ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ​ທຣໍາ ກ່າວ​ວ່າ ​ເກົາຫຼີ​ເໜືອ ຈະ​ອຸດົມ​ຮັ່ງມີ ແລະໄດ້ຮັບ ການປົກປ້ອງ ຖ້າຍົກເລີກອາວຸດ ນິວເຄລຍ


ຄົນກຳລັງເບິ່ງໂທລະພາບ ທີ່ພວມອອກຂ່າວ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອຶນ.
ຄົນກຳລັງເບິ່ງໂທລະພາບ ທີ່ພວມອອກຂ່າວ ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ແລະຜູ້ນຳເກົາຫຼີເໜືອ ທ່ານກິມ ຈົງອຶນ.

ປະທານາທິບໍດີ​ສະຫະລັດ ທ່ານ​ດໍ​ໂນ​ລ ທຣໍາ ທຳນາຍ​ວ່າ​ເກົາຫຼີ​ເໜືອ “ຈະ​ອຸດົມ​ຮັ່ງມີ” ​
ແລະ ທ່ານ​ໃຫ້​ຄຳ​ໝັ້ນ​ສັນຍາ​ ຕໍ່ຄອບຄົວ ຂອງທ່ານ​ກິ​ມວ່າ “​ຈະໄດ້​ຮັບ​ການປົກປ້ອງ
ຢ່າງພຽງພໍ” ​ເພື່ອ​ໃຫ້ກຳ​ອຳນາດຕໍ່ໄປຖ້າ​ຫາກ​ເຫັນ​ພ້​ອມກັບ​ການປົດອາວຸດ​ນິວ​ເຄຼຍ.
ຖ້າ​ຫາກ​ຜູ້ນຳ ​ກິມ ຈົງ ​ອຶນ ບໍ່​ເຫັນ​ພ້ອມ ກັບ​ເລື້ອງນີ້ ​ເຖິງ​ຢ່າງ​ໃດ​ກໍ​ດີ ທ່ານ​ທຣໍາ​ ໄດ້​
ເຕືອນວ່າ ປະ​ເທດ​ທີ່​ທຸກ​ຈົນດັ່ງກ່າວ​ ກຳລັງ​ປະ​ເຊີນ​ໜ້າ​ ກັບ​ການ​ຖືກ​ທຳ​ລາຍ.

ປະທານາທິບໍດີທຣຳ ​ໃນການໃຫ້ຄວາມເຫັນໃນ​ວັນ​ພະຫັດ​ວານ​ນີ້ ໂດຍຄາດໄວ້​ວ່າ
ການ​ປ່ຽນ​ນໍ້າ​ໃນສຽງ​ອາທິດ​ນີ້​ ໂດຍ​ເກົາ​ຫຼີ​ເໜືອ​ ກ່ຽວ​ກັບ​ແຜນ​ພົບປະລະຫວ່າງທ່ານ​
ທຣໍາ​ແລະທ່ານກິມ ​ໃນ​ວັນ​ທີ 12 ມິ​ຖຸນາ​ທີ່​ສິງກະ​ໂປນັ້ນ ອາດ​ເປັນຜົນຂອງ​ການ​ປະ
​ຊຸມ​ເທື່ອ​ທີ​ສອງ ລະຫວ່າງ​ທ່ານ​ກິມ ​ແລະ​ປະທານ​ປະ​ເທດຈີນ​ ທ່ານສີ ຈິ້ນຜິ​ງ.

ປະທານາທິບໍດີ​ທຣໍາ ທີ່ນັ່ງຢູ່​ຄຽງຂ້າງ ກັບທ່ານ​ເຈັນ​ສ໌ ສະ​ໂຕ​ເຕັນ​ເບິ​ກ ​ເລຂາທິການ
​ໃຫຍ່ຂອງອົງການເນໂຕ໊ ຢູ່​ທີ່​ທຳນຽບຂາວ​ ກ່າວ​ຕໍ່​ບັນດາ​ນັກ​ຂ່າວ​ວ່າ. ຖ້າ​ຫາກ​ການ​
ພົບ​ປະ​ຖືກ​ລົບ​ລ້າງ ປະທາ​ນາ​ທິບໍດີ​ທຣໍາກ່າວ​ວ່າ “ພວກ​ເຮົາ​ຈະ​ກ້າວໄປສູ່ລະດັບ​ຕໍ່​ໄປ.”

Trump: Libya Is Not US Model for North Korea
please wait

No media source currently available

0:00 0:02:38 0:00

ປະທານາທິບໍດີ​ທຣໍາ ກ່າວ​ວ່າ​ແຜນການ​ພົບປະຫາລື ລະຫວ່າງສະຫະລັດແລະ​ບັນ​ດາ​
ເຈົ້າ​ໜ້າ​ທີ່ເກົາຫຼີ​ເໜືອ ​ທີ່​ປະພຶດ “ຄື​ກັບ​ບໍ່​ມີ​ຫຍັງ​ເກີດ​ຂຶ້ນນັ້ນ” ​ເຖິງ​ແມ່ນໄດ້ມີ​ຖະ​ແຫຼ​ງ
ການ​ຈາກ​ພຽງ​ຢາງ ​ກ່າວ​ເຖິງ​ຄວາມ​ສົງ​ໄສ​ ຂອງ​ການ​ພົບ​ປະນີ້.

ທະຫານມາຣິນເກົາຫຼີໃຕ້ຄົນນຶ່ງ ກຳລັງສ່ອງກ້ອງໄປເບິ່ງຊາຍແດນເກົາຫຼີເໜືອ ທີ່ບໍ່ຫ່າງໄກຈາກ ໝູ່ບ້ານພັນມຸນຈອມ ເກົາຫຼີໃຕ້ ທີ 16 ພຶດສະພາ.
ທະຫານມາຣິນເກົາຫຼີໃຕ້ຄົນນຶ່ງ ກຳລັງສ່ອງກ້ອງໄປເບິ່ງຊາຍແດນເກົາຫຼີເໜືອ ທີ່ບໍ່ຫ່າງໄກຈາກ ໝູ່ບ້ານພັນມຸນຈອມ ເກົາຫຼີໃຕ້ ທີ 16 ພຶດສະພາ.

“ເຂົາ​ເຈົ້າພົວພັນ​ກັບ​ພວກ​ເຮົາ. ພວກ​ເຮົາ​ເຮັດ​ວຽກ​ກັບ​ເຂົາ​ເຈົ້າ” ທ່ານ​ທຣໍາຕໍ່​ມາ​ໄດ້​
ກ່າວຢໍ້າ ຢູ່​ຫ້ອປະຊຸມ​ຄະນະ​ບໍລິຫານ​ກັບ​ທ່ານສະ​ໂຕ​ເຕັນ​ເບີກ​ ​ແລະ​ບັນດາ​ເຈົ້າ​ໜ້າ
​ທີ່ຂອງ​ອົ​ງການ NATO​..

ພວກປະທ້ວງເກົາຫຼີໃຕ້ ພາກັນປະທ້ວງແມັກ ເທີນເດີ ການຮ່ວມຊ້ອມລົບທາງທະຫານ ລະຫວ່າງສະຫະລັດ ແລະເກົາຫຼີໃຕ້ ທີ 16 ພຶດສະພາ 2018.
ພວກປະທ້ວງເກົາຫຼີໃຕ້ ພາກັນປະທ້ວງແມັກ ເທີນເດີ ການຮ່ວມຊ້ອມລົບທາງທະຫານ ລະຫວ່າງສະຫະລັດ ແລະເກົາຫຼີໃຕ້ ທີ 16 ພຶດສະພາ 2018.

ຜູ້​ເຈລະຈາ​ສູງ​ສຸດ​ເກົາຫຼີ​ເໜືອ ທ່ານຣີ ຊອນ ກວນ ​ໃນ​ຕອນເຊົ້າ​ວັນ​ພະຫັດ​ໄດ້​ປະ
ນາມ​ລັດຖະບານເກົາຫຼີ​ໃຕ້ວ່າ “ບໍ່​ຫົວຊາ ​ແລະ​ບໍ່​ມີ​ປັນຍາ” ຊຶ່ງເປັນການກ່າວ
​ຫາທີ່ໃສ່ຮ້າຍປ້າຍສີເທື່ອຫຼ້າສຸດຂອງພຽງຢາງ ຫລັງຈາກໄດ້ຍົກເລີກການເຈລະ
ຈາກັບເກົາຫຼີໃຕ້ ທ່າມກາງທີ່ມີການຊ້ອມລົບຮ່ວມ ລະຫວ່າງສະຫະລັດ ກັບເກົາ
ຫລີໃຕ້.

ລົດທະຫານຄັນນຶ່ງກຳລັງຂ້າມຂົວທ້ອນໂຮມ ທີ່ນຳໄປສູ່ ເຂດປອດທະຫານ ໃກ້ໝູ່ບ້ານພັນມຸນຈອມ ເກົາຫຼີໃຕ້ ທີ 16 ພຶດສະພາ 2018.
ລົດທະຫານຄັນນຶ່ງກຳລັງຂ້າມຂົວທ້ອນໂຮມ ທີ່ນຳໄປສູ່ ເຂດປອດທະຫານ ໃກ້ໝູ່ບ້ານພັນມຸນຈອມ ເກົາຫຼີໃຕ້ ທີ 16 ພຶດສະພາ 2018.

​ຕໍ່ຄຳຖາມຂອງວີໂອເອກ່ຽວກັບວ່າ ການພົບປະສຸດຍອດ ລະຫວ່າງທ່ານທຣຳ
ແລະທ່ານກິມ ຈະດຳເນີນຕໍ່ໄປຫຼືບໍ່ ຖ້າການເຈລະຈາລະຫວ່າງພຽງຢາງແລະ
ໂຊລ ຍັງບໍ່ມີການເລີ້ມຄືນນັ້ນ ໂຄສົກຂອງທຳນຽບຂາວ ທ່ານນາງຊາຣາ ຮັກ
ກາບີ ແຊນເດີ ກ່າວຢ້ຳວ່າ ການພົບປະເຈລະຈາສຸດຍອດທີ່ສິງກະໂປ ແມ່ນ
ແນໃສ່ສະຫະລັດ ແລະເກົາຫຼີເໜືອເທົ່ານັ້ນ ແຕ່ສະຖານະການດັ່ງກ່າວອາດຈະ
ມີການຫາລື ກັບປະທານາທິບໍດີມູນ ແຈ ອິນ ແຫ່ງເກົາຫຼີໃຕ້ ເວລາທ່ານເດີນ
ທາງມາຢ້ຽມຢາມທຳນຽບຂາວໃນອາທິດໜ້າ.

ທ່ານນາງແຊນເດີ ກ່າວໃນເວລາຕໍ່ມາວ່າ “ບໍ່ມີຫຍັງປ່ຽນແປງ.”

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG