ລັດຖະບານຂອງທ່ານທຣຳ ແມ່ນພວມເຄື່ອນໄຫວເພື່ອຫາທາງກີດກັນພວກທີ່ຂໍລີ້ໄພ
ຢູ່ຊາຍແດນທາງພາກໃຕ້ ຂອງສະຫະລັດ ຊຶ່ງເປັນການເອົາບາດກ້າວ ທີ່ຈະມີຜົນກະທົບ
ຕໍ່ພວກຄົນເຂົ້າເມືອງ ຈາກອາເມຣິກາກາງເປັນສ່ວນໃຫຍ່ ຊຶ່ງພາກັນເດີນທາງຜ່ານ
ປະເທດເມັກຊິໂກ ນັ້ນ.
ການເອົາບາດກ້າວຂອງລັດຖະບານທ່ານທຣຳ ແມ່ນໄດ້ປະກາດໂດຍກະຊວງຍຸຕິທຳ
ແລະກະຊວງຮັກສາຄວາມປອດໄພພາຍຂອງສະຫະລັດ ຊຶ່ງໄດ້ຫ້າມບໍ່ໃຫ້ ຜູ້ຄົນ ຍື່ນ
ຄຳຮ້ອງຂໍລີ້ໄພ ຢູ່ໃນສະຫະລັດ ຖ້າຫາກວ່າພວກເຂົາເຈົ້າເດີນທາງ ໂດຍທາງພາກ
ພື້ນດິນ ຜ່ານປະເທດອື່ນໆ ບ່ອນທີ່ພວກຂໍລີ້ໄພ ແມ່ນມີໂອກາດກ່ອນເຂົ້າມາຍັງ
ສະຫະລັດ ອີງຕາມເອກກະສານຂອງລັດຖະບານກາງ ທີ່ຍາວ 58 ໜ້າ ທີ່ໄດ້ນຳອອກ
ເຜີຍແຜ່ ໃນວັນຈັນວານນີ້.
ໃນຖະແຫຼງການສະບັບນຶ່ງ, ລັດຖະມົນຕີກະຊວງຍຸຕິທຳ ທ່ານວິລລຽມ ບາ ໄດ້ໃຫ້ຂໍ້
ສັງເກດວ່າ “ການເພີ້ມຈຳນວນຂຶ້ນຢ່າງຫຼວງຫຼາຍຂອງຊາວຕ່າງປະເທດ” ທີ່ມາຮອດ
ຊາຍແດນສະຫະລັດຕິດກັບເມັກຊິໂກ ແລະກ່າວຕື່ມວ່າ “ມີພຽງແຕ່ຈຳນວນນ້ອຍໆ
ຂອງພວກນີ້ເທົ່ານັ້ນ” ມີສິດຂໍລີ້ໄພໄດ້.
ທ່ານບາ ກ່າວວ່າ “ສ່ວນໃຫຍ່ໃນການກ່າວອ້າງຂອງການຂໍລີ້ໄພທີ່ບໍ່ສົມຄວນນັ້ນ ໄດ້
ສ້າງຄວາມເຄັ່ງຕຶງ ໃຫ້ແກ່ລະບົບຄົນເຂົ້າເມືອງຂອງປະເທດ ບ່ອນທຳລາຍຕໍ່ ຈຸດປະ
ສົງທາງດ້ານມະນຸດສະທຳ ໃນການຂໍລີ້ໄພ ເຮັດໃຫ້ວິກິດການດ້ານມະນຸດສະທຳ ທີ່
ເກີດຈາກການລັກລອບຄ້າມະນຸດນັ້ນ ຊຸດໂຊມລົງຕື່ມ.”
ກົດລະບຽບດັ່ງກ່າວ ມີກຳນົດຈະເລີ້ມມີຜົນບັງຄັບໃຊ້ ໃນວັນອັງຄານມື້ນີ້ ແລະຄາດວ່າ
ຈະພາໃຫ້ມີການທ້າທາຍທາງກົດໝາຍຢ່າງເປັນຂະບວນ.
ທ່ານ ທອມ ຈາເວສ ນັກຊ່ຽວຊານດ້ານຄົນເຂົ້າເມືອງຂອງສູນກາງເພື່ອຄວາມກ້າວໜ້າ
ອາເມຣິກັນ ຫຼື Center for American Progress ທີ່ມີສຳນັກງານຢູ່ວໍຊີງຕັນ ໄດ້ກ່າວ
ວ່າ “ກົດໝາຍນີ້ ບໍ່ຄວນຈະອອກມາເລີຍ. ມັນຄວນຈະຖືກຂັດຂວາງໂດຍສານໃນທັນທີ.”
ໃນການທີ່ຈະເຂົ້າມາໃນສະຫະລັດໄດ້ ພວກຂໍລີ້ໄພທັງຫຼາຍ, ຈະຕ້ອງສະແດງໃຫ້ເຫັນ
ວ່າ ພວກເຂົາໄດ້ຖືກປະຕິເສດມາແລ້ວ ໃນປະເທດທີ 3 ທີ່ບໍ່ແມ່ນປະເທດຂອງພວກເຂົາ
ເຈົ້າ, ແລະບໍ່ແມ່ນສະຫະລັດ ແລະຖ້າບໍ່ເຊັ່ນນີ້ ພວກເຂົາກໍຈະຖືກສົ່ງກັບຄືນ.
ສະຫະລັດ ໄດ້ເຈລະຈາກັບປະເທດກົວເຕມາລາ ແລະເມັກຊິໂກ ກ່ຽວກັບພວກຄົນໜີ
ເຂົ້າເມືອງ ແລະນະໂຍບາຍຂໍລີ້ໄພ ໃນຂະນະທີ່ລັດຖະບານຂອງທ່ານທຣຳ ຊອກຫາ
ທາງຫຼຸດຈຳນວນ ຂອງພວກຄົນເຂົ້າເມືອງຜິດກົດໝາຍ ແລະພວກຂໍລີ້ ໄພ ຢູ່ຊາຍແດນ
ພາກໃຕ້ຂອງສະຫະລັດ ໃຫ້ໜ້ອຍລົງ.