ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທີມງານ ທະຫານຮັບໃຊ້ ປະທານາທິບໍດີ ທຣຳ ຄົນນຶ່ງ ລົ້ມປ່ວຍ ຍ້ອນໄວຣັສໂຄໂຣນາ   


ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມ ກ່ຽວກັບ ການຮັບມືກັບໄວຣັສໂຄໂຣນາ ຢູ່ໃນຫ້ອງການຂອງທຳນຽບຂາວ, ເມື່ອວັນທີ 7 ພຶດສະພາ 2020, ໃນນະຄອນຫຼວງ ວໍຊິງຕັນ.
ປະທານາທິບໍດີ ດໍໂນລ ທຣຳ ກ່າວໃນລະຫວ່າງ ກອງປະຊຸມ ກ່ຽວກັບ ການຮັບມືກັບໄວຣັສໂຄໂຣນາ ຢູ່ໃນຫ້ອງການຂອງທຳນຽບຂາວ, ເມື່ອວັນທີ 7 ພຶດສະພາ 2020, ໃນນະຄອນຫຼວງ ວໍຊິງຕັນ.

ທຳນຽບຂາວກຳລັງຫັນໄປກວດບັນດາເຈົ້າໜ້າທີ່ ແລະພະນັກງານປະຈຳ ວັນອື່ນໆ ແທນທີ່ຈະກວດນຶ່ງຄັ້ງຕໍ່ອາທິດ ຫຼັງຈາກທີ່ຄົນຮັບໃຊ້ຜູ້ນຶ່ງ ຊຶ່ງເປັນພາກສ່ວນຂອງໜ່ວຍທະຫານພິເສດ ທີ່ບໍລິການໃນດ້ານອາຫານການກິນ ແກ່ປະທານາທິບໍດີ ດໍໂນລ ທຣຳ ໂດຍສະເພາະນັ້ນ ໄດ້ລົ້ມປ່ວຍ ແລະຖືກກວດພົບວ່າຕິດເຊື້ອໄວຣັສໂຄໂຣນາ.

“ຂ້າພະເຈົ້າໄດ້ສໍາພັດພຽງເຫຼັກນ້ອຍ ສໍາພັດແບບສ່ວນຕົວ ກັບສຸພາບບຸລຸດຄົນນີ້” ທ່ານທຣຳ ໄດ້ກ່າວຕໍ່ບັນດານັກຂ່າວ ຢູ່ທີ່ທຳນຽບຂາວ ຊຶ່ງທ່ານອະທິບາຍວ່າ ທ່ານໄດ້ຖືກກວດໄປແລ້ວ ໃນມື້ກ່ອນ ແລະອີກເທື່ອນຶ່ງ ໃນວັນພະຫັດວານນີ້ ຫຼັງຈາກໄດ້ມີການກວດຫາ COVID-19 ຕາມປົກກະຕິ.

ທ່ານທຣຳ ກ່າວເຖິງຂ່າວຄາວເລື້ອງນີ້ວ່າ “ແປກໜ້ອຍນຶ່ງ” ໂດຍກ່າວໄປວ່າ ພວກຄົນຮັບໃຊ້ ແລະພະນັກງານປະຈຳທຳນຽບຂາວຄົນອື່ນໆ ກໍໄດ້ໃສ່ໜ້າກາກ.

ທ່ານປະທານາທິບໍດີ ເວົ້າອີກວ່າ “ຫຼາຍໆຄົນຢູ່ໃນທຳນຽບຂາວ ກໍໃສ່ໜ້າກາກ.”

ໃນການຕອບຄຳຖາມຂອງນັກຂ່າວ ທ່ານທຣຳໄດ້ກ່າວວ່າ ສະຕີໝາຍເລກ ນຶ່ງ ທ່ານນາງເມລາເນຍ ແລະລູກຊາຍຂອງພວກເພິ່ນ ທ້າວແບຣອນ ແມ່ນ “ແຂງແຮງດີ.”

ທ່ານປະທານາທິບໍດີ ໄດ້ກ່າວຕື່ມວ່າ “ພວກເຂົາເຈົ້າທັງໝົດ ເປັນນັກລົບນຳກັນ. ຂ້າພະເຈົ້າກໍເປັນ ເຈົ້າກໍເປັນ ພວກເຮົາທັງໝົດກໍເປັນ.”

ຮອງປະທານາທິບໍດີ ໄມຄ໌ ເພັນສ໌ ຍັງໄດ້ກ່າວຕໍ່ບັນດານັກຂ່າວໃນວັນພະຫັດວານນີ້ວ່າ ທ່ານ ແລະທ່ານປະທານາທິບໍດີ ບັດນີ້ ຈະໄດ້ກວດໃນແຕ່ລະວັນເປັນປະຈຳ.

“ເມື່ອມໍ່ໆມານີ້ ພວກເຮົາໄດ້ຮັບແຈ້ງການ ຈາກໜ່ວຍການແພດປະຈໍທໍານຽບຂາວວ່າ ສະມາຊິກຂອງໜ່ວຍທະຫານສະຫະລັດຄົນນຶ່ງ ຜູ້ທີ່ເຮັດວຽກຢູ່ໃນບໍລິເວນທຳນຽບຂາວ ໄດ້ຖືກກວດພົບວ່າຕິດເຊື້ອໄວຣັສໂຄໂຣນາ” ນັ້ນຄືຄຳເວົ້າຂອງຮອງໂຄສົກຫຼັກຂອງທຳນຽບຂາວ ທ່ານໂຮແກັນ ກິດລີ ໄດ້ກ່າວຖະແຫລງຕໍ່ວີໂອເອ ແລະກ່າວຕື່ມວ່າ ທ່ານທຣຳ ແລະທ່ານເພັນສ໌ “ຕັ້ງແຕ່ນັ້ນມາ ກໍໄດ້ຖືກກວດພົບເປັນລົບ ສຳລັບໄວຣັສນັ້ນ ແລະ ພວກເພິ່ນຍັງຄົງມີສຸຂະພາບດີຢູ່.”

ຄົນຮັບໃຊ້ສ່ວນຕົວດັ່ງກ່າວ ບໍ່ໄດ້ຖືກລະບຸຊື່ ແຕ່ທີ່ເປັນທີ່ຮູ້ຈັກກັນ ໃນຖານະ ເປັນສະມາຊິກຂອງກອງທັບເຮືອສະຫະລັດ ທີ່ໄດ້ຖືກມອບໝາຍໃຫ້ຢູ່ໃນທີມຮັບໃຊ້ປະທານາທິບໍດີ ປະຈຳທຳນຽບຂາວ. ອີງຕາມລາຍງານແລ້ວ ກໍແມ່ນວ່າ ຜູ້ກ່ຽວໄດ້ເລີ້ມຮູ້ສຶກບໍ່ສະບາຍ ໃນຕອນເຊົ້າ ວັນພຸດຜ່ານມານີ້.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG