ໄອຍະການພິເສດ ທ່ານໂຣເບີຣດ ມັລເລີ (Robert Mueller) ແມ່ນພ້ອມແລ້ວທີ່ຈະສຳພາດປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣຳ ກ່ຽວກັບການປົດອະດີດຜູ້ອຳນວຍ
ການອົງການສັນຕິບານກາງ ຫຼື FBI ທ່ານເຈມສ໌ ໂຄມີ (James Comey) ແລະທ່ານ
ໄມໂກລ ຟລິນ (Michael Flynn) ຊຶ່ງຄັ້ງນຶ່ງ ເຄີຍດຳລົງຕຳແໜ່ງ ເປັນທີ່ປຶກສາດ້ານ
ຄວາມປອດໄພແຫ່ງຊາດ ອັນເປັນສ່ວນນຶ່ງຂອງການສືບສວນ ຂອງທ່ານມັລເລີ ທີ່ຍັງ ດຳເນີນຢູ່ຕໍ່ມາ ກ່ຽວກັບການແຊກແຊງຂອງຣັດເຊຍ ເຂົ້າໃນການເລືອກຕັ້ງປະທານາ
ທິບໍດີສະຫະລັດ ປີ 2016.
ທ່ານມັລເລີ ກຳລັງສືບສວນເບິ່ງວ່າ ທ່ານທຣຳ ໄດ້ຂັດຂວາງຂະບວນການຍຸຕິທຳຫຼືບໍ
ດັ່ງທີ່ທ່ານໂຄມີໄດ້ກ່າວວ່າ ໃນຕົ້ນປີ 2017 ທ່ານທຣຳໄດ້ຂໍຮ້ອງໃຫ້ທ່ານຍົກເລີກ
ການສືບສວນ ກ່ຽວກັບການຕິດຕໍ່ຂອງທ່ານຟລິນ ກັບເອກອັກຄະລັດຖະທູດຣັດເຊຍ
ປະຈຳການວໍຊີງຕັນໃນ ເວລານັ້ນ ຫຼາຍໆອາທິດ ກ່ອນທີ່ທ່ານທຣຳ ເຂົ້າກຳຕຳແໜ່ງ
ເມື່ອ 1 ປີຜ່ານມາ. ແລະໃນຫລາຍໆເດືອນຕໍ່ມາ ທ່ານໂຄມີ ກໍໄດ້ຖືກປົດອອກຈາກ
ຕຳແໜ່ງ, ຜູ້ຊຶ່ງໃນຂະນະນັ້ນ ເປັນຫົວໜ້າການສືບສວນ ກ່ຽວກັບເລື່ອງຮັດເຊຍ ຂອງ
ອົງການສັນຕິບານກາງ.
ລາຍງານຂອງອົງການຂ່າວສະຫະລັດ ກ່າວວ່າ ຍັງບໍ່ທັນເປັນທີ່ຮູ້ກັນເທື່ອວ່າ ທ່ານທຣຳ
ຜູ້ຊຶ່ງໄດ້ປະຕິເສດຊ້ຳແລ້ວຊ້ຳອີກວ່າ ຄະນະໂຄສະນາຫາສຽງຂອງເພິ່ນບໍ່ໄດ້ສົມຮູ້ຮ່ວມ
ຄິດກັບກຸ່ມຜົນປະໂຫຍດຂອງຣັດເຊຍເພື່ອຊ່ອຍເຫຼືອທ່ານໃຫ້ຊະນະການເລືອກຕັ້ງນັ້ນ
ຈະຕົກລົງໃຫ້ ການສຳພາດ ເວລາໃດທີ່ຈະເກີດຂຶ້ນ ຫຼືແມ່ນແຕ່ໃນແບບແຜນໃດນັ້ນ,
ດ້ວຍການຂຽນຄຳຖາມ ຫຼືບໍ່ ກໍແບບຊຶ່ງໆໜ້າ ແບບຄຳຖາມ-ຄຳຕອບ ຫຼືບໍ່ນັ້ນ.
ໃນຫຼາຍໆເດືອນຜ່ານມານີ້ ທ່ານທຣຳ ໄດ້ກ່າວວ່າ ທ່ານຈະເຫັນພ້ອມ “100 ເປີເຊັນ”
ທີ່ຈະພົບກັບຄະນະສືບສວນຂອງທ່ານມັລເລີ, ແຕ່ ໃນຫວ່າງມໍ່ໆມານີ້ ໄດ້ມີການຕັ້ງ
ຄຳຖາມວ່າ ເປັນຫຍັງຈຶ່ງຈຳເປັນຕ້ອງມີການສຳພາດ ໃນເມື່ອວ່າມັນບໍ່ມີ “ການສົມຮູ້
ຮ່ວມຄິດໃດໆນັ້ນ.”
ໃນວັນພຸດວານນີ້ ອີກຄັ້ງນຶ່ງ ທ່ານໄດ້ກ່າວວ່າ ທ່ານຈະຕອບຄຳຖາມໃດໆກໍຕາມ
ພາຍໃຕ້ການສາບານ. “ຂ້າພະເຈົ້າແມ່ນພ້ອມທີ່ຈະກະທຳ,” ຊຶ່ງທ່ານທຣຳ ໄດ້ບອກກັບ
ພວກນັກຂ່າວ ທີ່ທຳນຽບຂາວ ແລະທ່ານຍັງໄດ້ກ່າວເພີ່ມຕື່ມວ່າ “ຂ້າພະເຈົ້າຍິນດີທີ່ຈະກະທຳເຊັ່ນນັ້ນ.”
ທ່ານມັລເລີ (Mueller) ໄດ້ຂໍຮ້ອງ ໄປຫາທະນາຍຄວາມ ຂອງທ່ານທຣຳ ເພື່ອສອບ
ຖາມທ່ານທຣຳ ໃນການປົດທ່ານຟລິນອອກຈາກຕຳແໜ່ງ ຍ້ອນຕົວະຮອງປະທານາ
ທິບໍດີ ໄມຄ໌ ເພັນສ໌ ກ່ຽວກັບການຕິດຕໍ່ກັບເອກອັກຄະລັດຖະທູດຣັດເຊຍ ເຊີຣ໌ເກ
ຄິສລີ ອັກການໂອ້ລົມຂອງທ່ານ ກັບທ່ານໂຄມີ ກ່ຽວກັບການສືບສວນສອບສວນຂອງ
ທ່ານຟລິນແລະຕໍ່ມາກໍແມ່ນ ການປົດທ່ານໂຄມີອອກຈາກຕຳແໜ່ງ ຊຶ່ງແນະນຳໃຫ້
ທ່ານມັລເລີ (Mueller) ເຫັນວ່າ ໃຫ້ເພັ່ງເລັງໃສ່ການຂັດຂວາງຂະບວນການຍຸຕິທຳ.
ສະມາຊິກສະພາສູງທ່ານ ຣິກເຈີຣດ້ ບລູມເມັນທອລ ສັງກັດພັກເດໂມແຄຣັດຈາກລັດ
ຄອນເນັກຕິກັດ ໄດ້ບອກກັບບັນດານັກຂ່າວວ່າ “ໄອຍະການພິເສດ ແມ່ນໄຕ່ຂັ້ນໄດ
ຢ່າງບໍ່ລົດລະ ໃນຄະດີອາຍາທີ່ສັບສົນ ແລະແມ່ນໃກ້ໆກັບຫ້ອງການທີ່ທຳນຽບຂາວ.
ຄຳຖາມທີ່ມີຕໍ່ລັດຖະ ມົນຕີກະຊວງຍຸຕິທຳແຊັສສັນສ໌ ໃນການໃຫ້ສຳພາດສັບປະດາ
ທີ່ຜ່ານມານີ້ ໄດ້ຊີ້ແນະວ່າ ມີການພົວພັນກັບປະທານາທິບໍດີຂອງສະຫະລັດ ທຸກເສັ້ນ
ທາງ ທຸກການນຳພາ ແລະທຸກເສັ້ນທາງໃນການສືບສວນ ແມ່ນນຳໄປຫາທ່ານທຣຳ.”
ທ່ານທຣຳ ໄດ້ປະຕິເສດ ຕໍ່ການທີ່ໄດ້ສັ່ງການໃຫ້ທ່ານໂຄມີ ຍົກເລີກການສືບສວນ
ທ່ານຟລິນ ແລະເອີ້ນມັນວ່າ ເປັນການ “ຂີ້ຕົວະ.”