ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທ​ຣຳ ຕຳ​ໜິ ໄອ​ຍະ​ການ​ພິ​ເສດ ຜູ້​ທີ່ບໍ່​ໄດ້​ກ່າວ​ຫາ​ທ່ານ​ວ່າ ກະ​ທຳ​ຜິດ​ນັ້ນ ອີກ


ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ກ່າວຕໍ່​ພວກ​ນັກ​ຂ່າວ​ໃນ​ເຊົ້າວັນ​ພະ​ຫັດ​ວານນີ້ ຢູ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້ຂອງ​ທຳ​ນຽບ​ຂາວກ່ອນ​ຈະ​ຂຶ້ນ​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງ​ຂອງ​ເພິ່ນ​ໄປ ໃນ​ວັນ​ທີ 30 ພຶດ​ສະ​ພາ, 2019.
ປະ​ທາ​ນາ​ທິ​ບໍ​ດີທ​ຣຳ​ກ່າວຕໍ່​ພວກ​ນັກ​ຂ່າວ​ໃນ​ເຊົ້າວັນ​ພະ​ຫັດ​ວານນີ້ ຢູ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້ຂອງ​ທຳ​ນຽບ​ຂາວກ່ອນ​ຈະ​ຂຶ້ນ​ເຮືອ​ບິນປະ​ຈຳ​ຕຳ​ແໜ່ງ​ຂອງ​ເພິ່ນ​ໄປ ໃນ​ວັນ​ທີ 30 ພຶດ​ສະ​ພາ, 2019.

ເຖິງ​ແມ່ນ​ວ່າ ໄດ້ເວົ້າ​ຢ້ຳ​ເຖິງຄຳ​ກ່າວ​ອ້າງ​ຂອງ​ທ່ານ​ວ່າ ບົດ​ລາຍ​ງານ​ຂອງ​ໄອ​ຍະ​ການ​ພິ​ເສດ ເຮັດ​ໃຫ້​ທ່ານ​ພົ້ນ​ຈາກ​ຄວາມ​ຜິດ​ຢ່າງ​ສິ້ນ​ເຊີງ​ກໍ​ຕາມ ແຕ່​ວ່າ ​ປະ​ທາ​ນາ​ທິ​ບໍ​ດີດໍ​ໂນ​ລ ທ​ຣຳ​ຂອງ​ສະ​ຫະ​ລັດ ກໍ​ຍັງ​ໂຈມ​ຕີທ່ານ ໂຣ​ເບີດ ມອ​ລ​ເລີ, ຫົວ​ໜ້າການ​ສືບ​ສວນ ແລະອະ​ດີດ​ຫົວ​ໜ້າ​ຫ້ອງ​ການ​ສັນ​ຕິ​ບານ​ກາງນັ້ນວ່າ ​ເປັນ​ໄອ​ຍະ​ການ​ທີ່​ມີ​ຄວາມ​ຂັດ​ແຍ້ງ​ສັບ​ສົນ ​ຢູ່.

ມອ​ລ​ເລີ "ບໍ່​ຄວນ​ຖືກ​ເລືອກ" ມາ​ເປັນ​ຫົວ​ໜ້າ​ ຂອງ​ການ​ສືບ​ສວນ​ພິ​ເສດນີ້​ເລີຍ ເພາະ​ວ່າ "ລາວ​ຈະ​ບໍ່​ເປັນ​ຄົນ​ຂອງ​ທ​ຣຳຢ່າງ​ແທ້​ຈິງຈັກ​ເທື່ອ," ນັ້ນ​ຄື​ຄຳ​ເວົ້າ​ຂອງ ທ່ານປະ​ທາ​ນາ​ທິ​ບໍ​ດີ ຕໍ່​ພວກ​ນັກ​ຂ່າວ​ໃນ​ເຊົ້າວັນ​ພະ​ຫັດ​ວານນີ້ ຢູ່​ເດີ່ນ​ຫຍ້າ​ກ້ຳ​ໃຕ້ຂອງ​ທຳ​ນຽບ​ຂາວ, ນຶ່ງມື້​ພາຍ​ຫລັງ​ທີ່​ທ່ານມອ​ລ​ເລີ ​ໄດ້ກ່າວຄຳ​ຄິດ​ເຫັນ ​ຕໍ່​ປວງ​ຊົນຄັ້ງ​ທຳ​ອິດ​ ກ່ຽວ​ກັບການ​ສືບ​ສວນ​ຂອງ​ທ່ານ ​ໃນເລື້ອງການ​ແຊກ​ແຊງ​ຂອງຣັດ​ເຊຍເຂົ້າໃນ​ການ​ເລືອກ​ຕັ້ງ​ ໃນ​ປີ 2016.

"​ລາວ​ເປັນ​ໃຜຜູ້​ນຶ່ງ​ທີ່ບໍ່​ມັກ​ທ​ຣຳ," ນັ້ນ​ຄືຄຳ​ເວົ້າ​ຕໍ່​ມາ ​ຂອງທ່ານປະ​ທາ​ນາ​ທິ​ບໍ​ດີ ໂດຍ​ອ້າງວ່າ ທ່ານ​ໄດ້ໃຫ້​ຄວາມ​ບໍ່​ສົນໃຈ ຕໍ່​ຄວາມ​ປາດ​ຖະ​ໜາ​ຂອງ​ທ່ານມອ​ລ​ເລີທີ່​ຢາກ​ເປັນ​ຜູ້ບໍ​ລິ​ຫານ​ອົງ​ການ FBI ອີກ.

ທ່ານ ທ​ຣຳ, ຕໍ່​ຈາກນັ້ນ​ກໍ​ໄດ້​ຂຽນ​ຂໍ້​ຄວາມ​ລົງ​ໃນ​ທວີດ​ເຕີ ໃນ​ຂະ​ນະ​ທີ່​ຢູ່​ເທິງ​ເຮືອ​ບິນ​ປະ​ຈຳ​ຕຳ​ແໜ່ງຂອງ​ປະ​ທາ​ນາ​ທິ​ບໍ​ດີ ຫລື Air Force One ທີ່​ບິນ​ໄປ​ຍັງ​ລັດ​ໂຄ​ໂລ​ຣາ​ໂດນັ້ນວ່າ ມອ​ລ​ເລີ​ແມ່ນ​ຜູ້​ນຶ່ງ​ທີ່ນອນ​ຢູ່​ໃນພວກ​ທີ່ເຂົ້າ​ໄປ​ຫາ​ທ່ານ​ຢູ່​ໃນ​ຫ້ອງ​ການ​ຮູບ​ຊົງ​ໄຂ່​ຢູ່​ທຳ​ນຽບ​ຂາວ ເພື່ອ​ຫາ​ທາງ​ໃຫ້​ຖືກ​ແຕ່ງ​ຕັ້ງ​ເປັນ​ຫົວ​ໜ້າ​ອົງ​ການ FBI.

ທ່ານ​ທ​ຣຳ​ຂຽນ​ວ່າ "ລາວ​ໄດ້​ຢູ່​ໃນ​ຕຳ​ແໜ່ງນັ້ນ​ມາ​ແລ້ວ 12 ປີ. ຂ້າ​ພະ​ເຈົ້າ​ບອກ​ລາວ​ວ່າ ບໍ່. ໃນ​ມື້​ຕໍ່​ມາລາວ​ກໍ​ຖືກ​ແຕ່ງ​ຕັ້ງ ​ໃຫ້​ເປັນ​ໄອ​ຍະ​ການ​ພິ​ເສດ.

ບໍ່​ມີ​ສິ່ງ​ໃດ​ທີ່​ເປັນ​ການສະ​ແດງ​ໃຫ້​ເຫັນເລີຍ​ວ່າ ທ່ານມອ​ລ​ເລີ​ຢາກ​ກັບ​ມາກຳ​ໜ້າ​ທີ່​ເກົ່າ​ຂອງ​ເພິ່ນຄືນ ແລະ​ທ່ານ​ກໍ​ບໍ່​ເຄີຍ​ໃຫ້ຄວາມ​ຄິດ​ເຫັນ​ທາງ​ການ​ເມືອງຂອງ​ທ່ານຕໍ່​ທ່ານປະ​ທາ​ນາ​ທິ​ບໍ​ດີໃຫ້​ຄົນ​ຮູ້ຢ່າງເປີດ​ເຜີຍເລີຍ.
ເບິ່ງວີ​ດິ​ໂອ​ກ່ຽວ​ກັບ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາອ​ັງ​ກິດ

Mueller: 'A Sitting President Cannot Be Charged with a Crime'
please wait

No media source currently available

0:00 0:01:50 0:00

ທ່ານປະ​ທາ​ນາ​ທິ​ບໍ​ດີຍັງ​ເວົ້າ​ອີກວ່າ ເຄີຍ​ມີ​ການ​ຂັດ​ແຍ້ງ​ທາງ​ທຸ​ລະ​ກິດ​ລະ​ຫວ່າງ​ທ່ານ​ເອງກັບ​ທ່ານມອ​ລ​ເລີ​ໃນ​ເມື່ອ​ກ່ອນ ແລະ​ກ່າວ​ອ້າງວ່າ ທ່ານ​ໄອ​ຍະ​ການ​ພິ​ເສດ "ຮັກ" ທ່ານ​ເຈມ​ສ໌ໂຄ​ມີ. ທ່ານ​ໂຄ​ມີ​ ຖືກ​ປົດ​ອອກ​ຈາກ​ຕຳ​ແໜ່ງ​ຫົວ​ໜ້າ​ອົງ​ການ FBI ແລະ ທ່ານປະ​ທາ​ນາ​ທິ​ບໍ​ດີ​ ໄດ້ເອີ່ຍ​ເຖິງທ່ານ ​ໃນ​ວັນ​ພະ​ຫັດວານນີ້ ວ່າ​ເປັນ "ເພື່ອນ​ທີ່​ດີ​ທີ່​ສຸດ" ຂອງ​ທ່ານມອ​ລ​ເລີ.​

ທ່ານທ​ຣຳ​ກ່າວ​ອ້າງ​ອີກວ່າ "ມີ​ມະ​ນຸດ​ທີ່ບໍ່​ດີ​ທີ່​ສຸດ​ໃນ​ໂລກຈຳ​ນວນ​ນຶ່ງ" ທີ່​ເປັນ​ພວກ​ສະ​ໜັບ​ສະ​ໜຸນ​ຄູ່​ຕໍ່​ສູ້​ຂອງ​ທ່ານ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ໄປໃນ​ປີ 2016 ກໍ​ຄື ທ່ານ​ນາງຮີລ​ເລີ​ຣີ ຄ​ລິນ​ຕັນ (Hillary Clinton)ນັ້ນ ໄດ້ມາ​ເຮັດ​ວຽກ​ ໃຫ້​ແກ່​ທ່ານມອ​ລ​ເລີ​ ໃນ​ການ​ສືບ​ສວນ ​ທີ່​ດຳ​ເນີນ​ໄປ​ເປັນ​ເວ​ລາ​ສອງ​ປີ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG