ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທ​ຣຳ ​ເວົ້າ​ວ່າ ຕ້ອງໄດ້​ສົ່ງທະ​ຫານ ໄປປະ​ຈຳ ​ຢູ່​ຊາຍ​ແດນ​ ທາງ​ພາກ​ໃຕ້ ຂອງ ​ປະ​ເທດ ເພີ້ມ​ຂຶ້ນ


ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ກ່າ​ຕໍ່​ນັກ​ຂ່າວ ຢູ່​ໃນ​ວານ​ໂຄ​ສະ​ນາ​ຫາ​ສຽງ ທີ່ນະ​ຄອນ ແຊນ ແອນ​ຕິ​ໂຍ ຢູ່​ໃນ​ລັດ​ເທັກ​ຊັ​ສ ໃນ​ວັນ​ທີ 10 ເມ​ສາ, 2019.
ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ກ່າ​ຕໍ່​ນັກ​ຂ່າວ ຢູ່​ໃນ​ວານ​ໂຄ​ສະ​ນາ​ຫາ​ສຽງ ທີ່ນະ​ຄອນ ແຊນ ແອນ​ຕິ​ໂຍ ຢູ່​ໃນ​ລັດ​ເທັກ​ຊັ​ສ ໃນ​ວັນ​ທີ 10 ເມ​ສາ, 2019.

ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ​ເວົ້າ​ວ່າ ຕ້ອງໄດ້​ສົ່ງທະ​ຫານໄປປະ​ຈຳ​ຢູ່​ຊາຍ​ແດນ​ທາງ​ພາກ​ໃຕ້​ຂອງ​ປະ​ເທດເພີ້ມ​ຂຶ້ນ ຍ້ອນ​ວ່າ ​ມີ​ຄົນ​ທີ່​ເປັນ​ອັນ​ຕະ​ລາຍຫລາຍ​ໂພດ ທີ່​ກຳ​ລັງ​ເຂົ້າ​ມາ​ສະ​ຫະ​ລັດ​ແບບ​ຜິດ​ກົດ​ໝາຍ.

"ຂ້າ​ພະ​ເຈົ້າ​ກຳ​ລັງ​ຈະສົ່ງ​ທະ​ຫານໄປ​ເພີ້ມ​ຂຶ້ນອີກ. ທະ​ຫານ​ຂອງ​ພວກ​ເຮົາ, ຢ່າ​ລືມ​ໄດ໋ວ່າ, ບໍ່​ສາ​ມາດ​ກະ​ທຳ​ການ ​ຄື​ກັນ​ກັບ​ທະ​ຫານ​ຜູ້​ນຶ່ງ​ເຮັດ. ເພາະ​ວ່າ ຖ້າ​ຫາກ​ພວກ​ເຂົາເຮັດ​ຮຸນ​ແຮງ​ໜ້ອຍ​ນຶ່ງ ຄົນ​ກໍ​ຈະ​ພາ​ກັນ​ແຕກ​ຕື່ນ​, ທຸກ​ຄົນ​ຈະ​ແຕກ​ຕື່ນໄປໝົດ," ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານທ​ຣຳ ທີ່ກ່າວ​ຕໍ່​ນັກ​ຂ່າວ ຕອນທີ່​ທ່ານຢູ່​ໃນ​ລັດ​ເທັກ​ຊັ​ສ ໃນຂະ​ນະທີ່​ມີກອງ​ປະ​ຊຸມ​ກັບພວກ​ມີ​ຟາມ​ລ້ຽງສັດ ທີ່​ພາ​ກັນ​ຮ້ອງ​ທຸກ​ຕໍ່​ທ່ານ ກ່ຽວ​ກັບ​ໄພ​ຂົ່ມຂູ່​ຈາກ​ພວກ​ລ່ວງ​ລ້ຳ​ເຂົ້າ​ໄປ​ໃນ​ເນື້ອ​ທີ່​ດິນ​ຂອງເຂົາ​ເຈົ້າຢູ່​ເລື້ອຍໆ ມາ.

ທ່ານ ວິນ​ລຽມ ແພ​ຣີ, ອະ​ດີດລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ທີ່​ເຮັດ​ວຽກ ຢູ່​ໃນ​ສະ​ໄໝ​ປະ​ທາ​ນາ​ທິ​ບໍ​ດີ​ ບີ​ລ ຄ​ລິນ​ຕັນ​ໃນ​ຊຸມ​ປີ 1990 ນັ້ນ ບໍ່​ເຫັນ​ພ້ອມ​ກັບ​ຄຳ​ສະ​ເໜີຂອງ​ທ່ານ​ທ​ຣຳ ທີ່​ໃຫ້ໃຊ້​ກຳ​ລັ​ງ​ທະ​ຫານ

ທ່ານ ແພ​ຣີ ຂຽນ​ລົງ​ໃນ​ທວີ​ດເຕີວ່າ "ກຳ​ລັງ​ທະ​ຫານ​ປະ​ກອບ​ອາ​ວຸດ​ຂອງ​ສະ​ຫະ​ລັດ ບໍ່​ແມ່ນ​ພວກນັກ​ເລງ​ທີ່​ຖືກ​ຈ້າງ​ມາ ເພື່ອ​ໃຊ້ປະ​ຕິ​ບັດຢ່າງ​ຫຍາຍ​ຄາຍ ​ຕໍ່ພົນ​ລະ​ເຮືອນ ​ທີ່ບໍ່​ໄດ້​ທຳ​ຄວາມ​ຮຸນ​ແຮງຫຍັງ ເພື່ອ​ຜົນ​ປະ​ໂຫຍດ​ ທາງ​ການ​ເມືອງ ແລະ ການສະ​ແດງອອກ​ເຖິງ​ຄວາມ​ມຸ້ງ​ຫວັງ ທີ່​ຈະ​ໃຊ້​ໃຫ້​ພວກ​ເຂົາ​ເຈົ້າ​ເຮັດ​ເຊັ່ນ​ນັ້ນ ແມ່ນ​ເປັນ​ການ​ໝິ່ນ​ປະ​ໝາດ​ຕໍ່ກຽດ​ສັກ​ສີ ແລະ ຄວາມ​ໜ້າ​ເຄົາ​ລົບ​ນັບ​ຖື​ຂອງ​ທະ​ຫານ​ຊາຍ ແລະ​ຍິງ​ຂອງ​ພວກ​ເຮົາ ທີ່​ຢູ່​ໃນ​ຊຸດເຄື່ອງ​ແບບ​ຂອງ​ເຂົາ​ເຈົ້ານັ້ນ.”

ທ່ານ ແພັດ ຊາ​ນາ​ແຮນ (Pat Shanahan), ຜູ້ຮັກ​ສາ​ການ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ ເມື່ອ​ຖືກ​ຖາມ​ໂດຍ​ນັກ​ຂ່າວ​ກ່ອນ​ໜ້ານັ້ນ ໃນ​ມື້​ດຽວ​ກັນ ກ່ຽວ​ກັບຄວາມ​ເປັນ​ໄປ​ໄດ້​ທີ່​ຈະ​ເອົາ​ທະ​ຫານ​ໄປ​ປະ​ຈຳ​ການ​ຢູ່​ຊາຍ​ແດນ​ເປັນ​ເວ​ລາ​ຫລາຍ​ປີນັ້ນ ທ່ານຕອບ​ວ່າ ທ່ານ​ໄດ້​ລົມຢ່າງ​ຍືດ​ຍາວກ່ຽວ​ກັບ​ເລື້ອງນີ້ ​ກັບປະ​ທານ​ປະ​ທານ​ເສ​ນາ​ທິ​ການ​ຮ່ວມ.

ທ່ານ​ກ່າວ​ວ່າ "ຂ້າ​ພະ​ເຈົ້າ​ຄາດ​ຫວັງ​ວ່າ ໃນ​ເວ​ລາ​ອັນ​ໃກ້ໆ​ນີ້ ກໍ​ຈະ​ມີ​ຄຳ​ຮ້ອງຂໍ​ຄວາມ​ຊ່ວຍ​ເຫລືອ​ອີກ​ຄັ້ງ​ນຶ່ງ.”

ເວ​ລາ​ຢູ່​ນະ​ຄອນແຊນ ແອນ​ໂຕໂຍ (San Antonio) ນັ້ນ ທ່ານ​ທ​ຣຳ ໄດ້​ຕຳ​ໜິ​ເປັນ​ພິ​ເສດ ຕໍ່ລັດ​ຖະ​ບານ​ຂອງ 4 ປະ​ເທດ ຄື​ຮອນ​ດູ​ຣາສ, ກົວ​ເຕ​ມາ​ລາ, ແອ​ລ ຊາ​ລ​ວາ​ດໍ ແລະ ໂຄ​ລອມ​ເບຍ ວ່າພາ​ໃຫ້​ເກີດ​ບັນ​ຫາດັ່ງ​ກ່າວ.

ທ່ານ​ເວົ້າ​ວ່າ "ບັນ​ດາ​ປະ​ເທດ​ເຫລົ່າ​ນັ້ນ ກຳ​ລັງສົ່ງພວກ​ນັກ​ເລງ​ອັນ​ຕະ​ພານ ມາ, ພວກ​ເຂົາ​ເປັນ​ສະ​ມາ​ຊິກ​ຂອງ​ແກັ່ງ."

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG