ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ່ານ ທ​ຣຳ ຫຍັບ​ໃກ້​ເຂົ້າ​ເພື່ອ​ການ​ແຂ່ງ​ຂັນ​ເລືອ​ກ​ຕັ້ງ​ອີກ​ຄັ້ງ​ນຶ່ງ​ກັບ​ທ່ານ ໄບ​ເດັນ


ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທານ​າ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່​ງານ​ລ້ຽງ​ຄືນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້, 24 ກຸມ​ພາ 2024.
ຜູ້​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທານ​າ​ທິ​ບໍ​ດີ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ ດໍ​ໂນ​ລ ທ​ຣຳ ກ່າວ​ຄຳ​ປາ​ໄສ​ຢູ່​ງານ​ລ້ຽງ​ຄືນ​ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ໃນ​ລັດ ຄາ​ໂຣ​ໄລ​ນາ​ໃຕ້, 24 ກຸມ​ພາ 2024.

ອະ​ດີດ​ປະ​ທານ​າ​ທິ​ບໍ​ດີ ສະ​ຫະ​ລັດ ທ່ານ ດໍໂນ​ລ​ ທ​ຣຳ ແມ່ນ​ກຳ​ລັງ​ທຳ​ຄວາມ​ກ້າວ​ຢ່າງວ່ອງ​ໄວ​ໃນ​ການ​ສະ​ເໜີ​ຊື່​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປະ​ທາ​ນາ​ທິ​ບໍ​ດີ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ເປັນ​ຄັ້ງ​ທີ​ສາມ​ລຽນ​ຕິດ, ເຊິ່ງ​ຈະ​ກ້າວ​ໄປ​ສູ່​ການ​ແຂ່ງ​ຂັນ​ກັນ​ອີກ​ຄັ້ງ​ຂອງ​ການ​ເລືອກ​ຕັ້ງ​ແຫ່ງ​ຊາດໃນ​ເດືອນ​ພະ​ຈິກ ທີ່​ທ່ານ​ໄດ້​ຜ່າຍ​ແພ້​ໃຫ້​ປະ​ທາ​ນາ​ທິ​ບໍ​ດີ ສັງ​ກັດ​ພັກ​ເດ​ໂມ​ແຄ​ຣັດ ທ່ານ ໂຈ ໄບ​ເດັນ ເມື່​ອ​ປີ 2020 ທີ່​ຜ່ານ​ມາ.

ທ່ານ ທ​ຣຳ ໄດ້​ຊະ​ນະ​ຢ່າງ​ງ່າຍ​ດາຍ​ເມື່ອ​ຄືນ​ວັນ​ເສົາ​ທີ່​ຜ່ານ​ມາ, ດ້ວຍ​ຄະ​ແນນ 60 ຕໍ່ 40 ເປີ​ເຊັນ, ຕໍ່​ຄູ່​ທ້າ​ຊິງ​ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນ​ທີ່​ຍັງ​ເຫຼືອ​ຄົນ​ສຸດ​ທ້າຍ, ທ່ານ​ນາງ ນິກ​ກີ ເຮ​ລີ, ເຊິ່ງ​ທ່ານ​ນາງ​ເຄີຍ​ເປັນ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ປະ​ຈຳ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ, ໃນ​ລັດ​ຂອງ​ທ່ານ​ນາງ​ເອງ​ຄື​ລັດ ຄາ​ໂຣ​ໄລ​ນາ​ໃຕ້, ບ່ອນ​ທີ່​ທ່ານ​ນາງ​ໄດ້​ເປັນ​ຜູ້​ປົກ​ຄອງ​ລັດ​ຈາກ​ປີ 2011 ຫາ 2017.

ທ່ານ ທ​ຣຳ ຕອນນີ້​ໄດ້​ຊະ​ນະ​ລຽບ​ທຸກ​ການ​ແຂ່ງ​ຂັນ​ໃນ​ຕາ​ຕະ​ລາງກອງ​ປະ​ຊຸມ​ຕົ້ນ​ລະ​ດູ ແລະ ການ​ເລືອກ​ຕັ້ງ​ຂັ້ນ​ຕົ້ນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ທີ່​ຈະ​ຕັດ​ສິນມອບຄະແນນ​ບັນດາຜູ້​ແທນ​ເລືອກຕັ້ງໃຫ້​ ຢູ່ທີ່ກອງ​ປະ​ຊຸມ​ການ​ສະ​ເໜີ​ຊື່​ແຫ່ງ​ຊາດ​ຂອງ​ລະ​ດູ​ຮ້ອນນີ້. ຜົນ​ທີ່​ອອກ​ມາ​ຈະ​ບັງ​ຄັບ​ໃຫ້​ຜູ້​ລົງ​ແຂ່ງ​ຂັນ​ອື່ນໆ​ຖອນ​ຕົວ​ອອກ​ຈາກ​ການ​ແຂ່ງ​ຂັນ​ສຳ​ລັບ​ການ​ສະ​ເໜີ​ຊື່​ລົງ​ແຂ່ງ​ຂັນ​ເອົາ​ຕຳ​ແໜ່ງ​ປ​ະ​ທານ​ທິ​ບໍ​ດີ​ຂອງ​ພັກ ແລະ ນຳ​ໜ້າ​ທ່ານ​ນາງ ເຮ​ລີ ທີ່ຢູ່​ອັນ​ດັບ​ສອງ​ຢ່າງ​ຫ່າງ​ໄກ.

ທ່ານ​ນາງ ເຮ​ລີ ໄດ້​ປະ​ກາດ​ວ່າ​ຜົນ​ຄະ​ແນນ​ຂອງ​ລັດ ຄາ​ໂຣ​ໄລ​ນາ​ໃຕ້ ບໍ່​ໄດ້ “ເປັນ​ຈຸດ​ຈົບນິ​ທານ​ຂອງ​ພວກ​ເຮົາ” ແລະ ໄດ້​ເດີນ​ທາງ​ໄປ​ລັດ ມິ​ຊິ​ແກັນ ສຳ​ລັບ​ການ​ຊຸມ​ນຸມ​ກ່ອນ​ການ​ລົງ​ຄະ​ແນນ​ສຽງ​ຂັ້ນ​ຕົ້ນ​ຂອງ​ພັກ​ຣີ​ພັບ​ບ​ລີ​ກັນ ​ໃນ​ລັດ​ທາງ​ພາກ​ຕາ​ເວັນ​ອອກ​ຕອນ​ກາງ​ດັ່ງ​ກ່າວ​ ໃນ​ວັນ​ອັງ​ຄານມື້​ອື່ນ. ທ່ານ​ນາງ​ໄດ້​ສັນ​ຍາ​ວ່າ​ຈະ​ຢູ່​ໃນ​ການ​ແຂ່ງ​ຂັນ​ຈົນ​ຮອດ​ການ​ແຂ່ງ​ຂັນ Super Tuesday ໃນ​ວັນ​ທີ 5 ມີ​ນາ, ເວ​ລາ​ທີ່ 15 ລັດ​ຈະທຳ​ການ​ລົງ​ຄະ​ແນນ​ສຽງ. ຊຶ່ງເຮົາມີລາຍງານຫຼັງຈາກພາກຂ່າວທີນຶ່ງ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG