ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ຜູ້ພິພາກສາ ຕັດສິນວ່າ ທ່ານທຣຳ ຕ້ອງໃຫ້ການຕໍ່ສານ ໃນການສືບສວນສອບສວນຂອງລັດນິວຢອກ ກ່ຽວກັບບໍລິສັດຂອງທ່ານ


ປະທານາທິບໍດີ ດໍໂນລ ທຣຳ ຖືເອກະສານຂຶ້ນ ໃນຂະນະທີ່ກ່າວກ່ຽວກັບໄວຣັສໂຄໂຣນາ ຢູ່ໃນຫ້ອງປະຊຸມຖະແຫລງຂ່າວ ຊື່ວ່າ ເຈມສ໌ ເບຣດີ ຂອງທຳນຽບຂາວ ເມື່ອວັນທີ 20 ເມສາ 2020, ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.
ປະທານາທິບໍດີ ດໍໂນລ ທຣຳ ຖືເອກະສານຂຶ້ນ ໃນຂະນະທີ່ກ່າວກ່ຽວກັບໄວຣັສໂຄໂຣນາ ຢູ່ໃນຫ້ອງປະຊຸມຖະແຫລງຂ່າວ ຊື່ວ່າ ເຈມສ໌ ເບຣດີ ຂອງທຳນຽບຂາວ ເມື່ອວັນທີ 20 ເມສາ 2020, ໃນນະຄອນຫຼວງວໍຊິງຕັນ ຂອງສະຫະລັດ.

ຜູ້ພິພາສາທ່ານ​ນຶ່ງ ໄດ້ຕັດສິນໃນວັນພະຫັດວານນີ້ ວ່າ ອະດີດປະທານາທິບໍດີ ດໍໂນລ ທຣຳ ຕ້ອງໄດ້ຕອບຄຳຖາມພາຍໃຕ້ການສາບານຕົວ ໃນການສືບສວນສອບສວນຄະດີແພ່ງຂອງລັດນິວຢອກ ກ່ຽວກັບການບໍລິຫານທຸລະກິດຂອງທ່ານນັ້ນ.

ຜູ້ພິພາກສາ ທ່ານອາຣເທີ ເອນໂກຣອນ ໄດ້ສັ່ງໃຫ້ທ່ານທຣຳ ແລະລູກກົກຂອງທ່ານສອງຄົນ ທ່ານນາງອີວັນກາ ແລະທ່ານດໍໂນລ ທຣຳ ຈູເນຍ ປະຕິບັດຕາມໝາຍຮຽກທີ່ໄດ້ອອກໃນເດືອນທັນວາ ໂດຍຫົວໜ້າ ພະ​ແນກ​ຍຸ​ຕິ​ທຳ ເລທິເຊຍ ເຈມສ໌ (Letitia James).

ທ່ານທຣຳ ແລະລູກຂອງເພິ່ນທັງສອງ ຕ້ອງໄດ້​ໄປນັ່ງໃຫ້ການຕໍ່ສານ ພາຍໃນ 21 ວັນ ອີງຕາມຄຳ​ເວົ້າຂອງທ່ານເອນໂກຣອນ.

ທ່ານນາງອີວັງກາ ທຣຳ, ຊ້າຍ, ແລະທ່ານດໍໂນລ ທຣຳ ຈູເນຍ ເດີນທາງໄປຮອດ ດ້ານໜ້າກ້ຳຕາເວັນຕົກຂອງລັດຖະສະພາ ສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງວໍຊິງຕັນ ດີ.ຊີ., ເມື່ອວັນທີ 20 ມັງກອນ 2017.
ທ່ານນາງອີວັງກາ ທຣຳ, ຊ້າຍ, ແລະທ່ານດໍໂນລ ທຣຳ ຈູເນຍ ເດີນທາງໄປຮອດ ດ້ານໜ້າກ້ຳຕາເວັນຕົກຂອງລັດຖະສະພາ ສະຫະລັດ ຫຼື U.S. Capitol ໃນນະຄອນຫຼວງວໍຊິງຕັນ ດີ.ຊີ., ເມື່ອວັນທີ 20 ມັງກອນ 2017.

ທ່ານເອນໂກຣອນ ໄດ້ອອກຄຳຕັດສິນ ຫຼັງຈາກທີ່ໄດ້ຮັບ​ຟັງ​ຄຳ​ໃຫ້​ການເປັນເວລາສອງຊົ່ວໂມງ ​ຈາກບັນດາທະນາຍຄວາມ ​ຂອງຄອບຄົວທ່ານທຣຳ ແລະສຳນັກງານ ຂອງທ່ານນາງເຈມສ໌ ເສັດສິ້ນແລ້ວ.

ທ່ານເອນໂກຣອນ ໄດ້ຂຽນໃນບົດຕັດສິນຂອງທ່ານ ວ່າ “ໃນການວິເຄາະຄັ້ງສຸດທ້າຍ ຫົວໜ້າພະ​ແນກ​ຍຸ​ຕິ​ທຳຂອງລັດ ເລີ້ມການສືບສວນສອບສວນທຸລະກິດນັ້ນ ໄດ້ເປີດເຜີຍໃຫ້ເຫັນຫລັກຖານ ທີ່ອາດເປັນໄປໄດ້ຂອງການສໍ້ໂກງທາງການເງິນ ແລະຢາກຈະຖາມພາຍໃຕ້ການສາບານຕົວ ກ່ຽວກັບຫຼັກຖານຫຼາຍຢ່າງຂອງບໍລິສັດ ລວມທັງຊື່ຂອງມັນ. ທ່ານນາງ ມີສິດຢ່າງຈະແຈ້ງ ທີ່ຈະເຮັດເຊັ່ນນັ້ນໄດ້.”

ໂຄສົກຂອງຄອບຄົວທ່ານທຣຳ ບໍ່ໄດ້ໃຫ້ຄຳຕອບໃນທັນທີທັນໃດ ຕໍ່ການຂໍໃຫ້ມີຄຳເຫັນກ່ຽວກັບຄຳຕັດສິນດັ່ງກ່າວ ຊຶ່ງເປັນໄປໄດ້ສູງວ່າ ຈະມີການ​ຂໍອຸທອນ.

ທ່ານນາງເຈມສ໌ ​ທີ່ສັງກັດພັກເດໂມແຄຣັດ ໄດ້ກ່າວວ່າ ການສືບສວນສອບສວນຂອງທ່ານນາງ ໄດ້ເປີດເຜີຍ​ໃຫ້​ເຫັນຫຼັກຖານຂອງບໍລິສັດທ່ານທຣຳ ໃນການໃຊ້ການປະເມີນມູນຄ່າຊັບສິນຕ່າງໆເຊັ່ນ ສະໜາມກັອຟ ແລະຕຶກຊີ້ຟ້າ ທີ່ “ຫຼອກລວງ ແລະເຮັດໃຫ້ເຂົ້າໃຈຜິດ” ເພື່ອການຂໍກູ້ຢືມເງິນ ແລະເພື່ອຜົນປະໂຫຍດດ້ານພາສີ.

ບັນດາທະນາຍຄວາມຂອງທ່ານທຣຳ ໄດ້ກ່າວຕໍ່ທ່ານເອນໂກຣອນ ໃນລະຫວ່າງການດຳເນີນຄະດີວ່າ ການໃຫ້ທ່ານທຣຳ ນັ່ງໃຫ້ການໃນຄະດີແພ່ງ ໃນເວລານີ້ ຂະນະທີ່ບໍລິສັດຂອງທ່ານແມ່ນຍັງຢູ່ພາຍໃຕ້ການສືບສວນສອບສວນຄະດີອາຍາ ຄຽງຄູ່ກັນໄປຢູ່ນີ້ ເປັນການກະທຳ ທີ່ບໍ່ເໝາະສົມ ທີ່ຈະຫາທາງອ້ອມ ຕໍ່ກົດໝາຍຂອງລັດ ທີ່ຫ້າມບັນດາໄອຍະການ ເອີ້ນບຸກຄົນຜູ້ໃດຜູ້ນຶ່ງ ເຂົ້າມາໃຫ້ການກ່ອນໜ້າການຈັດຕັ້ງຄະນະຕຸລາການໃຫຍ່ຄະດີອາຍາ ໂດຍປາດສະຈາກການຍົກເວັ້ນຄວາມ​ຜິດນັ້ນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG