ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ທ​ຣຳ ​ກ່າວ​ວ່າ 'ມີ​ຄວາມ​ເປັນ​ໄປ​ໄດ້ສູງ' ທີ່​ຈະ​ເກັບ​ພາ​ສີ ຕໍ່ຜະ​ລິດ​ຕະ​ພັນ​ ຈາກເມັກ​ຊິ​ໂກ


ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ລະ​ຫວ່າງກອງ​ປະ​ຊຸ​ມນັກ​ຂ່າວ ກັ​ບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທີ​ຣິ​ຊາ ເມ ທີ່​ນະ​ຄອນ​ຫຼວງ​ລອນດອນ ວັນ​ທີ 4 ມິ​ຖຸ​ນາ 2019.
ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ລະ​ຫວ່າງກອງ​ປະ​ຊຸ​ມນັກ​ຂ່າວ ກັ​ບ ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທີ​ຣິ​ຊາ ເມ ທີ່​ນະ​ຄອນ​ຫຼວງ​ລອນດອນ ວັນ​ທີ 4 ມິ​ຖຸ​ນາ 2019.

ປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ກ່າວ​ໃນ​ວັນ​ອັງ​ຄານ​ວານ​ນີ້​ວ່າ ທ່ານ “​ມີ​ຄວາມ​ເປັນ​ໄປ​ໄດ້
ສູງ​” ທີ່​ຈະເກັບ​ພາ​ສີ​ໃໝ່ 5 ເປີ​ເຊັນ ຫຼ​າຍກວ່າ​ທີ່​ຈະ​ບໍ່​ເກັບ ຕໍ່​ຜະລິດ​ຕະ​ພັນ​ທີ່​ນຳ​ເຂົ້າ​
ຈາກ​ເມັກ​ຊິ​ໂກ​ໃນ​ອາ​ທິດ​ໜ້​າ​ນີ້.

ທ່ານ​ທ​ຣຳ​ ໄດ້​ໃຫ້​ການປະ​ເມີນຂອງ​ທ່ານ ​ຢູ່​ກອງ​ປະ​ຊຸມ​ນັກ​ຂ່າວ ​ທີ່ນະ​ຄອນຫຼວງລອນ
ດອນ ກັບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອັງ​ກິດ ທ່ານ​ນາງ​ເທີ​ຣີ​ຊາ ເມ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ໄດ້​ໃຫ້​ຄວາມ​ເຫັນຂອງ​ທ່ານ ແມ່ນ​ແຕ່​ໃນ​ຂະ​ນະ​ທີ່ເຈົ້າ​ໜ້າ ​ທີ່ສະ
​ຫະ​ລັດ ແລະເມັກ​ຊິ​ໂກ ພວມ​ເຈ​ລະ​ຈາ​ກັນ​ຢູ່ນະ​ຄອນ​ຫຼວງວໍ​ຊິງ​ຕັນ ​ກ່ຽວ​ກັບ​ການ​ເກັບ
​ພາ​ສີ ແລະ​ການ​ຫຼັ່ງ​ໄຫຼ​ເຂົ້າ​ມາ​ຂອງພວກ​ຄົນ​ເຂົ້າ​ເມືອງ​ຈາກ​ອາ​ເມ​ຣິ​ກາ​ກາງ ທີ່​ເດີນ​
ທາງ​ຜ່ານ​ເມັກ​ຊິ​ໂກເພື່ອ​ໃຫ້​ມາ​ເຖິງ​ສະ​ຫະ​ລັດ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ ກ່າວ​ວ່າ “ເມັກ​ຊິ​ໂກ​ຄ​ວນ​ຈະ​ເອົາ​ບາດ​ກ້າວ​ເພີ້ມຂຶ້ນ ແລະ​ຢຸດ​
ເຊົາການ​ຮຸກ​ຮານ​ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ພວກ​ເຮົາ”
ໂດຍ​ເວົ້າ​ວ່​າ ພວກ​ຄົນເຂົ້າ
​ເມືອງ “ຫຼາຍລ້ານ ແລະ​ຫຼາຍລ້ານ” ​ທີ່​ບໍ່ມີ​ເອກ​ກະ​ສານ​ຈາກ ກົວ​ເຕມາ​ລາ ຮອນ​ດູຣາ​ສ
ແລະ​ແອ​ລຊານ​ວາ​ດໍ ​ກຳ​ລັງ​ພາ​ກັນ​ເຂົ້າ​ມາ​ໃນສະ​ຫະ​ລັດ​ເພື່ອ​ຫລົບ​ໜີຄວາມ​ທຸກ​ຈົນ
ແລະ​ຄວາ​ມ​ຮຸນ​ແຮງ ຢູ່​ໃນ​ບ້ານ​ເກີດ​ເມືອງນອນພວກເຂົາ​ເຈົ້າ.

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣຳ​ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ​ເມັກ​ຊິ​ໂກ​ຈະເ​ຄັ່ງຄັດຂຶ້ນ ແລະ​ເຮັດ​
ໃນສິ່ງ​ທີ່​ເຂົາ​ເຈົ້າຈຳ​ເປັນ​ຕ້ອງ​ໄດ້​ເຮັດ. ຂ້າ​ພະ​ເຈົ້າ​ຢາກ​ເຫັນ​ຄວາມ​ປອດ​ໄພ​ຢູ່​ຊາຍ

​ແດນຂອງ​ພວກ​ເຮົາ ແລະ​ການ​ຄ້າ​ທີ່​ຍິ່ງ​ໃຫຍ່. ພວກ​ເຮົາ​ຈະ​ເຫັນ​ຖ້າ​ຫາກ ວ່າ ​ພວກ​
ເຮົາ​ສາມາດ​ເຮັດ​ສິ່ງ​ໃດ​ສິ່ງ​ນຶ່ງ ແຕ່​ຂ້າ​ພະ​ເຈົ້າ​ຄິດ​ວ່າ ມັນ​ຈະ​ເປັນ​ການ ​ເກັບ​ພາ​ສີ
ຫຼາຍກວ່າ ແລະ​ພວກ​ເຮົາ​ອາດ​ຈະ​ເຈ​ລະ​ຈາ​ກັນໃນລະ​ຫວ່າງ​ເວ​ລ​າ​ທີ່ມີການ​ເກັບ​ພາ
​ສີ​ດຳ​ເນີນຢູ່​ນັ້ນ."

ປະ​ທາ​ນາ​ທິ​ບໍ​ດີ​ທ​ຣໍ​າ ໄດ້​ຂົ່ມ​ຂູ່​ທີ່​ຈະ​ເພີ້ມ​ການ​ເກັບ​ພາ​ສີ​ຂຶ້ນ 5 ເປີ​ເຊັນ​ໃນແຕ່​ລະ​ເດືອນ
ເປັນ​ລຳ​ດັບ ຖ້າ​ຫາກ​ການ​ລັກ​ລອບ​ເຂົ້າ​ເມືອງ​ບໍ່​ໄດ້​ຍຸ​ຕິ​ລົງ.

ທ່ານ​ແມັດ ແມນ​ແດ​ລ ຮອງ​ຜູ້​ປະ​ຕິ​ບັດ​ງ​ານ ກຳ​ລັງ​ເບິ່ງ​ໝາກ​ເລັ່ນ ທີ່​ເປັນ​ຜົນປູກ​ຂອງ SunFed ແລະສົ່ງ​ອອກຈາກ​ສ​າງ​ເກັບ ທີ່​ເມືອງ Nogales ລັດ​ອາ​ຣີ​ໂຊ​ນາ ວັນ​ທີ 30 ມັງ​ກອນ 2017.
ທ່ານ​ແມັດ ແມນ​ແດ​ລ ຮອງ​ຜູ້​ປະ​ຕິ​ບັດ​ງ​ານ ກຳ​ລັງ​ເບິ່ງ​ໝາກ​ເລັ່ນ ທີ່​ເປັນ​ຜົນປູກ​ຂອງ SunFed ແລະສົ່ງ​ອອກຈາກ​ສ​າງ​ເກັບ ທີ່​ເມືອງ Nogales ລັດ​ອາ​ຣີ​ໂຊ​ນາ ວັນ​ທີ 30 ມັງ​ກອນ 2017.

ບັນ​ດາ​ສະ​ມ​າ​ຊິກ​ສະ​ພາ​ພັກ​ຣີ​ພັບ​ບ​ລິ​ກັນ​ຈຳ​ນວນ​ນຶ່ງ ຕາມ​ປົກ​ກະຕິ​ແລ້ວ​ເປັນ​ພັນ​ທະ​
ມິດ​ທາງ​ການ​ເມືອງ​ຂອງ​ທ່ານ​ທ​ຣຳ ກຳ​ລັງ​ພາ​ກັນ​ລັງ​ເລ​ໃຈ​ວ່າ​ຈະ​ພະ​ຍາ​ຍາມຮັບຜ່ານ
​ຮ່າງ​ກົດ​ໝາຍ​ເພື່ອ​ຂັດ​ຂວາງ​ການ​ເກັບ​ພາ​ສີ​ຂອງ​ທ່ານ​ຫຼື​ບໍ່. ເຂົາ​ເຈົ້າຢ້ານ​ວ່າ ການ​ເກັບ
​ພາ​ສີ​ເພີ້ມຕື່ມຈະ​ແມ່ນ​ຜູ້​ບໍ​ລິ​ໂພກ​ອາ​ເມ​ຣິ​ກັນ​ເປັນ​ຜູ້​ຈ່າຍໃນ​ຮູບ​ຂອງ ​ລາ​ຄາ​ສິນ​ຄ້າ​
ຂາຍ​ຍ່ອຍ​ແພງ​ຂຶ້ນ ຮວມ​ທັງ​ພວກ​ລົດ​ຍົນ ແລະ​ຜະ​ລິດ​ຕະ​ພັນ​ກະສິ​ກຳ.

ແຕ່​ທ່ານ​ທ​ຣຳ ກ່າວ​ວ່າ “ຂ້າ​ພະ​ເຈົ້າ​ຄິດ​ວ່າ ​ຖ້າ​ຫາກ​ເຂົາ​ເຈົ້າ​ເຮັດ​ຢ່າງ​ນັ້ນ ມັນ​ເປັນ
​ເລື້ອງ​ທີ່​ໂງ່​ຈ້າ”
ໂດຍ​ອ້າງ​ການ​ໃຫ້​ຄວາມ​ສຳ​ຄັນ​ທາງ​ການ​ເມືອງ​ສູງເປັນ​ພິເສດໃນ​ໝູ່
​ຜູ້​ປ່ອນ​ບັດ​ພັກ​ຣີ​ພັບ​ບ​ລິກ​ກັນ ​ໃນ​ຂະ​ນະ​ທີ່​ການ​ສຳ​ຫຼວດຄວາມ​ເຫັນຢູ່​ໃນ​ສະ​ຫະ​ລັດ
​ສະແດງ​ໃຫ້​ເຫັນ​ວ່າ ​ໂດຍ​ທົ່ວ​ໄປ​ແລ້ວ ບັນ​ດາຜູ້​ມີ​ສິດ​ປ່ອນ​ບັດຊາວອາ​ເມ​ຣິ​ກັນບໍ່​ໄດ້
ໃຫ້​ການ​ອະ​ນຸ​ມັດ ກ່ຽວ​ກັບ​ປະ​ຕິ​ບັດ​ງານ​ຂອງ​ທ່ານ​ໃນ​ນາມ​ປະ​ທາ​ນາ​ທິ​ບໍ​ດີ.

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG