ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ກັບ ປ. ມູນ ຈະປຶກສາຫາລືກັນ ກ່ຽວກັບ ກອງປະຊຸມສຸດຍອດ ລະຫວ່າງ ສຫລ ແລະ ເກົາຫຼີເໜືອ


ປະທານາທິບໍດີ ດໍໂນລ ທຣຳ ລົມໂທລະສັບ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມັງກອນ 2017.
ປະທານາທິບໍດີ ດໍໂນລ ທຣຳ ລົມໂທລະສັບ ຢູ່ໃນຫ້ອງການ ໂອໂວລ ຂອງທຳນຽບຂາວ ໃນນະຄອນຫຼວງ ວໍຊິງຕັນ, ວັນທີ 28 ມັງກອນ 2017.

ບັນດາຜູ້ນຳ ຂອງສະຫະລັດ ແລະ ເກົາຫຼີໃຕ້ ໄດ້ປຶກສາຫາລືກັນ ເຖິງຊ່ອງທາງທີ່ຈະຮັກ
ສາ ກອງປະຊຸມສຸດຍອດ ທີ່ກຳລັງຈະມີຂຶ້ນ ລະຫວ່າງ ສະຫະລັດ ກັບເກົາຫຼີເໜືອ ໄວ້
ເພື່ອໃຫ້ດຳເນີນຕໍ່ໄປ.

ໃນລະຫວ່າງ ການສົນທະນາກັນ ຜ່ານທາງໂທລະສັບ ເປັນເວລາ 20 ນາທີ ທ່ານ ມູນ
ແຈ-ອິນ ແລະ ທ່ານ ດໍໂນລ ທຣຳ ໄດ້ແລກປ່ຽນຄວາມຄິດຄວາມເຫັນ ກ່ຽວກັບ ວິທີທີ່ດີ
ທີ່ສຸດ ທີ່ຈະຮັບມືກັບອັນທີ່ເບິ່ງຄືວ່າ ເປັນທາງສຸດ ທີ່ເກົາຫຼີເໜືອ ໄດ້ໂຍນເຂົ້າມາ ໃນອັນ
ທີ່ຈະເປັນການເຈລະຈາ ຂັ້ນປະຫວັດຕິສາດ ລະຫວ່າງ ທ່ານທຣຳ ກັບ ຜູ້ນຳເກົາຫຼີເໜືອ
ທ່ານ ກິມ ຈົງ ອຶນ ໃນວັນທີ 12 ມິຖຸນາ ຈະມາເຖິງນີ້ ຢູ່ທີ່ປະເທດສິງກະໂປ ນັ້ນ. ການ
ພົບປະ ໃນເດືອນມິຖຸນາ ຈະເປັນຄັ້ງທຳອິດ ສຳລັບ ບັນດາຜູ້ນຳຂອງທັງສອງປະເທດ
ດັ່ງກ່າວ.

ທ່ານ ຢູນ ຢັງ-ຈັນ ໂຄສົກຜູ້ອາວຸໂສ ຂອງປະທານາທິບໍດີ ມູນ ໄດ້ກ່າວໃນຖະແຫຼງການ
ວ່າ “ຜູ້ນຳທັງສອງ ໄດ້ແລກປ່ຽນ ຄວາມຄິດເຫັນຕ່າງໆນາໆ ກ່ຽວກັບ ມາດຕະການ
ຫຼາຍຢ່າງ ທີ່ເກົາຫຼີເໜືອໄດ້ເອົາ ເມື່ອບໍ່ດົນມານີ້.”

ທ່ານທຣຳ ແລະ ທ່ານມູນ ແມ່ນມີກຳນົດ ຈະພົບປະກັນ ໃນວັນອັງຄານມື້ຮື ຢູ່ທີ່ນະຄອນຫຼວງ
ວໍຊິງຕັນ.

ສ່ວນເກົາຫຼີເໜືອ ໄດ້ຂົ່ມຂູ່ ເມື່ອສັບປະດາແລ້ວນີ້ ວ່າ ຈະຖອນໂຕອອກຈາກ ກອງປະຊຸມ
ສຸດຍອດ ໃນເດືອນມິຖຸນາ ຍ້ອນການຊ້ອມລົບທາງທະຫານຂອງເກົາຫຼີໃຕ້ ກັບສະຫະລັດ
ທີ່ຍັງມີຢູ່ຕໍ່ເນື່ອງ ໂດຍເອີ້ນການຊ້ອມລົບທັງຫຼາຍ ວ່າ ເພື່ອເປັນການຊ້ອມການຮຸກຮານ.

ນອກຈາກນັ້ນແລ້ວ ສະພາກາແດງຂອງເກົາຫຼີເໜືອ ບັດນີ້ ກໍໄດ້ຮຽກຮ້ອງໃຫ້ສົ່ງຄືນ
ພະນັກງານຮ້ານອາຫານ ຊາວເກົາຫຼີເໜືອ 12 ຄົນ ຜູ້ທີ່ໄດ້ໄປຢູ່ໃນເກົາຫຼີໃຕ້ ນັບຕັ້ງແຕ່
ປີ 2016 ເປັນຕົ້ນມາ. ເກົາຫຼີເໜືອ ກ່າວວ່າ ການສົ່ງຄືນພວກແມ່ຍິງດັ່ງກ່າວ ຈະເປັນ
ການສະແດງອອກ ເຖິງຄວາມເຕັມໃຈ ຂອງເກົາຫຼີໃຕ້ ທີ່ຈະປັບປຸງສາຍສຳພັນກັບເກົາຫຼີ
ເໜືອ.

ເກົາຫຼີເໜືອ ໄດ້ກ່າວຫາ ເກົາຫຼີໃຕ້ວ່າ ລັກພາໂຕພວກແມ່ຍິງດັ່ງກ່າວໄປ. ສ່ວນເກົາຫຼີໃຕ້
ເຖິງຢ່າງໃດກໍຕາມ ກໍໄດ້ກ່າວໄປກ່ອນໜ້ານີ້ແລ້ວວ່າ ຕົນໄດ້ຢືນຢັນວ່າ ພວກແມ່ຍິງ
ເຫຼົ່ານັ້ນ ແມ່ນເປັນອິດສະລະ ແລະຈະຕັ້ງຖິ່ນຖານຢູ່ໃນເກົາຫຼີໃຕ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG