້ບໍລິໂພກ ນຳດ້ວຍ ຊຶ່ງທ່ານ ໄດ້ຫລຸດຜ່ອນບົດບາດຂອງທ່ານລົງ.

ທ່ານໂມລເວນີ ໄດ້ຂຽນຄວາມເຫັນຂອງທ່ານລົງທາງທວີດເຕີ ວ່າ “ອັນນີ້ເປັນກຽດ
ອັນສູງສົ່ງ. ຂ້າພະເຈົ້າ ກະຕືລືລົ້ນທີ່ຈະເຮັດວຽກກັບ ທ່ານປະທານາທິບໍດີ ແລະ
ທີມງານທັງໝົດ. ມັນຈະເປັນປີ 2019 ທີ່ດີເລີດ!”

ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣ​ໍ​າ ແລະ​ ຫົວໜ້າທີ່​ປຶກ​ສາ ​ທຳ​ນຽບ​ຂ​າວ ທ່ານ ​ຈອນ ແຄ​ລ​ລີ.
ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣ​ໍ​າ ແລະ​ ຫົວໜ້າທີ່​ປຶກ​ສາ ​ທຳ​ນຽບ​ຂ​າວ ທ່ານ ​ຈອນ ແຄ​ລ​ລີ.

​ແຕ່ທັງສອງທ່ານ ຜູ້ທີ່ໄດ້ກຳຕຳແໜ່ງ ໃນລັດຖະບານທ່ານທຣຳ ຄື ທ່ານ ເຣນສ໌ ພຣີບັສ
ແລະ ທ່ານ ແຄລລີ ໄດ້ພົບເຫັນວ່າ ມັນເປັນຕຳແໜ່ງທີ່ຫຍຸ້ງຍາກສັບສົນສິດອຳນາດ
ຂອງພວກເຂົາເຈົ້າ ແມ່ນຈະຢູ່ໃຕ້ອຳນາດຂອງທ່ານປະທານາທິບໍດີ ພ້ອມກັນກັບ ບັນ
ດາເຈົ້າໜ້າທີ່ຂັ້ນສູງໃນຄະນະລັດຖະບານນຳດ້ວຍ ໂດຍສະເພາະ ລູກສາວຂອງປະທາ
ນາທິບໍດີ ທ່ານນາງ ອີວານນາ ທຣຳ ແລະ ສາມີຂອງນາງ ທ່ານ ຈາເຣດ ຄຸຊເນີ ຊຶ່ງທັງ
ສອງຄົນນີ້ ກຳຕຳແໜ່ງຂັ້ນອາວຸໂສ ຢູ່ຟາກຕາເວັນຕົກຂອງທຳນຽບຂາວ.

ຕຳແໜ່ງທີ່ປຶກສາຂອງທຳນຽບຂາວ ຕາມທຳນຽມແລ້ວ ຈະເປັນຕຳແໜ່ງທີ່ສຳຄັນສຸດ
ແລະ ມີອຳນາດສູງ ຄ້າຍຄືກັບ ຫົວໜ້າຝ່າຍປະຕິບັດງານຂອງປະເທດ ແລະເປັນຜູ້ພິ
ທັກຫ້ອງການໂອໂວລ ຂອງທຳນຽບຂາວ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG